spot_img
Homeຂ່າວພາຍ​ໃນທ່ານນາຍົກສັ່ງດ່ວນໃຫ້ກວດກາບັນດາກຸ່ມຄົນເລາະເກັບເງິນຄ່າຝາກລົດຕາມແຄມທາງ

ທ່ານນາຍົກສັ່ງດ່ວນໃຫ້ກວດກາບັນດາກຸ່ມຄົນເລາະເກັບເງິນຄ່າຝາກລົດຕາມແຄມທາງ

Published on

ທ່ານນາຍົກສັ່ງດ່ວນໃຫ້ກວດກາບັນດາກຸ່ມຄົນເລາະເກັບເງິນຄ່າຝາກຕາມແຄມທາງ ຖ້າຕົກໃນກໍລະນີຈັບເສືອມືເປົ່າໃຫ້ສັ່ງຢຸດຕິທັນທີໂດຍບໍ່ມີຂໍ້ຍົກເວັ້ນເພາະສ້າງຄວາມເດືອດຮ້ອນໃຫ້ປະຊາຊົນ

ພາຍຫລັງເກີດມີຫາງສຽງຈົ່ມວ່າກ່ຽວກັບມີບາງກຸ່ມຄົນຈໍານວນໜຶ່ງຊອກເລາະເກັບເງິນຄ່າຝາກລົດຢູ່ຈຸດຕ່າງໆຕາມເສັ້ນທາງໃນຂອບເຂດນະຄອນຫລວງວຽງຈັນໂດຍມີການອ້າງໂຕວ່າແມ່ນເຈົ້າໜ້າທີ່ອົງການພັດທະນາເທສະບານ ເຊິ່ງສ້າງຄວາມເດືອດຮ້ອນໃຫ້ປະຊາຊົນບໍ່ໜ້ອຍ ແລະ ຍັງມີການຄາດຄະເນວ່າແມ່ນກຸ່ມຄົນຈໍານວນໜຶ່ງໃຊ້ວິທີຈັບເສືອມືເປົ່າໝາຍວ່າບໍ່ໄດ້ລົງທຶນຫຍັງເລີຍເຫັນບ່ອນໃດດີກໍໄປໝາຍເອົາເປັນບ່ອນຈອດລົດເກັບເງິນ ເຊິ່ງເປັນການສ້າງຮັ່ງຄູນມີໃຫ້ສ່ວນບຸກຄົນ ແລະ ເງິນດັ່ງກ່າວກໍບໍ່ໄດ້ເຂົ້າລັດ.

ຫລ້າສຸດມີຂ່າວຈາກກອງປະຊຸມລັດຖະບານສະໄໝສາມັນປະຈໍາເດືອນ ພະຈິກ 2016 ທີ່ໄດ້ໄຂຂຶ້ນໃນວັນທີ 21 ພາຍໃຕ້ການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເຊິ່ງ ທ່ານນາຍົກລັດຖະມົນຕີ ເນັ້ນຢໍ້າວ່າ: ໃນເດືອນທັນວານີ້ ຕ້ອງເອົາໃຈໃສ່ ກວດກາຄືນ ສະພາບການເກັບເງິນຄ່າຝາກລົດຢູ່ຕາມຈຸດຕ່າງໆ ທີ່ມີຫາງສຽງຈົ່ມວ່າ ກ່ຽວກັບຄວາມໂປ່ງໃສ ໃນນະຄອນຫລວງວຽງຈັນ, ຄົ້ນຄວ້າທິດທາງສະເພາະໜ້າ ແລະ ຍາວນານ ໃນການແກ້ໄຂບັນຫາການສັນຈອນແອອັດ ທີ່ນັບມື້ນັບເພີ່ມຂຶ້ນໃນປະຈຸບັນ ແລະ ບັນນຫາອື່ນໆ.

ຂ່າວໂດຍ: ນໍ້າອອ້ຍຂົມ

ທີ່ມາຈາກ: ສຳນັກຂ່າວສານປະເທດລາວ

 

ບົດຄວາມຫຼ້າສຸດ

ຜູ້ນຳສະຫະລັດ ບັນລຸຂໍ້ຕົກລົງກັບຫວຽດນາມ ຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20%

ໂດນັລ ທຣຳ ຜູ້ນຳສະຫະລັດເປີດເຜີຍວ່າ ໄດ້ບັນລຸຂໍ້ຕົກລົງກັບຫວຽດນາມແລ້ວ ໂດຍສະຫະລັດຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20% ຂະນະທີ່ສິນຄ້າຈາກປະເທດທີ 3 ສົ່ງຜ່ານຫວຽດນາມຈະຖືກເກັບພາສີ 40% ສຳນັກຂ່າວບີບີຊີລາຍງານໃນວັນທີ 3 ກໍລະກົດ 2025 ນີ້ວ່າ:...

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...