spot_img
Homeຂ່າວຕ່າງປະເທດທ່ານ ໂຈ ໄບເດນ ກຽມໂຕໄປຢ້ຽມຢາມ ສ.ເກົາຫຼີໃຕ້ ແລະ ຢີ່ປຸ່ນ ເປັນຄັ້ງທໍາອິດ

ທ່ານ ໂຈ ໄບເດນ ກຽມໂຕໄປຢ້ຽມຢາມ ສ.ເກົາຫຼີໃຕ້ ແລະ ຢີ່ປຸ່ນ ເປັນຄັ້ງທໍາອິດ

Published on

ສໍານັກຂ່າຣອຍເຕີລາຍງານວ່າ ທ່ານ ໂຈ ໄບເດນ ປະທານາທິບໍດີສະຫະລັດອາເມຣິກາ ກຽມໂຕເດີນທາງໄປຢ້ຽມຢາມ ສ.ເກົາຫຼີໃຕ້ ແລະ ຢີ່ປຸ່ນ ໃນວັນທີ 20–24 ພຶດສະພາ ເພື່ອຊຸກຍູ້ການສ້າງພາກພື້ນອິນໂດ-ປາຊີຟິກ ທີ່ມີເສລີພາບ ແລະ ເປີດກວ້າງ,​ ພ້ອມທັງ​ເພີ່ມ​ທະວີ​ການ​ພົວພັນ​ກັບ​ສອງ​ປະ​ເທດ​ພັນທະ​ມິດ​ທີ່​ສຳຄັນ​ໃນ​ອາຊີ ເຊິ່ງຖືເປັນການເດີນທາງໄປ​ຢ້ຽມຢາມ​ພາກ​ພື້ນ​ດັ່ງກ່າວເປັນຄັ້ງ​ທຳ​ອິດ​ນັບຕັ້ງ​ແຕ່​ຂຶ້ນ​ຮັບ​ຕຳ​ແໜ່​ງປີ​ກາຍ​ນີ້.

ການເດີນທາງໄປເກົາຫລີໃຕ້ ແລະ ຢີ່ປຸ່ນ ມີຂຶ້ນທ່າມກາງສົງຄາມຢູເຄຣນ-ຣັດເຊຍ. ຄວາມກັງວົນກ່ຽວກັບອິດທິພົນຂອງຈີນຢູ່ໃນພາກພື້ນອິນໂດ-ປາຊີຟິກ ​ແລະ​ ເປົ້າ​ໝາຍ​ທາງດ້ານນິວ​ເຄລຍ ​ແລະ​ ຂີປະນາວຸດ​ຂອງ​ເກົາຫລີ​ເໜືອ.

ທ່ານ ນາງ ເຈນ ຊາກີ ໂຄສົກທຳນຽບຂາວ ກ່າວໃນຖະແຫຼງການວ່າ ການເດີນທາງ​ຢ້ຽມ​ຢາມ​ຄັ້ງ​ນີ້​ຈະ​ເນັ້ນ​ໜັກ​ເຖິງ​ຄວາມໝຸ້ງໝັ້ນ​ຂອງ​​ອຳ​ນາດ​ການ​ປົກ​ຄອງ​ຂອງ ທ່ານ ​ປະ​ທາ​ນາ​ທິ​ບໍ​ດີ ໂຈ ໄບເດນ ໃນ​ການ​ຊຸກ​ຍູ້​ພາກ​ພື້ນ​ອິນ-​ໂດ​ປາ​ຊີ​ຟິກ​ທີ່​ເສລີ ແລະ ເປີດ​ກວ້າງ ພ້ອມ​ທັງ​ສະໜັບສະໜູນ​ພັນທະ​ມິດ​ຂອງ​ສະຫະລັດ​ກັບ​ເກົາຫລີ​ໃຕ້ ​ແລະ ​ຍິປຸ່ນ.

ທ່ານ ​ນາງ ຊາກີ ກ່າວ​ວ່າ ທ່ານ ໂຈ ໄບເດນ ຈະ​ເຂົ້າ​ຮ່ວມກອງປະຊຸມລະຫວ່າງປະເທດ​ກັບ ທ່ານ ປະທານາທິບໍດີ​ຢຸນ ຊອກຢໍ ຜູ້ນໍາຄົນໃໝ່ຂອງເກົາຫລີ​ໃຕ້ ແລະ ທ່ານ ຟູມິໂອະ ນາຍົກລັດຖະມົນຕີຍິປຸ່ນ ​ເພື່ອ​ເພີ່ມ​ທະວີ​ຄວາມສໍາພັນ​ດ້ານ​ຄວາມ​ໝັ້ນຄົງ, ຊຸກຍູ້​ການ​ພົວພັນ​ດ້ານ​ເສດຖະກິດ ​ແລະ​ ເປີດ​ກວ້າງ​ການ​ຮ່ວມ​ມື​ຢ່າງ​ໃກ້​ຊິດ​ເພື່ອ​ສ້າງ​ໝາກຜົນ​ທີ່​ເປັນ​ຮູບປະທໍາ. ນອກນັ້ນ ທ່ານ ໂຈ ໄບເດນ ຍັງຈະເຂົ້າຮ່ວມກອງປະຊຸມສຸດຍອດຂອງກຸ່ມ Quad ເຊິ່ງປະກອບມີ: ສະຫະລັດ, ອິນເດຍ, ອົດສະຕາລີ ແລະ ຢີ່ປຸ່ນໃນກຸງໂຕກຽວ ໂດຍການບໍລິຫານຂອງ ທ່ານ ໂຈ ໄບເດນ ເບິ່ງວ່າເປັນພັນທະ​ມິດ​ຂອງ​ສີ່​ປະ​ເທດ​ປະຊາທິປະ​ໄຕ​ທີ່​ສຳຄັນ​ໃນ​ພາກ​ພື້ນ​ອິນ​ໂດ-​ປາ​ຊີ​ຟິກທີ່ຖືເປັນກະແຈ​ສຳຄັນທ່າມກາງ​ຄວາມ​ພະຍາຍາມ​​ເພື່ອ​ຕ້ານ​ອິດ​ທິພົນ​ຂອງ​ຈີນທີ່ເພີ່ມຂຶ້ນໃນພູມມີພາກ.

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...