spot_img
Homeຂ່າວພາຍ​ໃນຍິງຄົນລາວຖືກຕົວະໄປເຮັດວຽກຢູ່ໄທດົນເຖິງ 17 ປີໂດຍບໍ່ໄດ້ຄ່າຈ້າງ ແລະ ບໍ່ໃຫ້ອອກເຮືອນ

ຍິງຄົນລາວຖືກຕົວະໄປເຮັດວຽກຢູ່ໄທດົນເຖິງ 17 ປີໂດຍບໍ່ໄດ້ຄ່າຈ້າງ ແລະ ບໍ່ໃຫ້ອອກເຮືອນ

Published on

ຜູ້ເຄາະຮ້າຍ ອາຍຸ 32 ປີ ປະຊາຊົນເມືອງເລົ່າງາມ ແຂວງສາລະວັນ ໄດ້ພົບກັບຄອບຄົວເປັນຄັ້ງທຳອິດ ໃນຮອບ 17 ປີ ພາຍຫຼັງທີ່ຕົກເປັນເຫຍື່ອຂອງນາຍໜ້າຄ້າແຮງງານລາວ-ໄທ ຕົວະໄປເຮັດວຽກຢູ່ບາງກອກ ປະເທດໄທ ຕັ້ງແຕ່ອາຍຸຍັງບໍ່ທັນຮອດ 15 ປີ ຢູ່ໃນເຮືອນຫຼັງໜຶ່ງ ໃນຖານະເປັນຄົນໃຊ້ ຢູ່ປະເທດໄທ ໂດຍທີ່ນາຍຈ້າງບໍ່ໄດ້ໃຫ້ຄ່າຈ້າງເລີຍ.

ຜູ້ເຄາະຮ້າຍໃສ່ເສື້ອສີຟ້າ

ໃນວັນທີ 23 ພຶດສະພາ 2023 ທີ່ດ່ານສາກົນວັງເຕົ່າ ເມືອງໂພນທອງ ແຂວງຈຳປາສັກ: ທາງການໄທໄດ້ສົ່ງມອບຕົວເຫຍື່ອຂອງນາຍໜ້າຄ້າແຮງງານ ໃຫ້ກັບເຈົ້າໜ້າທີ່ຂອງແຂວງຈຳປາສັກ ແລະ ແຂວງສາລະວັນ, ພ້ອມນີ້ ທາງການໄທກໍໄດ້ມອບເງິນຊ່ວຍເຫຼືອໃນການດຳເນີນຄະດີ ແລະ ຈາກການປັບໄໝນາຍຈ້າງ ຈຳນວນ 180.000 ບາດ ໃຫ້ຜູ້ກ່ຽວນຳໄປໃຊ້ສ້າງຊີວິດໃໝ່ ຢູ່ບ້ານເກີດ.

ຕາງໜ້າກົມສະຫວັດດີການ ແລະ ຄຸ້ມຄອງແຮງງານ ບາງກອກ ປະເທດໄທ ໄດ້ໃຫ້ສຳພາດວ່າ: ທາງການໄທກໍໄດ້ປະສານງານກັບສຳນັກງານສະວັດດີການແຂວງອຸບົນ ເພື່ອໃຫ້ເປັນໂຕແທນ ມອບເງິນທີ່ໄດ້ຮຽກຮ້ອງຈາກນາຍຈ້າງ ຈຳນວນ 180.000 ບາດ ເຊິ່ງນາຍຈ້າງກໍເອົາເງິນມາຈ່າຍ ເພື່ອສົ່ງມອບໃຫ້ກັບລູກຈ້າງ.

ການຊ່ວຍເຫຼືອໄດ້ເກີດຂຶ້ນໃນວັນທີ 13 ມີນາ 2023 ໂດຍເຈົ້າໜ້າທີ່ຈາກພາກສ່ວນແຮງງານຈາກ ສປປ ລາວ, ອົງການສາກົນ ແລະ ຕຳຫຼວດ ໄດ້ນຳໝາຍຄົ້ນ ເພື່ອໄປຊ່ວຍລູກຈ້າງຢູ່ໃນເຮືອນທີ່ເຮັດວຽກຢູ່ ຫຼັງຈາກເຈົ້າໜ້າທີ່ໄທໄດ້ຮັບແຈ້ງຈາກຍາດພີ່ນ້ອງຜູ້ເຄາະຮ້າຍທີ່ຢູ່ ສປປ ລາວ ວ່າ ຜູ້ກ່ຽວໄດ້ເຮັດວຽກຢູ່ເຮືອນຫຼັງດັ່ງກ່າວເປັນເວລາດົນແລ້ວ ນາຍຈ້າງບໍ່ໃຫ້ຄ່າຈ້າງ ແລະ ບໍ່ສາມາດອອກຈາກເຮືອນຫຼັງນັ້ນໄດ້ ນອກຈາກຈະຖືກຕົວະໄປເຮັດວຽກຢູ່ໄທແຕ່ຍັງນ້ອຍແລ້ວ ກໍຍັງຖືກກັກຕົວຢູ່ແຕ່ໃນເຮືອນຕະຫຼອດໄລຍະ 17 ປີ.

ເຖິງຢ່າງໃດກໍຕາມ ປັດຈຸບັນ ຜູ້ເຄາະຮ້າຍຄົນດັ່ງກ່າວກໍໄດ້ກັບຄືນປະເທດແລ້ວ ແຕ່ມູນນິທິເຄືອຄ່າຍສົ່ງເສີມ ຄຸນນະພາບຊີວິດແຮງງານ  ທີ່ມີສ່ວນສຳຄັນໃນການຊ່ວຍເຫຼືອໃນຄັ້ງນີ້ກໍຍັງມີຄວາມເປັນຫ່ວງຕໍ່ກັບການໃຊ້ຊີວິດຂອງຜູ້ເຄາະຮ້າຍຄົນນີ້ ຍ້ອນຜູ້ກ່ຽວໄດ້ຖືກພາມາເຮັດວຽກແຕ່ຍັງນ້ອຍ ແລະ ຖືກກັກບໍ່ໃຫ້ອອກໄປໃສ ບໍ່ເຄີຍຈັບເງິນ ຈຶ່ງຕ້ອງກັງວົນເລື່ອງການປັບຕົວເມື່ອຢູ່ກັບສັງຄົມ.

ແຫຼ່ງຂ່າວ RFA Lao

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...