spot_img
Homeຂ່າວພາຍ​ໃນຍົກເລີກສັນຍາສໍາປະທານ ແລະ ເກັບຄ່າຜ່ານທາງ 14A ຢູ່ແຂວງຈໍາປາສັກ

ຍົກເລີກສັນຍາສໍາປະທານ ແລະ ເກັບຄ່າຜ່ານທາງ 14A ຢູ່ແຂວງຈໍາປາສັກ

Published on

ຈຳປາສັກອອກແຈ້ງການ ໃນວັນທີ 31 ສິງຫາ 2024 ກ່ຽວກັບການຍົກເລີກສັນຍາສໍາປະທານ ແລະ ຍົກເລີກການເກັບເງິນຄ່າຜ່ານທາງ 14 A (ບ້ານຫ້ວຍ ເພັກ, ເມືອງໂພນທອງ ຫາ ບ້ານພະພີນ, ເມືອງຈໍາປາສັກ, ແຂວງຈໍາປາສັກ) ຢ່າງຖາວອນ.

ອີງຕາມ ກົດຫມາຍວ່າດ້ວຍການປົກຄອງທ້ອງຖິ່ນ (ສະບັບປັບປຸງ) ສະບັບເລກທີ 68/ສພຊ, ລົງວັນທີ 14 ທັນວາ 2015;
ອີງຕາມ ສັນຍາສໍາປະທານການເກັບຄ່າຜ່ານທາງເລກທີ 14A ແຕ່ ບ້ານຫ້ວຍເພັກ, ເມືອງໂພນທອງ ຫາ ບ້ານພະ ຟິນ, ເມືອງຈໍາປາສັກ, ແຂວງຈໍປາສັກ, ສະບັບເລກທີ 276/ກຽຂ.ຈສ, ລົງວັນທີ 24 ພຶດສະພາ 2017;
ອີງຕາມ ບົດບັນທຶກກອງປະຊຸມປຶກສາຫາລື ເພື່ອຍົກເລີກສັນຍາສໍາປະທານ ແລະ ຍົກເລີກການເກັບຄ່ ຜ່ານທາງ 14A, ສະບັບລົງວັນທີ 15 ກໍລະກົດ 2024.
ອີງຕາມ ຂໍ້ຕົກລົງວ່າດ້ວຍການອະນຸມັດໃຫ້ພະແນກການເງິນແຂວງຈໍາປາສັກຍົກເລີກສັນຍາຮັບເຫມົາສໍາ ປະທານ ກິດຈະການເກັບເງິນຄ່າຜ່ານທາງ 14A, ເສັ້ນທາງແຕ່ບ້ານ ຫ້ວຍເພັກ ເມືອງ ໂພນທອງ ຫາ ບ້ານ ພະພີນ ເມືອງຈໍາປາສັກ, ສະບັບເລກທີ 876/ຈຂ.ຈສ, ລົງວັນທີ 31 ກໍລະກົດ 2024
ຫ້ອງວ່າການແຂວງ ຂໍຖືເປັນກຽດແຈ້ງມາຍັງ ອົງການຈັດຕັ້ງພັກ-ລັດ, ບຸກຄົນ, ນິຕິບຸກຄົນ ພາຍໃນ ແລະ ຕ່າງປະເທດ ຮັບຊາບກ່ຽວກັບການນໍາໃຊ້ເສັ້ນທາງ 14A ແຕ່ບ້ານຫ້ວຍເພັກ, ເມືອງໂພນທອງ ຫາ ບ້ານພະພີນ, ເມືອງຈໍາປາສັກ, ແຂວງຈໍາປາສັກ ຈະໄດ້ຍົກເລີກການເກັບເງິນຄ່າຜ່ານທາງ ເສັ້ນທາງດັ່ງກ່າວ ນັບແຕ່ວັນທີ 01 ສິງຫາ 2024 ເປັນຕົ້ນໄປ ເພື່ອເປັນການປະຕິບັດຕາມນະໂຍບາຍຂອງລັດຖະບານ ກ່ຽວກັບການແກ້ໄຂຄວາມ ຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນຂອງປະເທດເຮົາທີ່ກໍາລັງປະເຊີນຢູ່ ກໍ່ຄືການຫຼຸດຜ່ອນ ພາລະໃຫ້ແກ່ ພະນັກງານ, ທະຫານ, ຕໍາຫຼວດ ແລະ ປະຊາຊົນບັນດາເຜົ່າ ທີ່ນໍາໃຊ້ເສັ້ນທາງດັ່ງກ່າວ.
ດັ່ງນັ້ນ, ຈຶ່ງແຈ້ງມາຍັງມາຍັງ ອົງການຈັດຕັ້ງພັກ-ລັດ, ບຸກຄົນ, ນິຕິບຸກຄົນ ພາຍໃນ ແລະ ຕ່າງປະເທດ ເພື່ອຊາບ.

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...