spot_img
Homeຂ່າວເຫດການທະຫານແຂວງໄຊຍະບູລີ ຈັດກຳລັງຊ່ວຍປະຊາຊົນ ພ້ອມສືບຕໍ່ສ້ອມແປງເຮືອນ ຈາກໄພນ້ຳຖ້ວມ!

ທະຫານແຂວງໄຊຍະບູລີ ຈັດກຳລັງຊ່ວຍປະຊາຊົນ ພ້ອມສືບຕໍ່ສ້ອມແປງເຮືອນ ຈາກໄພນ້ຳຖ້ວມ!

Published on

ໃນວັນທີ 12 ສິງຫາຜ່ານມານີ້ ຍ້ອນສະພາບອາກາດ ມີການປ່ຽນແປງ ມີຝົນຕົກໜັກຕິດຕໍ່ກັນຫລາຍຊົ່ວໂມງ ຢູ່ບໍລິເວນເມືອງຫົງສາ ແຂວງໄຊຍະບູລີ ເປັນສາເຫດເຮັດໃຫ້ ນ້ຳຖ້ວມບ້ານເຮືອນ ໄຮ່ນາ-ສວນ ຂອງປະຊາຊົນ ໂດຍສະເພາະບ້ານແທ່ນຄຳ, ບ້ານສີບຸນເຮືອງ ແລະ ຫລາຍບ້ານຂອງ ເມືອງຫົງສາ ແຂວງໄຊຍະບູລີ ຖືກໄພນ້ຳຖ້ວມຢ່າງໜັກໜ່ວງ.

ຕໍ່ສະພາບການດັ່ງກ່າວກອງ “ຄ 410” ທະຫານແຂວງໄຊຍະບູລີ ໄດ້ຈັດຕັ້ງກຳລັງຂອງກົມກອງ 2 ກອງຮ້ອຍ ເພີ່ມທະວີເຂົ້າຊ່ວຍເຫລືອປະຊາຊົນ ທີ່ໄດ້ຮັບຜົນກະທົບໃນຄັ້ງນີ້ ເຊິ່ງນຳພາໂດຍ ພັນໂທ ພູເຂົາຄຳ ທີແກ້ວ ຫົວໜ້າການເມືອງ ກອງ “ຄ410” ໃນການຊ່ວຍເຫລືອຄັ້ງນີ້ ແມ່ນມີຄວາມຫຍຸ້ງຍາກພໍສົມຄວນ ເນື່ອງຈາກວ່າ ກະແສນ້ຳໄຫລແຮງ-ມີຄວາມເລິກ, ມີວັດຖຸສິ່ງຂອງ, ໄມ້ ແລະ ອື່ນໆ ໄຫລມາ ແຕ່ອ້າຍນ້ອງພະນັກ ງານ-ນັກຮົບ ກໍໄດ້ຕັດສິນໃຈຜ່ານຜ່າ ແລະ ສາມາດກອບກູ້ເອົາເຄື່ອງຂອງ ແລະ ປະຊາຊົນ ໄປຢູ່ເຂດທີ່ປອດໄພ ໄດ້ຢ່າງປອດໄພ ໂດຍສະເພາະແມ່ນບ້ານແທ່ນຄຳ ທີ່ຖືກກະທົບໜັກ.

ສຳລັບບ້ານເຮືອນທີ່ໄດ້ຮັບຜົນກະທົບໃນຄັ້ງນີ້ ບ້ານແທ່ນຄຳ ແມ່ນກວມເອົາປະມານ 95% ຂອງຈຳນວນຄົວເຮືອນທັງໝົດ ແລະ ບ້ານສີບຸນເຮືອງກວມເອົາ ປະມານ 15% ສ່ວນຜົນເສຍຫາຍທາງດ້ານ ຊັບສິນແມ່ນທາງການທ້ອງຖິ່ນ ຍັງບໍ່ທັນໄດ້ປະເມີນລາຍລະອຽດ ຕໍ່ກັບສະພາບການດັ່ງກ່າວ ກອງ “ຄ410” ຍັງຈະສືບຕໍ່ເຄື່ອນໄຫວ ຊ່ວຍເຫລືອປະຊາຊົນ ໃນການປັບປຸງສ້ອມແປງເຮືອນຊານບ້ານຊ່ອງ ໃຫ້ກັບຄືນສູ່ສະພາບ ປົກກະຕິ ຕື່ມອີກ.

 

ແຫລ່ງຂ່າວ:

ກອງທັບ

ຕິດຕາມເຮາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...