spot_img
Homeຂ່າວທ້ອງຖິ່ນທຳລາຍສິນຄ້າຜິດກົດໝາຍ ມູນຄ່າ 250 ລ້ານກວ່າກີບ

ທຳລາຍສິນຄ້າຜິດກົດໝາຍ ມູນຄ່າ 250 ລ້ານກວ່າກີບ

Published on

ວັນທີ 15 ກໍລະກົດ 2016 ທີ່ສະໜາມກີລາຫຼັກ 4 ເມືອງໄກສອນ ພົມວິຫານ ໄດ້ຈັດພິທີທຳລາຍສິນຄ້າຜິດກົດໝາຍຫຼາຍລາຍການເຂົ້າຮ່ວມໃນພິທີມີທ່ານ ຄຳພູນ ຕຸໄພທູນ ຮອງເຈົ້າແຂວງສະຫວັນນະເຂດ, ຫົວໜ້າພະແນກອຸດສາຫະກຳ-ການຄ້າແຂວງ, ຫ້ອງການອຸດສາຫະກຳ-ການຄ້າເມືອງ ແລະພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ສີທົນ ນັນທະລາດ ຫົວໜ້າພະແນກອຸດສາຫະກຳ-ການຄ້າແຂວງ ໃຫ້ຮູ້ວ່າ: ເພື່ອປະຕິບັດຕາມພາລະບົດບາດ ໂດຍສະເພາະແມ່ນໜ່ວຍງານກວດກາການຄ້າ ໄດ້ເຄື່ອນໄຫວຕິດຕາມກວດກາການລັກລອບຈຳໜ່າຍສິນຄ້າຜິດກົດໝາຍ ເປັນຕົ້ນຈັກຕັດໄມ້, ອາວຸດລ່າສັດ, ເລົາປືນ, ມີດ-ດາບ, ເຄື່ອງຊັອດ, ເລົາປືນ ແລະອາວຸດທີ່ເປັນອັນຕາຍອື່ນໆ ທີ່ມີການລັກລອບນຳເຂົ້າ ແລະຈຳໜ່າຍຢູ່ຕາມຮ້ານຄ້າ, ໄລຍະຜ່ານມາສາມາດກວດຄົ້ນ ແລະຢຶດສິນຄ້າປະເພດຈັກຕັດໄມ້ຈຳນວນ 178 ເຄື່ອງ, ອາໄຫຼ່-ຊິ້ນສ່ວນ ປະກອບ(ດາບ, ໂສ້, ໃບເລື່ອຍ…) ໄດ້ຈຳນວຍຫຼາຍລາຍການ, ເຄື່ອງຊັອດໄຟ ຟ້າ 15 ເຄື່ອງ, ເລົາປືນ 23 ເລົາ, ລູກກົ່ວປືນແກັບ 30 ກິໂລກຼາມ ລວມເປັນມູນຄ່າທັງໝົດປະມານ 250 ລ້ານກວ່າກີບ.

ເວົ້າລວມແລ້ວ ການຢືດສິນຄ້າຜິດ ກົດໝາຍຕ່າງໆກໍ່ລ້ວນແລ້ວແຕ່ແມ່ນຄວາມເອົາໃຈໃສ່ຢ່າງໃກ້ຊິດຕິດແທດຂອງຂັ້ນເທິງ, ມີນິຕິກຳ, ຄຳສັ່ງ ແລະລະບຽບການຕ່າງໆເປັນບ່ອນອີງໃຫ້ແກ່ການຈັດຕັ້ງປະຕິບັດວຽກງານ, ນອກຈາກນັ້ນກໍແມ່ນຍ້ອນການຮ່ວມມືກັບທຸກພາກສ່ວນເປັນຢ່າງດີ ໂດຍສະເພາະແມ່ນປະຊາຊົນພົນລະເມືອງດີທີ່ໃຫ້ຂໍ້ມູນ ແລະແຫຼ່ງຂ່າວທີ່ເປັນປະໂຫຍດຈົນສາມາດກວດຄົ້ນ ແລະຢືດສິນຄ້າທີ່ຜິດກົດໝາຍ.

ທີ່ມາ: ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ຜູ້ນຳສະຫະລັດ ບັນລຸຂໍ້ຕົກລົງກັບຫວຽດນາມ ຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20%

ໂດນັລ ທຣຳ ຜູ້ນຳສະຫະລັດເປີດເຜີຍວ່າ ໄດ້ບັນລຸຂໍ້ຕົກລົງກັບຫວຽດນາມແລ້ວ ໂດຍສະຫະລັດຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20% ຂະນະທີ່ສິນຄ້າຈາກປະເທດທີ 3 ສົ່ງຜ່ານຫວຽດນາມຈະຖືກເກັບພາສີ 40% ສຳນັກຂ່າວບີບີຊີລາຍງານໃນວັນທີ 3 ກໍລະກົດ 2025 ນີ້ວ່າ:...

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...