spot_img
Homeຂ່າວພາຍ​ໃນທ່ານນາຍົກ ຍອມຮັບວ່າເປັນການຍາກທີ່ຈະເກັບລາຍຮັບໄດ້ຕາມແຜນການທີ່ວາງໄວ້

ທ່ານນາຍົກ ຍອມຮັບວ່າເປັນການຍາກທີ່ຈະເກັບລາຍຮັບໄດ້ຕາມແຜນການທີ່ວາງໄວ້

Published on

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປລາວ ໄດ້ຖະແຫລງຍອມຮັບຕໍ່ກອງປະຊຸມສະໄໝ ສາມັນ ຄັ້ງທີ 2 ຂອງສະພາແຫ່ງຊາດລາວ ຊຸດທີ 8 ທີ່ດຳເນີນ ກອງປະຊຸມລະຫວ່າງວັນທີ 24 ຕຸລາ ຫາ 18 ພະຈິກ 2016 ທີ່ຜ່ານມາວ່າ ເປັນການຍາກທີ່ລັດຖະບານລາວ ຈະສາມາດຈັດເກັບລາຍຮັບໄດ້ຕາມແຜນການທີ່ວາງໄວ້ ໂດຍເຖິງແມ່ນວ່າ ການຈັດຕັ້ງປະຕິບັດ ໃນເວລານີ້ ຈະໄດ້ດຳເນີນມາດຕະການຕ່າງໆ ຢ່າງມີປະສິດທິພາບສູງຂຶ້ນກວ່າເກົ່າກໍ່ຕາມ ຫາກແຕ່ດ້ວຍການທຸຈະລິດຄໍຣັບຊັນ ທີ່ດຳເນີນມາຢ່າງຍາວນານ ຈຶ່ງເຮັດໃຫ້ເກີດການຮົ່ວໄຫລໃນການຈັດເກັບລາຍຮັບເຂົ້າງົບປະມານຂອງລັດດຖະບານ ຢູ່ເລື້ອຍມາ ດັ່ງທີ່ທ່ານໄດ້ໃຫ້ການຢືນຢັນວ່າ: “ພວກເຮົາກຳລັງມີການຮົ່ວໄຫລຫລາຍ ກ່ຽວກັບການເກັບລາຍຮັບ ລາຍຈ່າຍໃນລະຍະທີ່ຜ່ານມາ ພວກເຮົາກໍ່ຮັບຮູ້ນຳກັນວ່າ ຈຸດຕ່າງໆ ທີ່ພວກເຮົາເວົ້າກັນມານີ້ ທັງສະພາແຫ່ງຊາດ ກໍ່ໄດ້ສະເໜີມານີ້ ຄວາມເປັນຈິງໃນການພັດທະນາຂອງປະເທດເຮົານີ້ ບໍ່ແມ່ນເກີດຂຶ້ນປີກາຍນີ້ ຫຼື ວ່າ 5-6 ເດືອນຜ່ານມານີ້ເທົ່ານັ້ນ ມັນເກີດຂຶ້ນສະສົມມາຫຼາຍປີພໍສົມຄວນ ແຕ່ວ່າບໍ່ທັນສາມາດແກ້ໄຂຕົກໄດ້.”

 

ຂ່າວຈາກ: ສຳນັກຂ່າວ ວີໂອເອລາວ
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

 

ບົດຄວາມຫຼ້າສຸດ

ຜູ້ນຳສະຫະລັດ ບັນລຸຂໍ້ຕົກລົງກັບຫວຽດນາມ ຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20%

ໂດນັລ ທຣຳ ຜູ້ນຳສະຫະລັດເປີດເຜີຍວ່າ ໄດ້ບັນລຸຂໍ້ຕົກລົງກັບຫວຽດນາມແລ້ວ ໂດຍສະຫະລັດຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20% ຂະນະທີ່ສິນຄ້າຈາກປະເທດທີ 3 ສົ່ງຜ່ານຫວຽດນາມຈະຖືກເກັບພາສີ 40% ສຳນັກຂ່າວບີບີຊີລາຍງານໃນວັນທີ 3 ກໍລະກົດ 2025 ນີ້ວ່າ:...

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...