spot_img
Homeນານາສາລະຕັດຜົມວັນໃດດີ ເຮັດໃຫ້ມີໂຊກລາບ

ຕັດຜົມວັນໃດດີ ເຮັດໃຫ້ມີໂຊກລາບ

Published on

ເຊື່ອວ່າຫຼາຍຄົນມີຄຳຖາມເຫຼົ່ານີ້ໃນໃຈ ຈະຕັດຜົມຕາມມື້ທີ່ເຮົາສະດວກດີບໍ ຫຼືຈະຕັດຕາມບູຮານທ່ານສອນໄວ້ວ່າດີ, ອັນນີ້ແລ້ວແຕ່ຄວາມເຊື່ອຂອງແຕ່ລະຄົນ ແຕ່ຢ່າລືມວ່າບູຮານສອນສັ່ງໄວ້ຈາກເພິ່ນມີປະສົບການມາກ່ອນ ດັ່ງນັ້ນ ຖ້າເຮົາຈະເຊື່ອໄວ້ກໍບໍ່ເສຍຫາຍຫຍັງ

  • ຕັດຜົມວັນອາທິດ: ຈະມີອາຍຸຍືນຍາວ ຮ່າງກາຍແຂງແຮງ ບໍ່ເຈັບປ່ວຍເປັນໄຂ້
  • ຕັດຜົມວັນຈັນ: ຈະມີໂຊກລາບ ໄດ້ເຄື່ອງມີຄ່າ ການຄ້າຂາຍດີ ລໍ່າລວຍເງິນຄຳ
  • ຕັດຜົມວັນອັງຄານ: ບໍ່ດີ ຈະມີແຕ່ໂທດ ມີແຕ່ຄົນປອງຮ້າຍ ສັດຕູຈະເຮັດໃຫ້ເຈັບ ຖ້າຫຼີກລຽງໄດ້ແມ່ນຈະດີທີ່ສຸດ
  • ຕັດຜົມວັນພຸດ: ບໍ່ຄວນຕັດ ເພາະຈະເັຮດໃຫ້ການງານຕົກຕໍ່າ, ມີແຕ່ເລື່ອງຜິດຖຽງກັນ ມີຄວາມຂັດແຍ່ງກັນທັງພາບນອກ ແລະຄົນໃນຄອບຄົວ
  • ຕັດຜົມວັນພະຫັດ:ເປັນວັນມຸງຄຸນ, ເຫຼົ່າເທວະດາຈະມາປົກປັກຮັກສາໃຫ້ພົ້ນຈາກອັນຕະລາຍທັງປວງ, ເປັນວັນສິລິມຸງຄຸນ, ຖ້າຈະຕັດຜົມຄວນຕັດມື້ນີ້ຈະດີ
  • ຕັດຜົມວັນສຸກ: ແມ່ນດີ ເຮັດຫຍັງກໍຈະເລີນຮຸ່ງເຮືອງ ຕັດຜົມມື້ນີ້ ກໍຈະມີແຕ່ໂຊກ ການຄ້າຂາຍດີ, ມີເງິນຄຳໃຫ້ໃຊ້ບໍ່ຂາດມື, ຖ້າເຈົ້າເຮັດການຄ້າຂາຍ ແມ່ນຄວນຕັດວັນສຸກຈະດີທີ່ສຸດ
  • ຕັດຜົມວັນເສົາ: ເປັນມຸງຄຸນດີ ເພາະຕັດແລ້ວຈະໄດ້ດັ່ງສິ່ງທີ່ເຮົາປາຖະໜາ ຄິດສິ່ງໃດໄວ້ກໍຈະໄດ້ສິ່ງນັ້ນ

ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...