spot_img
Homeຄລິບ-ວິດີໂອຊີວິດຈິງຂອງເດັກນ້ອຍບ້ານນອກ

ຊີວິດຈິງຂອງເດັກນ້ອຍບ້ານນອກ

Published on

ກ່ນຈະຫລິ້ນກິນຟູມເຟືອຍ ກ່ອນຈະເທຖິ້ມອາຫານທີ່ກິນບໍ່ໝົດ ຢ່າລືມຄິດເຖິງຮູບພາບນີ້ແດ່ເດີ

ຊີວິດເດັກນ້ອຍບ້ານນອກເປັນຈັ່ງຊີ້ລະພີ່ນ້ອງ­ເອີຍ ໃຜບໍ່ເຄີຍເຫັນລະເບິ່ງເອົາ ກ່ອນຊິໄດ້ກິນເຂົ້າບໍ່ແມ່ນເລື່ອງງ່າຍໆ ຕ້ອງຕຳເຂົ້າທຸກມື້ ເຊົ້າ-ແລງ ກັບໄມ້ສາກທີ່ໜັກເກີນແຮງ ຖ້າບໍ່ໃຊ້ວິທີນີ້ກໍບໍ່ມີວິທີອື່ນໃດ ນອກເສຍຈະໃສ່ຄົກມອງທີ່ຢຽບດ້ວຍຕີນ ໂຮງສີເຂົ້ານັ້ນເຂົາເຈົ້າບໍ່ເຄີຍເຫັນຊ້ຳ ຫຼືເຫັນກໍບໍ່ສາມາດຊື້ໄດ້ ເພາະບໍ່ມີເງິນພໍ.

ຂັ້ນຕອນກ່ອນຊິໄດ້ກິນເຂົ້າ ເລິ່ມຈາກຖາງປ່າເຮັດໄຮ່ ຈູດໄຮ່ ຮ້າໄຮ່ ຮົ້ວໄຮ່ ນ່ຳເຂົ້າ ເສຍຫຍ້າຫຼາຍຮອບ ເກັບກ່ຽວ ຂົນມາບ້ານ ຕຳເຂົ້າ (ເຊົ່າ-ຊ້ອມ-ຟັດ) ໝ່າເຂົ້າ ແລະກໍໜຶ້ງເຂົ້າ ມັນຜ່ານຫຼາຍຂັ້ນຕອນ ໃຊ້ເວລາຢ່າງໜ້ອຍກໍແມ່ນ 4 ເດືອນຈຶ່ງໄດ້ກິນເຂົ້າ ມັນບໍ່ແມ່ນເລື່ອງງ່າຍໆ.

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...