spot_img
Homeຂ່າວພາຍ​ໃນທະນາຄານການຄ້າຕ່າງປະເທດລາວ ພິຈາລະນາຮັບຮອງ ແຜນດໍາເນີນທຸລະກິດໃໝ່

ທະນາຄານການຄ້າຕ່າງປະເທດລາວ ພິຈາລະນາຮັບຮອງ ແຜນດໍາເນີນທຸລະກິດໃໝ່

Published on

ຂປລ. ທະນາຄານການຄ້າຕ່າງປະເທດລາວ (ທຄຕລ) ​ໄດ້ໄຂກອງປະຊຸມສາມັນຜູ້ຖືຮຸ້ນປະຈໍາປີ 2015 ຂຶ້ນ​​ໃນວັນທີ 28 ​ເມສາ ນີ້ ທີ່ອາຄານຕະຫລາດຫລັກຊັບລາວ ເພື່ອຄົ້ນຄວ້າພິຈະລະນາແລະຮັບຮອງເອົາຜົນການດໍາເນີນທຸລະກິດປະຈໍາປີ 2015, ​ແຜນດໍາເນີນທຸລະກິດແລະ ຕົວເລກແຜນທຸລະກິດສໍາລັບປີ 2016 ​ໂດຍສະເພາະ​​ໂຄງສ້້າງການຈັດຕັ້ງຄະນະສະພາບໍລິຫານ, ຄະນະກວດສອບຜູ້ຖືຮຸ້ນ ທຄຕລ, ການຈັດແບ່ງປັນຜົນ​​ໃຫ້ແກ່ຂາຮູ້ ທຄຕລ 2 ງວດປີ 2015 ​ແລະ ຮັບຮອງບໍ ລິສັດຜູ້ກວດສອບພາຍນອກ.

ກອງປະຊຸມຄັ້ງນີ້, ໂດຍເປັນປະທານຂອງ ທ່ານ ປອ. ບຸນເຫລືອ ສິນໄຊວໍລະວົງ ປະທານສະພາບໍລິຫານທະນາຄານການຄ້າຕ່າງປະເທດລາວມະຫາຊົນ, ​ເປັນກຽດເຂົ້າຮ່ວມຂອງທ່ານ ສີລາ ວຽງແກ້ວ ຮອງລັດຖະມົນຕີກະຊວງການເງິນ, ທ່ານນາງ ວັດທະນາ ດາລາລອຍ ຮອງຜູ້ວ່າການທະນາ ຄານ ແຫ່ງ ສປປ ລາວ ພ້ອມນີ້ກໍມີຜູ້ຖືຮຸຸ້ນ ​ແລະ ນັກລົງທຶນເຂົ້າຮ່ວມ​ ​ທີ່ມີລັກສະນເພີ່ມຂຶ້ນກວ່າເກົ່າ ຖ້າທຽບໃສ່ການຈັດກອງປະຊຸມຜູ້ຖືຮຸ້ນຄັ້ງສາມັນຜ່ານມາ.

ກອງປະຊຸມດັ່ງກ່າວ, ຖືວ່າເປັນກອງປະຊຸມໃຫຍ່ສຸດຍອດ ສໍາລັບທະນາຄານການຄ້າຕ່າງປະເທດລາວມະຫາຊົນ ທີ່ເປັນບໍລິສັດຈົດທະບຽນໃນຕະຫລາດຫລັກຊັບລາວ ເຊິ່ງໄດ້ດໍາເນີນຢ່າງຖືກ ຕ້ອງສອດຄ່ອງຕາມລະບຽບການແລະກົດໝາຍກ່ຽວຂ້ອງ.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເລື່ອງດີດີເພຈທ່ຽວເມືອງລາວ Laotrips ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...