spot_img
Homeຂ່າວຕ່າງປະເທດທ່ຽວບິນສຸດພິເສດ! ມີຜູ້ໂດຍສານເກືອບວ່າພຽງຄົນດຽວ.

ທ່ຽວບິນສຸດພິເສດ! ມີຜູ້ໂດຍສານເກືອບວ່າພຽງຄົນດຽວ.

Published on

news02-1

ກາຍເປັນປະເດັນຍອດນິຍົມໃນ Socail media  ຂອງສະຫະລັດອາເມລິກາທັນທີ່ ທີ່ພາບຊາຍໜຸ່ມນັ່ງໂດຍສານເກືອບລໍາພັງຜູ້ດຽວ ເທີງເຄື່ອງບິນຂອງສາຍການບິນ ຊື່ດັ່ງເດລຕາ ແອຣ໌ໄລນ໌ ທ່ຽວບິນລະຫວ່າງ ເມືອງ ຄລີຟແລນດ໌ ລັດໂອໄຮໂອ ໄປສູ່ມະຫານະຄອນ ນິວຢອຣ໌ກ  ເມື່ອວັນທີ່ 12 ມັງກອນ ທີ່ຜ່ານມາ ຕາມເວລາໃນທ້ອງຖິ່ນ.

ຄຣິສ ໂອເລຍຣີ ໜຸ່ມຊາວອາເມລິກາ ໄດ້ໂພສພາບ ແລະ ຂໍ້ຄວາມເລົ່າເລື່ອງຜ່ານທາງ ທະວິດເຕີ ຂອງເຂົາ ທໍາອິດລາວໄດ້ຮັບແຈ້ງວ່າທ່ຽວບິນເກົ່າໄດ້ຍົກເລີກ ກ່ອນທີ່ຈະມີການເປີດຈອງໂຕໃໝ່ອີກລາຍຄັ້ງ ທ່າມກາງຄວາມລ່າຊ້າຂອງທ່ຽວບິນອີກຫຼາຍຊົ່ວໂມງ ຈົນກະທັ່ງຜ່ານໄປກວ່າ 7 ຊົ່ວໂມງ ລາວຈຶ່ງຖືກເອີ້ນຂຶ້ນເຄື່ອງ ແຕ່ໃນເມື່ອຂຶ້ນໄປກັບພົບວ່າເຄື່ອງບິນລໍານີ້ມີພຽງເຂົາເປັນຜູ້ໂດຍສານພຽງຄົນດຽວ.

ຄຣິສ ໄດ້ໂພສ ຂໍຄວາມເຊີ່ງໄດ້ກ່າວວ່າ “ພວກເຂົາເປີດຈອງຕົວໃໝ່ແລ້ວເດີທຸກຄົນ ແຕ່ເບິ່ງຄືວ່າຂ້ອຍຈະເປັນຜູ້ໂດຍສານຄົນດຽວທີ່ໄດ້ນັ່ງເຄື່ອງບິນລໍານີ້ ໄປນີວຢອກ” ຕໍ່ມາລາວຍັງໂພສອີກວ່າ “ແທ້ໆ ຂ້ອຍບໍ່ໄດ້ເວົ້າຫຼິ້ນ ຂ້ອຍຢູ່ຄົນດຽວເທີງເຄື່ອງບິນລໍານີ້ ” ຈົນກະທັ່ງໃນຊ່ວງສຸດທ້າຍກ່ອນເຄື່ອງບິນຈະບິນອອກ ເຂົາໄດ້ໂພສວ່າ “ຄວາມຢ້ານກົວໄດ້ຫາຍດີແລ້ວ ເພາະວ່າກະເຈົ້າຫາກໍ່ເປີດປະຕູຮັບຜູ້ໂດຍສານອີກຄົນໜຶ່ງຂຶ້ນມາເທີງເຄື່ອງບິນ ແລ້ວ”.

ທັ້ງນີ້ ຄຣິສ ຍັງບອກອີກວ່າ ປະສົບການຄັ້ງນີ້ເປັນການບິນທີ່ພິເສດ ແລະ ໜ້າຈົດຈໍາ ຮັບສັກກະລາດໃໝ່ຂອງເຂົາ ເຖິງແມ່ນວ່າຈະເຈີກັບເຫດການຍົກເລີກ ແລະ ດີເລຍ໌ຢູ່ຫຼາຍຊົ່ວໂມງ ແຕ່ໄດ້ເດີນທາງ ເທິງເຄື່ອງບິນໂບອິ້ງລໍາໃຫຍ່ ພ້ອມກັບຜູ້ໂດຍສານອີກໜຶ່ງຄົນ ແລະ ພະນັກງານຕ້ອນຮັບທີ່ປະຕິບັດງານ ແລະ ບໍລິການຕາມປົກກະຕິ ຮູ້ສຶກບໍ່ຕ່າງກັບໄດ້ນັ່ງເຄື່ອງບິນສ່ວນຕົວ.

>>ຂອບໃຈhttp://news.sanook.com/1730627/

 

 

ບົດຄວາມຫຼ້າສຸດ

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...