spot_img
Homeຂ່າວຕ່າງປະເທດທະນາຄານກາງເອີຣົບ ປະກາດຈະຢຸດຜະລິດເງິນ ໃບລະ 500 ເອີໂຣ ປ້ອງກັນການຟອກເງິນ!

ທະນາຄານກາງເອີຣົບ ປະກາດຈະຢຸດຜະລິດເງິນ ໃບລະ 500 ເອີໂຣ ປ້ອງກັນການຟອກເງິນ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 5 ພຶດສະພານີ້ວ່າ ໃນວັນພຸດທີ 4 ພຶດສະພາ 2016 ທະນາຄານອາງເອີຣົບ ຫລື ECB ໄດ້ປະກາດຈະຢຸດເຊົາການຜະລິດ ແລະ ອອກທະນາບັດ ຫລື ເງິນໃບ 500 ເອີໂຣ ພາຍໃນທ້າຍປີ 2018 ເຖິງແມ່ນເງິນໃບດັ່ງກ່າວນີ້ ຈະຍັງຄົງໝູນວຽນໃນລະບົບເສດຖະກິດປັດຈຸບັນ, ແນວໃດກໍຕາມ ທະນາບັດໃບລະ 500 ເອີໂຣ ຍັງຄົງສາມາດໃຊ້ຊຳລະສະສາງຕາມກົດໝາຍ ແລະ ແລກປ່ຽນຊື້-ຂາຍໄດ້ ຕາມທະນາຄານກາງຂອງບັນດາປະເທດ ທີ່ໃຊ້ເງິນສະກຸນເອີໂຣ ຫລື ເອີໂຣໂຊນ ຢ່າງບໍ່ມີກຳນົດ.

ທະນາຄານກາງເອີຣົບ ໄດ້ຖະແຫລງວ່າ ການຕັດສິນໃຈຢຸດອອກພັນທະບັດໃບນີ້ ແມ່ນເນື່ອງຈາກຄຳນຶງເຖິງຄວາມສ່ຽງ ທີ່ເງິນໃບ 500 ເອີໂຣ ສາມາດຊ່ວຍໃຫ້ການຂົນຍ້າຍເງິນ ມູນຄ່າມະຫາສານ ໄດ້ຢ່າງງ່າຍດາຍ ແລະ ປົກປິດໄດ້ສະດວກ ອັນເປັນການອຳນວຍໃຫ້ແກ່ ການໄຫລວຽນຂອງເງິນສົດ ໃນທຸລະກິດທີ່ຜິດກົດໝາຍ ຫລື ການສໍ້ລາດບັງຫລວງຕ່າງໆ ຕະຫລອດຮອດຖືກນຳໃຊ້ ເຂົ້າໃນການສະໜັບສະໜູນ ກິດຈະກຳການກໍ່ການຮ້າຍອີກດ້ວຍ.

ທັງນີ້ ເນື່ອງຈາກທະນາບັດໃບ 500 ເອີໂຣ ເປັນໜຶ່ງໃນທະນາບັດທີ່ມີມູນຄ່າສູງທີ່ສຸດໃນໂລກ ຮ່ວມກັບທະນາບັດ ໃບລະ 1,000 ຝຣັ່ງສະວິດ ແລະ ມີການເຊື່ອວ່າ ເງິນໃບ 500 ເອີໂຣນີ້ ເປັນເງິນທີ່ພວກອາຊະຍາກອນ ມັກນຳໃຊ້ເຂົ້າໃນການເຄື່ອນຍ້າຍເງິນ ຈຳນວນມະຫາສານ ໂດຍທີ່ເຈົ້າໜ້າທີ່ບໍ່ສາມາດຮັບຮູ້ໄດ້ງ່າຍ.

ສຳລັບເງິນ 1 ລ້ານເອີໂຣ ຖ້າຫາກຂົນຍ້າຍໃນຮູບແບບທະນາບັດໃບ 500 ເອີໂຣ ຈະມີນ້ຳໜັກພຽງ 2.2 ກິໂລເທົ່ານັ້ນ ຊຶ່ງສາມາດຍັດໃສ່ກະເປົາ ຂະໜາດເທົ່າແລັບທັອບໄດ້ຢ່າງງ່າຍງານ, ແຕ່ຖ້າຫາກຂົນຍ້າຍ ໃນຮູບແບບໃບລະ 50 ເອີໂຣ ໃນຈຳນວນເງິນ 1 ລ້ານເອີໂຣຄືກັນ ຈະມີນ້ຳໜັກເຖິງ 22 ກິໂລ ຊຶ່ງຈະຕ້ອງໄດ້ໃຊ້ກະເປົາເປ້ຂະໜາດໃຫຍ່ບັນຈຸແທນ.

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ນາຍົກລັດຖະມົນຕີ ຕ້ອນຮັບທິມນັກກິລາ ສະໂມສອນບານເຕະ WIG Naga

ນາຍົກລັດຖະມົນຕີ ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຄູຝຶກ ແລະ ນັກກິລາ ຈາກສະໂມສອນ WIG Naga ທີ່ຄວ້າແຊັມບານເຕະ ລາຍການ IBER Cup 2025 ຮຸ່ນອາຍຸບໍ່ເກີນ...

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...