spot_img
Homeຂ່າວພາຍ​ໃນທ່ານ ຄຳໄຕ ສີພັນດອນ ເນັ້ນໃຫ້ແຂວງສາລະວັນເອົາໃຈໃສ່ຕ້ານການສໍ້ລາດບັງຫຼວງ.

ທ່ານ ຄຳໄຕ ສີພັນດອນ ເນັ້ນໃຫ້ແຂວງສາລະວັນເອົາໃຈໃສ່ຕ້ານການສໍ້ລາດບັງຫຼວງ.

Published on

ທ່ານ ຄຳໄຕ ສີພັນດອນ ອະດີດປະທານພັກ ປະທານປະເທດ ແຫ່ງ ສປປ ລາວ ໄດ້ເຄື່ອນໄຫວຢ້ຽມຢາມ ແລະເຮັດວຽກຢູ່ແຂວງສາລະວັນ, ໂດຍພາຍໄຕ້ການຕ້ອນຮັບຂອງ ທ່ານ ສີສຸວັນ ວົງຈອມສີ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆສາລະວັນ ພ້ອມດ້ວຍຄະນະຢ່າງອົບອຸ່ນ ແລະ ສົມກຽດ.

ພິທີພົບປະໄດ້ຈັດຂຶ້ນໃນວັນທີ 2 ມີນາ 2018 ນີ້, ຢູ່ສະໂມສອນຂອງແຂວງ, ກ່ອນອື່ນທ່ານ ອະດີີດປະທານປະທານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດໃນການຈັດຕັ້ງປະຕິບັດວຽກງານຕ່າງໆ ເວົ້າສະເພາະກໍ່ຄືແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງທີ່ຍາດມາໄດ້ໃນໄລຍະຜ່ານມາ, ໂອກາດດຽວກັນນັ້ນ, ທ່ານໄດ້ເນັ້ນໜັກໃຫ້ຄະນະນຳຂອງແຂວງສາລະວັນ ເອົາໃຈໃສ່ສືບຕໍ່ປັບປຸງການຄຸ້ມຄອງນຳພາ, ປັບປຸງໜ່ວຍພັກ, ອົງການຈັດຕັ້ງຕ່າງໆໃນແຕ່ລະຂັ້ນໃຫ້ດີຂຶ້ນ ແລະສ້າງຄວາມເຂັ້ມແຂງໜັກແໜ້ນຢູ່ຂັ້ນຮາກຖານພໍ່ແມ່ປະຊາຊົນຢ່າງຈິງຈັງ ແນໃສ່ສ້າງສັງຄົມນິຍົມນັບແຕ່ຂັ້ນຮາກຖານຕິດພັນກັບວຽກງານ 3 ສ້າງຄື: ສ້າງບ້ານເປັນຫົວໜ່ວຍພັດທະນາເປັນຕົ້ນ: ຕ້ອງໄດ້ກຳນົດ, ວາງແຜນອັນລະອຽດ ທີ່ຈະຊຸກຍູ້ປະຊາຊົນໃນການປູກຝັງ-ລ້ຽງສັດ ແລະການຜະລິດສິນຄ້າຕ່າງໆ, ເຮັດໃຫ້ສະພາບການພັດທະນາຢູ່ຂັ້ນບ້ານໄດ້ມີການຫັນປ່ຽນມີຢູ່ມີກິນ, ການພັດທະນາຕ້ອງເລີ່ມແຕ່ຂັ້ນຮາກຖານຂຶ້ນມາ.

ແຂວງສາລະວັນ ແມ່ນແຂວງໜຶ່ງເປັນແຂວງທີ່ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບໂດຍພື້ນຖານ ເສດຖະກິດຂະຫຍາຍຕົວໃນລະດັບ 7,51% ລວມຍອດຜະລິດຕະພັນພາຍໃນ GDPບັນລຸໄດ້ 3.959,70 ຕື້ກີບ, ສະເລ່ຍລາຍໄດ້ຕໍ່ຫົວຄົນ 9 ລ້ານກວ່າກີບຕໍ່ປີ ຫຼື ເທົ່າກັບ 1.197 ໂດລາສະຫະລດັດ, ດ້ານການລົງທຶນປະຕິບັດໄດ້ 1.531,31 ຕື້ກີບ.

ໃນນັ້ນທຶນລັດປະຕິບັດໄດ້ 78,22 ຕື້ກີບ, ທຶນຊ່ວຍເຫຼືອກຸ້ຢືມປະຕິບັດໄດ້ 160 ຕື້ກວ່າກີບ, ທຶນເອກະຊົນພາຍໃນ ແລະຕ່າງປະເທດ ປະຕິບັດໄດ້ 740 ຕື້ກີບກີບ ແລະທຶນປະຊາຊົນ 84,45 ຕື້ກີບ.

ນອກນັ້ນແຂວງສາລະວັນ ໄດ້ຍັງສຸມໃສ່ວຽກງານ 3 ສ້າງ ຕິດພັນກັບການແກ້ໄຂຄວາມທຸກຍາກຂອງປະຊາຊົນພາຍໃນແຂວງ ໃຫ້ຫຼຸດໜ້ອຍຖອຍລົງເທື່ອລະກ້າວ ໂດຍປະຕິບັດຕາມມະຕິ 10 ຂອງສູນກາງພັກວາງອອກ.

ພາບ ແລະ ຂ່າວ: ນສພ ສາລະວັນ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...