spot_img
Homeຂ່າວຕ່າງປະເທດ"ຕົວະຂ້າໝູ" ນັກຕົ້ມຕຸ໋ນທີ່ຕົວະໃຫ້ຮັກແລ້ວລວງເອົາເງິນໄດ້ຫຼາຍຮ້ອຍລ້ານໂດລາ

“ຕົວະຂ້າໝູ” ນັກຕົ້ມຕຸ໋ນທີ່ຕົວະໃຫ້ຮັກແລ້ວລວງເອົາເງິນໄດ້ຫຼາຍຮ້ອຍລ້ານໂດລາ

Published on

ໃນຊ່ວງບໍ່ເທົ່າປີທີ່ຜ່ານມາ ຫຼາຍຄົນທົ່ວໂລກໄດ້ສູນເສຍເງິນຫຼາຍຮ້ອຍລ້ານໂດລາສະຫະລັດ ໃຫ້ກັບແກ້ງ “ຕົວະຂ້າໝູ” ເຊິ່ງເປັນຂະບວນການທີ່ຕົວະຕົ້ມຄົນດ້ວຍການເຮັດໃຫ້ຜູ້ເສຍຫາຍຫຼົງຮັກ ດ້ວຍການປອມຕົວແຊັດຫາຄົນອື່ນ ເພື່ອສ້າງຄວາມສຳພັນເຊິ່ງກັນແລະກັນ ກ່ອນທີ່ຈະຕົວະຊວນລົງທຶນແລ້ວເອົາເງິນໜີ.

ພາຍໃຕ້ຮູບໂປຟາຍທີ່ຫຼໍ່ງາມ ແລະ ໜ້າເຊື່ອຖື ທີ່ໃຊ້ຕົວະຄົນອື່ນ ສິ່ງເຫຼົ່ານີ້ເອີ້ນວ່າ “ສະແກມເມີ້” (scammers) ຫຼື ນັກຕົ້ມຕຸ໋ນຫຼາຍຄົນຕົກເປັນຜູ້ເຄາະຮ້າຍຂອງການຄ້າມະນຸດ ຖືກບັງຄັບໃຫ້ເຮັດວຽກຕົວະເອົາເງິນຄົນອື່ນ.

ຈາກການກວດສອບຂອງທີມຂ່າວ ບີບີຊີ ໄດ້ເປີດເຜີຍຊີວິດໃນສະຖານທີ່ເຮັດວຽກຂອງກຸ່ມຄົນເຫຼົ່ານີ້ ແລະ ໄດ້ໂອ້ລົມກັບອະດີດຫົວໜ້າແກ້ງ ກ່ຽວກັບເຕັກນິກ ແບະ ວິທີການຕົວະເອົາເງິນຈາກຜູ້ເສຍຫາຍ.

ຕອນທີ່ “ຊ່ຽວ ຈຸຍ” (ນາມສົມມຸດ) ເຮັດວຽກເປັນສະແກມເມີ້ ບອກວ່າ ສຽງຂອງລາວມີຄຸນສົມບັດທີ່ໂດດເດັ່ນ ເພາະມັນຊ່ວຍຕົວະຍົວະຜູ້ເສຍຫາຍ ໃຫ້ເຮັດໃນສິ່ງທີ່ລາວຕ້ອງການໄດ້.

ພວກເຂົາເອີ້ນຜູ້ເສຍຫາຍເຫຼົ່ານີ້ວ່າ “ໝູ” ແລະ ເປົ້າໝາຍຂອງພວກເຂົາແມ່ນ “ຕົວະຍົວະ” ແລ້ວ “ຂ້າ” ຜູ້ເສຍຫາຍໃນຕອນທ້າຍ ນັ້ນໝາຍເຖິງການໃຊ້ຍຸດທະວິທີຕ່າງໆ ເສີມສ້າງຄວາມສຳພັນໃຫ້ຜູ້ເສຍຫາຍຫຼົງຮັກ ກ່ອນທີ່ຈະຕົວະໃຫ້ຮ່ວມລົງທຶນສະກຸນເງິນດິຈິຕອນ ຫຼື ຄລິບໂຕເຄີເລັນຊີ ທີ່ບໍ່ມີຢູ່ແທ້ ໃຫ້ໄດ້ຫຼາຍີ່ສຸດ.

ຊາຍຜູ້ນີ້ໄດ້ເລົ່າວ່າ ຂະບວນການທີເຄີຍເຮັດ ໄດ້ຕົວະເອົາເງິນຈາກຜູ້ເສຍຫາຍຈຳນວນຫຼາຍລ້ານໂດລາສະຫະລັດໃນຊ່ວງຫຼາຍປີທີ່ຜ່ານມາ ແລະ ຍັງໄດ້ຂຽນຄູ່ມືໄວ້ສອນເພື່ອຮ່ວມງານນຳກັນ ເພື່ອຕົວະໃຫ້ສຳເລັດ.

ຕົວຢ່າງການຕົວະຄື “ຕົວະເປັນຜູ້ບໍລິຫານທຸລະກິດ” ທີ່ຖືກພັນລະຍາເກົ່ານອກໃຈ ເຊິ່ງມັນສ້າງຄວາມເຫັນອົກເຫັນໃຈຈາກຜູ້ເສຍຫາຍໄດ້, ຫຼັງຈາກນັ້ນກໍໂອ້ລົມກັນ ແລະ ເລີ່ມໂທຫາຜູ້ເສຍຫາຍໂດຍໃຊ້ນ້ຳສຽງທີ່ເປັນເອກະລັກ ເພື່ອສ້າງຄວາມປະທັບໃຈ (ສິ່ງນີ້ພວກເຂົາເອີ້ນວ່າ ການບຳບັດດ້ວຍຄຳເວົ້າ).

ນີ້ແມ່ນພຽງສ່ວນໜຶ່ງຂອງວິທີໃນການຕົວະຍົວະຄົນອື່ນ ເພື່ອຫວັງໃຫ້ຜູ້ເສຍຫາຍເຊື່ອໃຈ ແລ້ວມາລົງທຶນກັບພວກເຂົາ ແລະ ກໍຍັງມີອີກຫຼາຍເລື່ອງລາວທີ່ເກີດຂຶ້ນໃນສະຖານທີ່ແຫ່ງນັ້ນ.

ການຕົວະຂ້າໝູ ມີຂຶ້ນຄັ້ງທຳອິດໃນປີ 2017 ໂດຍມຸ້ງເນັ້ນໄປຫາຜູ້ເສຍຫາຍໃນປະເທດຈີນ ກ່ອນທີ່ຈະຂະຫຍາຍໄປທົ່ວໂລກ, ແຕ່ທາງການຈີນໄດ້ປາບປາມນັກຕົ້ມຕຸ໋ນໃນປະເທດຕົນ ຈຶ່ງເຮັດໃຫ້ກຸ່ມນີ້ໄດ້ຍ້າຍຖານປະຕິບັດການໄປທົ່ວອາຊີຕາເວັນອອກສຽງໃຕ້ເຊັ່ນ ລາວ ກຳປູເຈຍ ໄທ ມຽນມາ ແລະ ຟິລິປິນ ອີກຍັງຂ້າມໄປສະຫະລັດເອມິເຣດ ແລະ ປະເທດຈໍເຈຍ.

ເຖິງວ່າ “ຊ່ຽວ ຈຸຍ” ເຊິ່ງເຄີຍເປັນຮອງຫົວໜ້າແກ້ງຕົ້ມຕຸ໋ນ ແຕ່ກໍຍັງຖືກຕີຢ່າງໂຫດຮ້າຍ ແຕ່ກໍໜີອອກມາໄດ້ໃນທີ່ສຸດ.

ຢ່າງໃດກໍຕາມ ກຸ່ມຄົນທີ່ໜີອອກມາໄດ້ກ່າວວ່າ ຍັງມີສຽງຮ້ອງຂໍໃຫ້ຊ່ວຍ ແລະ ຕົກເປັນເຫຍື່ອຂອງການຄ້າມະນຸດອີກຈຳນວນຫຼາຍ.

ແຫຼ່ງຂ່າວ bbc

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...