spot_img
Homeຂ່າວພາຍ​ໃນທຳລາຍອາວຸດ

ທຳລາຍອາວຸດ

Published on

ໃນທ້າຍອາທິດຜ່ານມາ, ກອງບັນຊາການ ປກສ ເມືອງຊໍາໃຕ້, ແຂວງຫົວພັນ ໄດ້ຈັດພີທີທຳລາຍອາວຸດລ່າເນື້ອ, ຈັກສະຕີນ, ທາດລະເບີດ, ປ້າຍລົດທີ່ບໍ່ຖືກຕ້ອງ ແລະ ປະເພດເຄື່ອງຕ້ອງຫ້າມຕ່າງໆ, ເຂົ້າຮ່ວມມີ ທ່ານ ຄຽນທອງ ທຳບຸນໄຊ ເຈົ້າເມືອງຊໍາໃຕ້, ພັທ ບຸນທັນ ສຸວັນໄຕ ຫົວໜ້າກອງບັນຊາການ ປກສ ເມືອງຊຳໃຕ້, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

อาจเป็นรูปภาพของ 18 คน, ต้นไม้ และ ข้อความ

ພັທ ເສີມ ຈັນທາລາ ຮອງຫົວໜ້າກອງບັນຊາການ ປກສ ເມືອງຊໍາໃຕ້ ໃຫ້ຮູ້ວ່າເຄື່ອງທີ່ນໍາມາທຳລາຍໃນຄັ້ງນີ້ປະກອບມີ: ອາວຸດທັງໝົດ 156 ກະບອກ (ປືນແກັບ 102 ກະບອກ, ປືນອັງໂກນ 4 ກະບອກ, ປືນແວງ 3 ກະບອກ, ປືນຍີງລູກແມັກ 36 ກະບອກ, ປືນລົມ 7 ກະບອກ, ປືນສັບປະເຫຼັກ 3 ກະບອກ), ລູກປືນແມັກ 9 ແກັດ, ລູກຫວ່ານ 3 ເປົານ້ອຍ, ຂີ້ເກ່ຍ 12 ແກັດ, ລູກບີ 5,5 ກິໂລກຼາມ, ໝື້ 1 ແກັດ, ເຄື່ອງຊ໋ອດປາ 38 ເຄື່ອງ, ເລົາປືນ 18 ເລົາ, ຈັກສະຕີນ 12 ເຄື່ອງ, ດາບຈັກສະຕີນ 30 ອັນ, ຫົວຍິງລູກຕະປູ 34 ຫົວ, ທໍ່ອຸປະກອນດັດແປງປືນອັງໂກນ 144 ອັນ, ມອງນົກ 4 ອັນ ແລະ ປ້າຍລົດຈັກບໍ່ຖືກຕ້ອງ 81 ປ້າຍ (ປ້າຍລົດລາວ 60 ປ້າຍ ແລະ ປ້າຍລົດຫວຽດ 21 ປ້າຍ) ມາທໍາລາຍຖິ້ມ ດ້ວຍການນໍາໃຊ້ລົດຈົກຂຸດຂຸມ ແລ້ວນໍາເອົາເຄື່ອງດັ່ງກ່າວຖີ້ມລົງໃນຂຸມຖົມຢ່າງລະອຽດ ເພື່ອບໍ່ໃຫ້ສາມາດຂຸດຄົ້ນມານໍາໃຊ້ໄດ້ອີກ.

อาจเป็นรูปภาพของ ลานเก็บไม้ขาย และ ข้อความ

ຂ່າວ: ປກສ ແຂວງຫົວພັນ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...