spot_img
Homeຂ່າວພາຍ​ໃນຕະຫລາດຫລັກຊັບລາວ ຈະພັດທະນາການຊື້-ຂາຍ ຫລັກຊັບຂະໜາດໃຫຍ່ (Block Trading)

ຕະຫລາດຫລັກຊັບລາວ ຈະພັດທະນາການຊື້-ຂາຍ ຫລັກຊັບຂະໜາດໃຫຍ່ (Block Trading)

Published on

 

ດັ່ງພວກເຮົາຮັບຮູ້ນຳກັນແລ້ວວ່າ: ລາວເຮົາໄດ້ສ້າງຕັ້ງຕະຫຼາດຫຼັກຊັບ ເປັນຄັ້ງປະຫວັດສາດ ແລະ ໄດ້ມີການຊື້ – ຂາຍຮຸ້ນຢ່າງເປັທາງການນັບແຕ່ວັນທີ 11/01/2011 ເຊິ່ງມາຮອດວັນທີ 11/01/2016  ກໍພໍດີ 5 ປີເຕັມ ແລະ ກໍໃນມື້ນີ້ເອງ ຕະຫຼາດຫຼັກຊັບລາວ  ( ຕລຊລ ) ໄດ້ຈັດຕັ້ງພິທີຖະແຫຼງຂ່າວ ກ່ຽວກັບລະບົບການດູແລຊັບສິນ ແລະ ຫົວໜ່ວຍຊື້ – ຂາຍຕໍ່າສຸດ 100 ຮຸ້ນໂດຍທ່ານ ວັນຄໍາ ວໍຣະວົງ ຜູ້ອໍານວຍການໃຫຍ່ ຕລຊລ ໄດ້ແຈ້ງໃຫ້ສັງຄົມໄດ້ຮັບຮູ້ ກ່ຽວກັບການບໍລິການດູແລຊັບສິນ ທີ່ຈະອໍານວຍຄວາມສະດວກ ໃນການແລກປ່ຽນຊື້ – ຂາຍຮຸ້ນ ໃນຈໍານວນຕໍ່າສຸດແມ່ນ 100 ຮຸ້ນຕໍ່ທຸລະກໍາການຊື້ – ຂາຍ.

ທ່ານ ຊາງ – ໂຮ ຄິມ ຮອງປະທານຄະນະຜູ້ອໍານວຍການ ຝ່າຍດໍາເນີນງານ ຕາງໜ້າໃຫ້ທິມງານພັດທະນາລະບົບ ໄດ້ຢືນຢັນຄວາມພ້ອມ ໃນການໃຫ້ບໍລິການລະບົບໃໝ່ວ່າ: ການເປີດຊື້ – ຂາຍຮຸ້ນທໍາອິດ ມີພຽງ 2 ບໍລິສັດທີ່ເຂົ້າຈົດທະບຽນໃນເບື້ອງຕົ້ນ ແລະ ຕລຊລ ຍາມໃດກໍຄໍານຶງເຖິງນັກລົງທຶນພາຍໃນເປັນຫຼັກ ເຊິ່ງຜ່ານມາ ໄດ້ຊຸກຍູ້ໃຫ້ນັກລົງທຶນພາຍໃນ ໄດ້ມີໂອກາດຮຽນຮູ້ການລົງທຶນເຂົ້າໃນຮຸ້ນ ໂດຍໄດ້ກໍານົດຫົວໜ່ວຍຊື້ – ຂາຍຮຸ້ນ ຕໍ່າສຸດເລີ່ມພຽງ 1 ຮຸ້ນໃນເບື້ອງຕົ້ນ.

ຈາກການດໍາເນີນງານມາໄດ້ 5 ປີ, ຕລຊລ ເຫັນໄດ້ຄວາມຈໍາເປັນໃນການປັບປຸງ ລະບົບການຊື້ – ຂາຍຫຼັກຊັບຄືນໃໝ່ ເພື່ອປ້ອງກັນການສວຍໃຊ້ຮຸ້ນຈໍານວນນ້ອຍ ເຂົ້າໃນການປ່ຽນແປງລາຄາຮຸ້ນ ຂອງບໍລິສັດໃດໜຶ່ງ, ດັ່ງນັ້ນທິມງານພັດທະນາລະບົບ ຈຶ່ງຄົ້ນຄ້ວາຄວາມເປັນໄປໄດ້ ໃນປ່ຽນແປງຫົວໜ່ວຍຊື້ – ຂາຍຮຸ້ນຕໍ່າສຸດ ໂດຍການສຶກສາກໍລະນີຕ່າງໆ ຂອງບັນດາຕະຫຼາດຫຼັກຊັບອ້ອມຂ້າງ ພ້ອມທັງປຶກສາຫາລືຢ່າງໃກ້ຊິດ ກັບບັນດາບໍລິສັດຫຼັກຊັບໃນບັນຫາດັ່ງກ່າວ ເພື່ອພ້ອມກັນຊອກຊ່ອງທາງ ໃນການພັດທະນາຕະຫຼາດ, ມາຮອດມື້ນີ້ ລະບົບດັ່ງກ່າວໄດ້ສໍາເລັດຢ່າງສົມບູນ ແລະ ພ້ອມທີ່ຈະປ່ຽນຫົວໜ່ວຍຊື້ – ຂາຍຈາກ 1 ຮຸ້ນ ໄປເປັນ 100 ຮຸ້ນ, ການປັບປຸງລະບົບດັ່ງກ່າວ ເປັນບາດກ້າວອັນສໍາຄັນ ໃນການຊ່ວຍສົ່ງເສີມໃຫ້ມີການຊື້ – ຂາຍຮຸ້ນຂະໜາດໃຫຍ່ຂຶ້ນໃນອະນາຄົດ ພ້ອມກັບການປັບປຸງລະບົບການຈັດການຕະຫຼາດ, ຊ່ວຍປ້ອງກັນບໍ່ໃຫ້ນໍາໃຊ້ຄໍາສັ່ງການຊື້ -ຂາຍຮຸ້ນຂະໜາດ ນ້ອຍ ເຂົ້າໃນການປ່ຽນແປງລາຄາຂອງຮຸ້ນນໍາອີກ ແລະ ທັງເປັນບາດກ້າວໃນການຜັກດັນ ຕລຊລ ກ້າວເຂົ້າສູ່ມາດຕະຖານສາກົນ ທາງດ້ານຫົວໜ່ວຍຊື້ – ຂາຍຮຸ້ນທີ່ຫຼາຍປະເທດໃນໂລກນໍາໃຊ້.

ກ່ຽວກັບການບໍລິການຂອງທະນາຄານດູແລຊັບສິນ ເຊິ່ງໃນອະດີດການບໍລິການດັ່ງກ່າວ ຍັງບໍ່ປະກົດເຫັນໃນລາວ ທີ່ຈະມີທະນາຄານດູແລຊັບສິນ ເຂົ້າມາຊ່ວຍໃນການອໍານວຍຄວາມສະດວກ ແລະ ເປັນຕົວແທນໃຫ້ແກ່ນັກລົງທຶນ ໂດຍສະເພາະນັກລົງທຶນປະເພດສະຖາບັນ, ດັ່ງນັ້ນ ຈຶ່ງເຮັດໃຫ້ນັກລົງທຶນປະເພດດັ່ງກ່າວ ບໍ່ສາມາດເຂົ້າເຖິງການລົງທຶນໃນ ຕລຊລ ໄດ້ຢ່າງສະດວກ, ໂດຍສະເພາະໃນທ້າຍປີ 2014 ທະນາຄານກຸງເທບ ສາຂານະຄອນຫຼວງວຽງຈັນ ໄດ້ເປີດບໍລິການເປັນທະນາຄານດູແລຊັບສິນແລ້ວ, ດັ່ງນັ້ນ ການພັດທະນາລະບົບການບໍລິການດັ່ງກ່າວ ຈຶ່ງເປັນສິ່ງຈໍາເປັນ ແລະ ສໍາຄັນຫຼາຍແກ່ ຕລຊລ ເພື່ອເປັນການປົກປ້ອງສິດ ແລະ ຜົນປະໂຫຍດຂອງນັກລົງທຶນ ແລະ ທັງເປັນການຫຼຸດຜ່ອນຄວາມສ່ຽງຂອງນັກລົງທຶນ.

ທ່ານ ຊາງ – ໂຮ ຄິມ ຍັງເນັ້ນຕື່ມວ່າ: ເພື່ອຕອບສະໜອງຄວາມຕ້ອງການຂອງນັກລົງທຶນ, ຄະນະຜູ້ບໍລິຫານ ຕລຊລ ຈຶ່ງຖືການພັດທະນາລະບົບດັ່ງກ່າວເປັນວຽກງານບູລິມະສິດໜຶ່ງ ເພື່ອສ້າງຊ່ອງທາງໃໝ່ໃນການອໍານວຍຄວາມສະດວກໃຫ້ແກ່ນັກລົງ ທຶນຕ່າງປະເທດທີ່ເຂົ້າມາລົງທຶນໃນຕະ ຫຼາດເຮົາ, ສະນັ້ນ ຕລຊລ ຈຶ່ງເອົາໃຈໃສ່ຮ່ວມມືຢ່າງໃກ້ຊິດກັບບັນດາບໍລິສັດຫຼັກຊັບ ແລະ ພາກສ່ວນຕ່າງໆທີ່ກ່ຽວຂ້ອງໃນການສຶກສາ ແລະ ພັດທະນາລະບົບດັ່ງກ່າວ, ໃນທີ່ສຸດ ລະບົບດັ່ງກ່າວ ກໍໄດ້ສໍາເລັດໂດຍພື້ນຖານ ແລະ ພ້ອມທີ່ຈະໃຫ້ການບລິການ, ຫຼັງຈາກການເປີດບໍລິການດູແລຊັບສິນ ຢ່າງເປັນທາງການນີ້ແລ້ວ ພວກເຮົາໝັ້ນໃຈວ່າ: ການບໍລິ ການດັ່ງກ່າວ ຈະບໍ່ພຽງແຕ່ສະໜອງຊ່ອງທາງໃໝ່ ໃຫ້ແກ່ນັກລົງທຶນເທົ່ານັ້ນ ແຕ່ຍັງຈະດຶງດູດນັກລົງທຶນປະເພດສະຖາບັນ ໃຫ້ເຂົ້າມາລົງທຶນໃນ ຕລຊລ ຫຼາຍຂຶ້ນ ໄປພ້ອມໆກັບການສົ່ງເສີມ ການຊື້-ຂາຍຫຼັກຊັບຂະໜາດໃຫຍ່ ( Block Trading ) ທີ່ທາງ ຕລຊລ ພວມຈະພັດທະນາ ໃນອະນາຄົດອັນໃກ້ໆນີ້ນໍາອີກ.

 

ແຫລ່ງຂ່າວ:

ລພນ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...