spot_img
Homeຂ່າວຕ່າງປະເທດທັກສິນ ຊິນນະວັດ ອະດີດນາຍົກແຫ່ງປະເທດໄທ ໄດ້ຖືກອະໄພຍະໂທດເຫຼືອພຽງ 1 ປີ

ທັກສິນ ຊິນນະວັດ ອະດີດນາຍົກແຫ່ງປະເທດໄທ ໄດ້ຖືກອະໄພຍະໂທດເຫຼືອພຽງ 1 ປີ

Published on

ທ່ານ ທັກສິນ ຊິນນະວັດ ໄດ້ຮັບການອະໄພຍະໂທດ ຫຼື ຫຼຸດໂທດຈຳຄຸກເຫຼືອພຽງ 1 ປີ ຂະນະທີ່ຮັບໂທດມາແລ້ວ 10 ມື້.

ໃນວັນທີ 1 ກັນຍາ 2023 ທາງການໄທແຈ້ງການ ອະໄພຍະໂທດ ທ່ານ ທັກສິນ ຊິນນະວັດ ອະດີດນາຍົກແຫ່ງປະເທດໄທ ຍ້ອນວ່າ ເຄີຍດຳລົງຕຳແໜ່ງນາຍົກລັດຖະມົນຕີ ໄດ້ປະຕິບັດໜ້າທີ່ບໍລິຫານປະເທດ ເຮັດຜົນປະໂຫຍດໃຫ້ແກ່ປະເທດ ພ້ອມທັງເຄົາລົບໃນຂະບວນການຍຸດຕິທຳ ຍອມຮັບຜິດໃນການກະທຳ ມີຄວາມສຳນຶກຜິດ ຈຶ່ງຂໍຮັບໂທດ.

ຂະນະນີ້ ທ່ານ ທັກສິນ ຍັງມີສຸຂະພາບບໍ່ດີ ໄດ້ເຂົາໂຮງໝໍຮັກສາຈາກແພດ ຈຶ່ງໄດ້ຖືກອະໄພຍະໂທດໃຫ້ ເຫຼືອໂທດຈຳຄຸກພຽງ 1 ປີ.

ด่วนสุด! พระราชทานอภัยโทษ "ทักษิณ" เหลือจำคุก 1 ปี

ບົດຄວາມຫຼ້າສຸດ

ຜູ້ນຳສະຫະລັດ ບັນລຸຂໍ້ຕົກລົງກັບຫວຽດນາມ ຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20%

ໂດນັລ ທຣຳ ຜູ້ນຳສະຫະລັດເປີດເຜີຍວ່າ ໄດ້ບັນລຸຂໍ້ຕົກລົງກັບຫວຽດນາມແລ້ວ ໂດຍສະຫະລັດຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20% ຂະນະທີ່ສິນຄ້າຈາກປະເທດທີ 3 ສົ່ງຜ່ານຫວຽດນາມຈະຖືກເກັບພາສີ 40% ສຳນັກຂ່າວບີບີຊີລາຍງານໃນວັນທີ 3 ກໍລະກົດ 2025 ນີ້ວ່າ:...

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...