spot_img
Homeຂ່າວພາຍ​ໃນທ່ານ ທອງລຸນ ສີສຸລິດ ຕ້ອນຮັບທູດຕ່າງປະເທດ

ທ່ານ ທອງລຸນ ສີສຸລິດ ຕ້ອນຮັບທູດຕ່າງປະເທດ

Published on

1-1

ທ່ານ ທອງລຸນ ສີສຸລິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີວ່າການກະຊວງການຕ່າງປະເທດ ໄດ້ຕ້ອນຮັບທູດ ບັນດາປະເທດຕ່າງໆເຂົ້າຢ້ຽມຄຳນັບ ເມື່ອວັນທີ 14 ທັນວາ ຜ່ານມາຕາມລຳດັບດັ່ງນີ້:
– ເວລາ 9:00 ໂມງ ຕ້ອນ ຮັບການເຂົ້າຢ້ຽມຄຳນັບຂອງ ທ່ານ ຈອດ ເຣ ຈິມເມເນຊ (Jorge Rey Jimmenez) ເອກອັກຄະລັດຖະທູດກູບາຄົນ ໃໝ່ ປະຈຳ ສປປ ລາວ.
– ເວລາ 9:35 ໂມງ ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງ  ທ່ານ ໂລດອຍດາມດາ ການບາ ດຣັກ (Lodoidamda GALBADRAKH) ເອກອັກຄະລັດ ຖະທູດ ມົງໂກລີຄົນໃໝ່ປະຈຳ ສປປ ລາວ.
– ເວລາ 10:10 ໂມງ ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງທ່ານ ນາງ ໂກຼດີນ ເລີດູສ (Claudine LEDOUX) ເອກອັກຄະລັດຖະທູດຝຣັ່ງຄົນໃໝ່ປະຈຳ ສປປ ລາວ.
ທ່ານຮອງນາຍົກລັດຖະມົນຕີຕ່າງປະເທດ ທອງລຸນ ສີສຸລິດ ໄດ້ສະແດງຄວາມຕ້ອນຮັບ ແລະ ຕີລາຄາສູງຕໍ່ທ່ານທູດທັງ 3 ທ່ານ ທີ່ໄດ້ຖືກແຕ່ງຕັ້ງໃຫ້ມາ ປະຕິບັດ ໜ້າທີ່ ການທູດປະຈຳ ສປປ ລາວ ຊຶ່ງ ເປັນການເສີມສ້າງສາຍພົວ ພັນມິດຕະພາບ ແລະ ການ ຮ່ວມມືທີ່ດີລະຫວ່າງ ສປປ ລາວ ແລະ ປະເທດດັ່ງກ່າວ ໃຫ້ນັບມື້ ຂະຫຍາຍຕົວຍິ່ງໆ ຂຶ້ນ.
ໃນເວລາ 8:30 ໂມງຂອງ ວັນດຽວກັນນີ້ ທ່ານ ທອງລຸນ ສີສຸລິດ ກໍໄດ້ຕ້ອນຮັບການເຂົ້າ ຢ້ຽມຄຳນັບອຳລາຂອງທ່ານ ດຣ. ຮາຈິ ເອມຣານ ບາຮານ (Haji Emran Bahan) ເອກອັກຄະລາຊະທູດບຣູໄນ ປະຈຳ ສປປ ລາວ ພາຍຫຼັງສຳເລັດໜ້າທີ່ການທູດຢູ່ປະເທດ ເຮົາ.

ແຫ່ລງຂ່າວ

ປຊຊ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...