spot_img
Homeຂ່າວຕ່າງປະເທດທຣໍ້າ-ຄິມ ຈະພົບກັນຄັ້ງທີ2 ໃນທ້າຍເດືອນ ກຸມພາ ປີນີ້.

ທຣໍ້າ-ຄິມ ຈະພົບກັນຄັ້ງທີ2 ໃນທ້າຍເດືອນ ກຸມພາ ປີນີ້.

Published on

ສໍານັກຂ່າວ BBC ລາຍງານໃນວັນທີ 19 ມັງກອນ 2019 ວ່າ ສະຫະລັດອາເມລິກາ ອອກຖະແຫຼງການ ກ່ຽວກັບການເຈລະຈາຮອບທີ 2 ລະຫວ່າງ ໂດຣນັລ ທຣໍ້າ  ປະທານາທິບໍດີອາເມລິກາ ແລະ ຄິມ ຈອງ ອືນ ປະທານາທິບໍດີ ເກົາຫຼີເໜືອ ຈະຈັດຂຶ້ນໃນທ້າຍເດືອນ ກຸມພາ ປີນີ້, ພາຍຫຼັງ ຄິມ ຍອງຊອລ ມືຂວາຂອງ ປະທານາທິບໍດີເກົາຫຼີເໜືອ ໃນຖານະຜູ້ແທນລັດຖະບານ ເກົາຫຼີເໜືອ ເດີນທາງພົບປະ ໄມກ์ ພອມເພໂອ ລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ ທີ່ນະຄອນຫຼວງວໍຊິງຕັນ ໃນວັນທີ 17 ມັງກອນ ຜ່ານມາ.

ຊາຣາ ແຊນເດິິຣ ໂຄສົກປະຈໍາທໍານຽບຂາວ ເຜີຍວ່າ: “ຄິມ ຍອງຊອລ ຫາລືກັບ ພອມເພໂອ ເປັນເວລາດົນກວ່າ 90 ນາທີ ກ່ຽວກັບລາຍລະອຽດການຈັດການເຈລະຈາລະຫວ່າງຜູ້ນໍາຂອງສອງປະເທດ ແລະ ທິດທາງຂະບວນການປົດອາວຸດນີວເຄຍໃນອະນາຄົດ ແລະ ຈະໄດ້ພົບປະຫາລືກັນອີກຄັ້ງໃນທ້າຍເດືອນ ກຸມພາ ປີນີ້, ຫຼັງການຫາລືໃນຄັ້ງທໍາອິດທີ່ ສິງກະໂປ ໃນເດືອນ ມີນາ 2018”. ທີ່ທໍານຽບຂາວ ຍັງໄດ້ສະແດງຄວາມຊົມເຊີຍ ແລະ ຍ້ອງຍໍໃນຄວາມພະຍາຍາມຂອງ ລັດຖະບານເກົາຫຼີເໜືອ ທີ່ຕ້ອງການຟື້ນຟູຄວາມສໍາພັນກັບ ອາເມລິກາ ແຕ່ໄດ້ຢໍ້າວ່າ: “ອາເມລິກາຈະເດີນໜ້າຂວໍ້າບາດເກົາຫຼີເໜືອ ຈົນກວ່າຂະບວນການປົດອາວຸດນີວເຄຍຈະເປັນຮູບປະທໍາ, ເຮົາຍັງມີຄວາມຫວັງຈາກ ເກົາຫຼີເໜືອ ໃນການປົດປ່ອຍຜູ້ຖືກຄວບຄຸມຕົວ ລວມເຖິງການເຄື່ອນໄຫວຕ່າງໆ ເຊິ່ງການຫາລືລະຫວ່າງ ອາເມລິກາ ກັບ ເກົາຫຼີເໜືອ ທີ່ຈະມີຂຶ້ນຢ່າງຕໍ່ເນື່ອງ”.

ສໍາລັບສະຖານທີ່ຈັດກອງປະຊຸມຄັ້ງທີ 2 ນີ້, ສື່ຕ່າງປະເທດຫຼາຍແຫ່ງຄາດການວ່າ ຈະເປັນນະຄອນຫຼວງຮ່າໂນ້ຍ ປະເທດຫວຽດນາມ. ຂະນະທີ່ ອາຊາຮີຊິມບຸນ ຂອງຍີ່ປຸ່ນ ລາຍງນວ່າ: ຄີມ ຈອງອືນ ມີກໍານົດເດີນທາງຢ້ຽມຢາມ ຫວຽດນາມ ທີ່ນະຄອນຫຼວງຮ່າໂນ້ຍ ຢ່າງເປັນທາງການໃນລະຫວ່າງວັນທີ 4-8 ກຸມພາ ຈຶ່ງອາດມີຄວາມເປັນໄປໄດ້ວ່າ ຫວຽດນາມຈະເປັນສະຖານທີ່ຈັດກອງປະຊຸມສໍາຄັນຄັ້ງນີ້.

 

 

 

 

 

 

 

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: .khaosod.co.th

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...