spot_img
Homeຂ່າວພາຍ​ໃນທະນາຄານແຫ່ງ ສປປລາວ ອອກແຈ້ງການເລື່ອງການນໍາໃຊ້ ແລະ ລົງທຶນຊື້-ຂາຍເງິນຄຣິບໂຕ

ທະນາຄານແຫ່ງ ສປປລາວ ອອກແຈ້ງການເລື່ອງການນໍາໃຊ້ ແລະ ລົງທຶນຊື້-ຂາຍເງິນຄຣິບໂຕ

Published on

ອີງຕາມການແຈ້ງການຂອງ ທະນາຄານແຫ່ງ ສປປລາວ ວ່າດ້ວຍການພັດທະນາທາງດ້ານເຕັກໂນໂລຊີມີຄວາມກ້າວໜ້າ ແລະ ຂະຫຍາຍຢ່າງກວ້າງຂວາງໃນຈັງຫວະທີ່ໄວ. ໂດຍໄດ້ມີການນໍາເອົາເຕັກໂນໂລຊີ BlockChain ມາໃຊ້ໃນການເຮັດທຸລະກໍາທາງດ້ານການເງິນ ແລະ ພັດທະນາຮູບແບບການໃຫ້ບໍລິການທາງການເງິນໃນລັກສະນະຕ່າງໆ ລວມທັງການກໍາເນີດຂອງເງິນຄຣິບໂຕ (Cryptocurrency) ເປັນຕົ້ນແມ່ນເງິນຄຣິບໂຕສະກຸນ: Bitcoin, Ethereum, Litecoin ແລະ ອື່ນໆ.

ເມື່ອວັນທີ 29 ສິງຫາ 2018 ທີ່ຜ່ານມານີ້ ທະນາຄານແຫ່ງ ສປປລາວ ໄດ້ອອກແຈ້ງການສະບັບເລກທີ 314/ຫກ, ເລື່ອງການນໍາໃຊ້ ແລະ ລົງທຶນຊື້-ຂາຍເງິນຄຣິບໂຕ (Cryptocurrency) ໄດ້ອອກມາແຈ້ງຊາບວ່າ:  ໃນ ສປປລາວ ເລີ່ມມີການໂຄສະນາຊວນເຊື່ອໃຫ້ມີການນໍາໃຊ້ເງິນຄຣິບໂຕເຂົ້າໃນການຊໍາລະຄ່າສິນຄ້າ ແລະ ບໍລິການ, ມີການໂຄສະນາໃຫ້ລົງທຶນ, ຊື້ຂາຍ ຫຼື ດໍາເນີນທຸລະກຳທາງການເງິນທີ່ກ່ຽວຂ້ອງກັບເງິນຄຣິບໂຕ. ໂດຍອ້າງວ່າເປັນເງິນດິຈິຕອນ (Digital Currency) ທີ່ມີຄົນນິຍົມໃຊ້ໃນທົ່ວໂລກ.

ໃນແຈ້ງການ ທະນາຄານແຫ່ງ ສປປລາວໄດ້ລະບຸໄວ້ວ່າ:

  1. ເງິນຄຣິບໂຕ ບໍ່ແມ່ນເງິນ ແລະ ບໍ່ແມ່ນເຄື່ອງມື ທີ່ສາມາດນໍາໃຊ້ເພື່ອການຊໍາລະໜີ້ໄດ້ຕາມກົດໝາຍຂອງ ສປປລາວ ເນື່ອງຈາກເງິນຄຣິບໂຕ ບໍ່ມີຄຸນສົມບັດເປັນເງິນທີ່ໃຊ້ເພື່ອການຊໍາລະໜີ້ໄດ້ຕາມກົດໝາຍ ແລະ ຍັງບໍ່ມີນິຕິກໍາທີ່ກຳນົດໃຫ້ພາກສ່ວນໃດ ເປັນຜູ້ຄຸ້ມຄອງວຽກງານດັ່ງກ່າວໃນ ສປປລາວ.
  2. ການລົງທຶນ ຫຼື ຊື້-ຂາຍ ເງິນຄຣິບໂຕ, ປະຊາຊົນຄວນມີສະຕິລະມັດລະວັງ ແລະ ສຶກສາຂໍ້ມູນໃຫ້ລະອຽດເລິກເຊິ່ງເພາະວ່າ ເງິນຄຣິບໂຕ ມີຄວາມສ່ຽງຫຼາຍດ້ານເປັນຕົ້ນແມ່ນ: ຄວາມສ່ຽງດ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ, ຄວາມສ່ຽງດ້ານລາຄາທີ່ຜັນຜວນສູງ, ຄວາມສ່ຽງດ້ານເທັກໂນໂລຊີ ແລະ ອາດເປັນຊ່ອງທາງຂອງກຸ່ມຄົນບໍ່ດີໃຊ້ເພື່ອຫຼອກລວງ ຫຼື ສໍ້ໂກງປະຊາຊົນໄດ້.

 

 

 

 

 

 

ຮູບພາບປະກອບຈາກ: Google

 

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...