spot_img
Homeຂ່າວເຫດການທ່ານ ສອນໄຊ ສີພັນດອນ ຕ້ອນຮັບທູດຈີນ ຢ້ຽມອຳລາ

ທ່ານ ສອນໄຊ ສີພັນດອນ ຕ້ອນຮັບທູດຈີນ ຢ້ຽມອຳລາ

Published on

ໃນຕອນເຊົ້າຂອງວັນທີ 23 ມັງກອນ 2017 ຜ່ານມາ ທີ່ສຳນັກງານນາຍົກລັດຖະມົນຕີ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບ ການເຂົ້າຢ້ຽມອຳລາຂອງ ທ່ານ ກວນ ຮວາ ປິງ ເອກອັກຄະລັດຖະທູດແຫ່ງ ສປ ຈີນ ປະຈໍາລາວ ເນື່ອງໃນໂອກາດສຳເລັດໜ້າທີ່ການທູດຢູ່ລາວ.

ທ່ານສອນໄຊ
ໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ກໍ່ໄດ້ຕີລາຄາສູງຕໍ່ຜົນງານຂອງ ທ່ານ ກວນ ຮວາ ປິງ ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການເສີມຂະຫຍາຍສາຍພົວພັນການຮ່ວມມື ຂອງສອງປະເທດ ລາວ-ຈີນ ທີ່ນັບມື້ນັບກ້າວເຂົ້າສູ່ລວງເລິກ ເວົ້າລວມ, ເວົ້າສະເພາະ ກໍ່ແມ່ນການຊຸກຍູ້ໃຫ້ແກ່ການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ຄະນະການນຳທັງໃນສູນກາງ ແລະ ທ້ອງຖິ່ນ ໄດ້ໄປມາຫາສູ່ກັນ ຢ່າງເປັນປະຈຳ, ພ້ອມກັນຊຸກຍູ້ໃຫ້ແກ່ການຈັດຕັ້ງປະຕິບັດໂຄງການຮ່ວມມື-ຊ່ວຍເຫຼືອຕ່າງໆ ໃຫ້ໄດ້ຮັບຜົນດີ ແລະ ດຳເນີນໄປ ຕາມທີ່ການນຳຂັ້ນສູງສອງຝ່າຍໄດ້ຕົກລົງກັນ ລວມເຖິງການຊ່ວຍເຫຼືອລາວ ໃນການກະກຽມງານສຳຄັນອື່ນໆຂອງຊາດ ເປັນຕົ້ນ ການສະເຫຼີມສະຫຼອງ 40 ປີ ສະຖາປະນາ ສປປ ລາວ, ການກະກຽມການເປັນເຈົ້າພາບກອງປະຊຸມສຸດຍອດອາຊຽນ, ໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ແລະ ໂຄງການຊ່ວຍເຫຼືອກໍ່ສ້າງພື້ນຖານໂຄງລ່າງອື່ນຂອງລາວ ອັນເປັນການປະກອບສ່ວນຢ່າງຫຼວງຫຼາຍ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງລາວ.

ແຫຼ່ງຂ່າວ: ກົມປະຊາສຳພັນ

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...