spot_img
Homeຂ່າວຕ່າງປະເທດທະເລຊາຍຊາອຸນ້ຳຖ້ວມໜັກຕ້ອງເລັ່ງອົບພະຍົບປະຊົນ ແລະ ອູດອອກຈາກພື້ນທີ່.

ທະເລຊາຍຊາອຸນ້ຳຖ້ວມໜັກຕ້ອງເລັ່ງອົບພະຍົບປະຊົນ ແລະ ອູດອອກຈາກພື້ນທີ່.

Published on

ຝົນຕົກໜັກຢ່າງຕໍ່ເນື່ອງເຮັດໃຫ້ປະເທດຊາອຸດິອາລາເບຍເກີດນ້ຳຖ້ວມໜັກ ໂດຍສະເພາະທີ່ທະເລຊາຍເກີດນໍ້າຖ້ວມກະທັນຫັນຕ້ອງເລັ່ງອົບພະຍົບປະຊົນ ແລະ ອູດອອກຈາກພື້ນທີ່ໂດຍດ່ວນ.

ວັນທີ 4 ພະຈິກ 2018 ທີ່ຜ່ານມາ ເວັບໄຊຂ່າວ gulfbusiness.com ເປີດເຜີຍໃຫ້ເຫັນເຫດການຝົນຕົກໜັກ ແລະ ພາຍຸຝົນຟ້າຄະນອງລະດັບປານກາງຫາໜັກ ໃນເມືອງຕ່າງໆເຊັ່ນ: ເມືອງ ມັກກະ, ຈາຊານ, ອັລມະດີນະ, ອັລບາຮາ,  ຕະບູກ ແລະ ອີກຫຼາຍໆເມືອງໃນພື້ນທີ່ຂອງປະເທດ ຂະນະທີ່ໂຮງຮຽນໃນຊາອຸດິອາລາເບຍຕ້ອງປິດການຮຽນການສອນຊົ່ວຄາວ.

ສຳນັກງານປ້ອງກັນພົນລະເຮືອນອອກມາເປີດເຜີຍເມື່ອວັນທີ 20 ພະຈິກ 2018ວ່າ ເຫດການນໍ້າຖ້ວມທີ່ເກີດຂຶ້ນເຮັດມີຜູ້ເສຍຊີວິດຢ່າງນ້ອຍ 35 ຄົນ ທົ່ວປະເທດມີປະຊາຊົນຕ້ອງອົບພະຍົບ 4,038 ຄົນ ໃນນັ້ນມີຜູ້ປະສົບໄພທີ່ໄດ້ຮັບການຊ່ວຍເຫຼືອ 2,517 ຄົນ ແລະ ມີຜູ້ເຂົ້າຫຼົບໄພໃນສູນພັກຊົ່ວຄາວປະມານ 2,536 ຄົນ.

 

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: springnewskapookgulfbusiness

ບົດຄວາມຫຼ້າສຸດ

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...