spot_img
Homeຂ່າວພາຍ​ໃນທ່ານ ທອງລຸນ ສີສຸລິດ ແລະ ຄະນະໄດ້ເຂົ້າຮ່ວມ World Economic Forum on ASEAN ທີ່ຮ່າໂນ້ຍ

ທ່ານ ທອງລຸນ ສີສຸລິດ ແລະ ຄະນະໄດ້ເຂົ້າຮ່ວມ World Economic Forum on ASEAN ທີ່ຮ່າໂນ້ຍ

Published on

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ແລະ ຄະນະໄດ້ເຂົ້າຮ່ວມງານ World Economic Forum on ASEAN ເຊິ່ງຈັດຂຶ້ນທີ່ນະຄອນຫຼວງຮ່າໂນ້ຍ ວັນທີ 11-13 ກັນຍາ 2018. ໃນຊ່ວງການປະຊຸມຄົບຄະນະ ພາຍໃຕ້ຫົວຂໍ້ ວິໄສທັດໃໝ່ຂອງພາກພື້ນແມ່ນໍ້າຂອງ ເຊິ່ງເຂົ້າຮ່ວມປະຊຸມໂດຍຜູ້ນໍາຂອງປະເທດທີ່ມີແມ່ນໍ້າຂອງໄຫຼຜ່ານທັງ 5 ປະເທດໃນອາຊຽນຄື: ທ່ານ ຫງວຽນ ຊວນຟຸກ ນາຍົກລັດຖະມົນຄີແຫ່ງ ສສ ຫວຽດນາມ, ສົມເດັດ ຮຸນເຊັນ ນາຍົກລັດຖະມົນຕີແຫ່ງ ປະເທດ ກຳປູເຈຍ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ທ່ານນາງ ອອງຊານ ຊູຈີ ທີ່ປຶກສາແຫ່ງຊາດ ປະເທດມຽນມາ ແລະ ທ່ານ ປຣະສິນ ຈັນຕ່ອງ ຮອງນາຍົກລັດຖະມົນຕີແຫ່ງປະເທດໄທ.

ໃນກອງປະຊຸມດັ່ງກ່າວ ທ່ານ ທອງລຸນ ໄດ້ໃຫ້ຄໍາເຫັນແກ່ຕໍ່ວິໄສທັດໃໝ່ຂອງພາກພື້ນແມ່ນໍ້າຂອງ ໂດຍມີເນື້ອໃນໃຈຄວາມສຳຄັນວ່າ: ແມ່ນໍ້າຂອງເປັນແມ່ນໍ້າແຫ່ງການກຳເນີດ ແມ່ນໍ້າແຫ່ງການພັດທະນາເຊິ່ງ ປະຊາຊົນທັງ 5 ຊາດໃຫ້ການຖະນຸຖະໜອມ ແລະ ອີກຫຼາຍປະເທດທີ່ໄດ້ມອບຄວາມຮັກໃຫ້ແກ່ແມ່ນໍ້າສາຍນີ້ ໂດຍມີອົງການຈັດຕັ້ງຕ່າງໆເກີດຂຶ້ນເພື່ອສົ່ງເສີມ, ຮັດແໜ້ນ ໃຫ້ແມ່ນໍ້າຂອງໄດ້ຮັບການພັດທະນາຍິ່ງຂຶ້ນ. ບັນດາປະເທດແມ່ນໍ້າຂອງຄວນພັດທະນາຮ່ວມກັນ ໂດຍເຫັນດີວ່າການແຂ່ງຂັນຕ້ອງມີ ແຕ່ເຮົາແຂ່ງຂັນກັນເພື່ອພັດທະນາ ບໍ່ແມ່ນແຂ່ງເພື່ອເອົາປຽບເຊິ່ງກັນ ແລະ ກັນ. ທ່ານ ທອງລຸນ ໄດ້ກ່າວເສີມອີກວ່າ: “ພວກເຮົາຕ້ອງປົກປັກຮັກສາແມ່ນໍ້າຂອງໃຫ້ເປັນແມ່ນໍ້າທີ່ຍືນຍົງ ເຮົາບໍ່ຄວນໄປຄິດວ່າຈະໃຊ້ແມ່ນໍ້າຂອງເພື່ອຜົນປະໂຫຍດຂອງປະເທດໃດປະເທດໜຶ່ງເທົ່ານັ້ນ ແມ່ນໍ້າຂອງເປັນຜົນປະໂຫຍດລວມຂອງທຸກຄົນ ນີ້ຈະແມ່ນທິດທາງທີ່ດີທີ່ສຸດ”.

ຫຼັງຈາກນັ້ນ, ທ່ານ ຈັສຕິນ ວູດສ໌ ຜູ້ດຳເນີນກອງປະຊຸມ ໄດ້ຕັ້ງຄໍາຖາມຕໍ່ທ່ານ ທອງລຸນກ່ຽວກັບເຫດການເຂື່ອນແຕກໃນ ສປປ ລາວ ໃນເດືອນກໍລະກົດວ່າມີຜົນກະທົບຫຍັງຕໍ່ການພັດທະນາພະລັງງານໄຟຟ້າພາຍໃນປະເທດຫຼືບໍ່. ທ່ານ ທອງລຸນໄດ້ກ່າວຂຶ້ນ: “ແນ່ນອນຕ້ອງໄດ້ມີຄໍາຖາມນີ້ເກີດຂຶ້ນກັບ ສປປ ລາວ ຂອງພວກເຮົາ”.

ແຕ່ກ່ອນທີ່ທ່ານຈະຕອບໃນປະເດັນກ່ຽວກັບເຫດການເຂື່ອນແຕກ, ທ່ານໄດ້ຍົກບັນຫາໜື່ງທີ່ຄົນຫຼາຍຄົນເຂົ້າໃຈຜິດທີ່ວ່າ ລາວເປັນແບັດເຕີຣີຂອງອາຊີ. ທ່ານ ທອງລຸນ ໄດ້ກ່າວວ່າ: “ມັນໄດ້ມາຈາກວາລະສານຂອງປະເທດໜຶ່ງທີ່ເຄີຍເວົ້າກ່ອນນີ້ມາປະມານ 20 ປີແລ້ວ ເພາະເຂົາເຈົ້າຄົ້ນຄວ້າວ່າ ແມ່ນໍ້າສາຂາຢູ່ແມ່ນໍ້າຂອງຢູ່ລາວນີ້ຈະເປັນທ່າແຮງທີ່ດີທີ່ສຸດສຳລັບການພັດທະນາໄຟຟ້ານໍ້າຕົກ ຮັບໃຊ້ການພັດທະນາອຸດສະຫະກຳພາຍໃນປະເທດກໍຄື ສາມາດສົ່ງອອກໄປປະເທດເພື່ອນບ້ານໄດ້ ແລ້ວເຂົາກໍເລີຍເວົ້າສູງໄປກວ່ານັ້ນ ເວົ້າເກີນໄປກວ່ານັ້ນ ວ່າລາວຈະສາມາດເປັນແບັດເຕີຣີຂອງອາຊີໄດ້ ຂອງອາຊຽນໄດ້ ຂ້າພະເຈົ້າບໍ່ສະໜັບສະໜູນຄໍາເຫັນນີ້”.

ທ່ານໄດ້ກ່າວເສີມຕື່ມວ່າ: “ລາວບໍ່ສາມາດເປັນແບັດເຕີຣີຂອງອາຊີໄດ້ ຍ້ອນວ່າຄວາມສາມາດການພັດທະນາພະລັງໄຟຟ້າຢູ່ລາວນັ້ນຖ້າທຽບໃສ່ຄວາມຕ້ອງການຂອງບັນດາປະເທດອາຊຽນຫຼືປະເທດອ້ອມຂ້າງນັ້ນພຽງແຕ່ໜ້ອຍດຽວເທົ່ານັ້ນ, ແຕ່ລາວມີຄວາມສາມາດຂະຫຍາຍຄວາມບົ່ມຊ້ອນແຫຼ່ງນໍ້າທີ່ມີຢູ່ໃນລາວສາມາດຜະລິດໄຟຟ້າເຫຼືອໃຊ້ ແລະ ສົ່ງອອກໃຫ້ແກ່ປະເທດເພື່ອນບ້ານໄດ້”.

ໃນປະຈຸບັນ ລາວມີເຂື່ອນປະມານ 50 ເຂື່ອນທັງເຂື່ອນໃຫຍ່ ແລະ ເຂື່ອນນ້ອຍ, ແລະ ເຂື່ອນເຊປຽນ-ເຊນໍ້ານ້ອຍນັ້ນແມ່ນກໍາລັງກໍ່ສ້າງຢູ່ ຍັງບໍ່ທັນສຳເລັດ ແຕ່ກໍແຕກໄປເສຍກ່ອນ. ເຫດການເຂື່ອນແຕກນັ້ນໄດ້ສ້າງຜົນກະທົບທາງລົບໃຫ້ແກ່ການພັດທະນາເຂື່ອນໄຟຟ້າຢູ່ລາວແນ່ນອນ, ແຕ່ທ່ານ ທອງລຸນ ໄດ້ໃຫ້ຄໍາໝັ້ນສັນຍາແກ່ປະຊາຊົນ ກໍຄືປະຊາຄົມໂລກວ່າ ໄປນີ້ການສ້າງເຂື່ອນຢູ່ລາວຕ້ອງໄດ້ຮັບການສຶກສາໃຫ້ຖີ່ຖ້ວນທີ່ສຸດໃຊ້ນັກວິທະຍາສາດນັກເຕັກນິກ ນັກອອກແບບຈາກສາກົນມາຄໍານວນໃຫ້ດີທີ່ສຸດ ຖ້າສ້າງຂື້ນແລ້ວຕ້ອງຮັບປະກັນບໍ່ໃຫ້ມີການແຕກຫັກ ບໍ່ໃຫ້ມີການກະທົບທາງສະພາບແວດລ້ອມ ຫຼືວ່າອື່ນໆ ຕໍ່ບັນດາປະເທດທີ່ຢູ່ໃນແມ່ນໍ້າຂອງ. ທ່ານໄດ້ກ່າວຕື່ມໃນເວທີ່ແຫ່ງນີ້ອີກວ່າ: “ຂ້າພະເຈົ້າໄດ້ສັ່ງໃຫ້ທັງການສະເໜີການກໍ່ສ້າງເຂື່ອນຢູ່ໃນປະເທດລາວຕ້ອງຢຸດເສຍກ່ອນ ຢຸດຊົ່ວຄາວເສຍກ່ອນ”.

“ທຸກເຂື່ອນທີ່ກຳລັງປະຕິບັດຢູ່ປະຈຸບັນນີ້ກໍມີການຈັດຈ້າງຊ່ຽວຊານທີ່ມີຄວາມສາມາດມາກວດກາຄືນໝົດເພື່ອບໍ່ໃຫ້ມີສິ່ງສົງໄສວ່າຈະມີເຫດການເກີດຂຶ້ນຄືກັບໄລຍະ 2 ເດືອນທີ່ຜ່ານມານີ້”.

ເຖິງຢ່າງໃດກໍຕາມ, ການສ້າງເຂື່ອນໄຟຟ້າ ຜະລິດພະລັງງານໄຟຟ້າກໍເປັນທາງເລືອກໜຶ່ງຂອງ ສປປ ລາວ ແລະ ໃນໄລຍະທີ່ຜ່ານມາກໍມີຫຼາຍເຂື່ອນທີ່ເກີດຂຶ້ນເປັນເວລາ 50 ກວ່າປີແລ້ວ ແລະ ເຂື່ອນນໍ້າເທີນ 2 ກໍໄດ້ຮັບການອອກແບບເປັນຢ່າງດີ. ລາວກໍຈະໃຊ້ໄຟຟ້າທາງເລືອກຫຼາຍທາງເປັນຕົ້ນແມ່ນດ້ວຍລົມ, ດ້ວຍແສງຕາເວັນ. ສ່ວນວ່າຖ່ານຫີນແລະເຂື່ອນຈະພະຍາຍາມຈໍາກັດເທົ່າທີ່ສາມາດຈໍາກັດໄດ້.

 

 

 

 

ຂຽນໂດຍ: ລັດສະໝີ ພອນວິໄລ

ແຫຼ່ງຂ່າວ: World Economic Forum on ASEAN 2018, ຮູບພາບປະກອບ: moi.gov.mm

ບົດຄວາມຫຼ້າສຸດ

ຜູ້ນຳສະຫະລັດ ບັນລຸຂໍ້ຕົກລົງກັບຫວຽດນາມ ຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20%

ໂດນັລ ທຣຳ ຜູ້ນຳສະຫະລັດເປີດເຜີຍວ່າ ໄດ້ບັນລຸຂໍ້ຕົກລົງກັບຫວຽດນາມແລ້ວ ໂດຍສະຫະລັດຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20% ຂະນະທີ່ສິນຄ້າຈາກປະເທດທີ 3 ສົ່ງຜ່ານຫວຽດນາມຈະຖືກເກັບພາສີ 40% ສຳນັກຂ່າວບີບີຊີລາຍງານໃນວັນທີ 3 ກໍລະກົດ 2025 ນີ້ວ່າ:...

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...