spot_img
Homeຂ່າວຕ່າງປະເທດຈີນ ກາຍເປັນຜູ້ລົງທຶນຢູ່ແຖວໜ້າ ໃນພາກພື້ນອາຟຣິກກາຕາເວັນອອກ

ຈີນ ກາຍເປັນຜູ້ລົງທຶນຢູ່ແຖວໜ້າ ໃນພາກພື້ນອາຟຣິກກາຕາເວັນອອກ

Published on

400mmm

ຂປລ. ຕາມ​ຂ່າວ​ຕ່າງປະ​ເທດ, ວັນ​ທີ 13 ສິງຫາ 2015, ​ ຈີນ-​ອາຟຣິກກາ ​ຕາ​ເວັນ​ອອກ ​ໄດ້​ຮ່ວມກັນຈັດ​ຕັ້ງເວທີ​ປາຖະກະຖາ ວິ​ສາ​ຫະກິດຢູ່​ນະຄອນຫລວງ ກິ​ກາລີ ຂອງປະເທດຣູວັນ​ດາ.  ທ່ານ ຟຣານ ຊິດສ ຄາເຕ, ຄະນະ​ອຳນວຍ​ການ​ບໍລິຫານ​ພັດທະນາ ຣູວັນ​ດາ- ຈີນໄດ້ກ່າວວ່າ: ຈີນ ເປັນ​ປະ​ເທດ​ລົງທຶນຢູ່ແຖວໜ້າໃນພາກພື້ນ​ອາ​ຟຣິກກາ​ຕາ​ເວັນ​ອອກ ມີມູນຄ່າເພີ່ມ​ຂຶ້ນ 200 ຕື້​ໂດ​ລາ​ ສະ ຫະລັດ ​ພາຍ​ໃນ​ປີ 2014, ຖັດຈາກ​ສ.ອາ​ເມ​ລິ​ກາ 60 ຕື້​ ໂດ​ລາ ​ສະຫະລັດ ​ແລະ  ​ເອີຣົບ 30 ຕື້​ ໂດ​ລາ ​ສະຫະລັດ.

ນອກ ​ນີ້, ຈີນ ຍັງ​ເປັນປະ​ເທດ ທີ່​ມີ​ພື້ນຖານ​ເສດຖະກິດ​ໃຫຍ່​ ອັນ​ດັບ 2 ຂອງ​ໂລກ​ ​ແລະ ​ຈະຕອບ​ສະໜອງ​ ສິນ​ເຊື່ອຫລາຍ​ທີ່​ສຸດ​ ໃຫ້​ກັບ​ບັນດາ​ປະ​ເທດ ​​ພວມ​ພັດທະນາ​ຢູ່ ອາ​ຟຣິກກາ ແລະ ເປັນ​ປະ​ເທດ​ລົງທຶນ​​ໃຫຍ່​ທີ່​ສຸດ​ໃນ ປະເທດຣູວັນ​ດາ ດ້ວຍ​ມູນ​ຄ່າ 170 ລ້ານ​ໂດ​ລາ​ສະຫະລັດ ເປັນຕົ້ນ: ຂະ​ແໜງອຸດສາຫະກຳ, ຂຸດ​ຄົ້ນ​ບໍ່ແຮ່, ການ​ຄົມມະນາຄົມ ​ຂົນ​ສົ່ງ ​ແລະ​ ຂະ​ແໜງກໍ່ສ້າງ.

ການ ​ຮ່ວມ​ມື​ ລະຫວ່າງ ​ລັດຖະບານ​ ແລະ​ ວິ​ສາ​ຫະກິດ ຣູວັນ​ດາ ກັບ​ຈີນ​ ພວມ​ພັດທະນາ ​ຢ່າງ​ເຂັ້ມ​ແຂງ​ ​​ເພື່ອຊຸກຍູ້​ພື້ນຖານ​ເສດຖະກິດ ຣູວັນ​ດາ  ໃຫ້ພັດທະນາ​​ໄວ​ຂຶ້ນ​ໃນ​ພາກ​ພື້ນໂດຍສະເພາະ ໃນ​ຂົງ​ເຂດ​ການ​ລົງທຶນ ​ແລະ​ ການ​ຄ້າ​ສອງ​ຝ່າຍ.

 

ຂອບໃຈຂ່າວຈາກ:

ຂປລ

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...