spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມຈຳນວນຜູ້ທີ່ຕິດໂຣກເອດສ໌ໃນ ສປປ ລາວ

ຈຳນວນຜູ້ທີ່ຕິດໂຣກເອດສ໌ໃນ ສປປ ລາວ

Published on

16 ປີຜ່ານມາ ສປປ.ລາວ ພົບຜູ້ເປັນພະຍາດເອດສ໌ 4.909 ກໍລະນີ ແລະ ເສຍຊີວິດແລ້ວ 1.843 ຄົນ

ອີງຕາມການລາຍງານຈາກໜ່ວຍງານກ່ຽວຂ້ອງຂອງກະຊວງສາທາລະນະສຸກ ໃຫ້ຮູ້ວ່າ ນັບແຕ່ປີ 1990 ຫາທ້າຍເດືອນມິຖຸນາ 2016 ຢູ່ ສປປ.ລາວ ພົບຜູ້ຕິດເຊື້ອເອັຈໄອວີ (HIV) ທີ່ມີການລາຍງານທັງໝົດ 8.776 ກໍລະນີ ເປັນພະຍາດເອດສ໌ 4.909 ຄົນ ແລະ ເສຍຊີວິດແລ້ວ 1.843 ຄົນ  ປັດຈຸບັນ ຄາດຄະເນຂອງຜູ້ຕິດເຊື້ອເອັຈໄອວີທີ່ຍັງມີຊິວິດຢູ່ໃນທົ່ວປະເທດມີປະມານ 11.500 ຄົນ.

ທັງນີ້ ທ່ານ ຮສຈ.ດຣ. ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ຖະແຫຼງໃນຕອນເຊົ້າວັນທີ 29 ພະ ຈິກ 2016 ຢູ່ທີ່ກະຊວງດັ່ງກ່າວ ເນື່ອງໃນໂອກາດວັນສາກົນຕ້ານເອດສ໌ ວັນທີ 01 ທັນວາ ປະຈໍາປີ 2016 ວ່າ ວັນສາກົນຕ້ານເອດສ໌ ໄດ້ຈັດຂຶ້ນໃນວັນທີ 01 ທັນວາຂອງທຸກປີຢູ່ທົ່ວໂລກ ນັບແຕ່ປີ 1988 ເປັນຕົ້ນມາ ຈຸດປະສົງຕົ້ນຕໍຂອງວັນສາກົນຕ້ານເອດສ໌ ແມ່ນເພື່ອໂຄສະນາ ແລະ ປຸກລະດົມໃຫ້ປະຊາຊົນທົ່ວໂລກ ມີຄວາມສາມັກຄີ ແລະ ຮ່ວມແຮງຮ່ວມໃຈກັນ ເພື່ອຕໍ່ຕ້ານເຊື້ອເອັຈໄອວີ ແລະ ພະຍາດເອດສ໌ ທັງເປັນໂອກາດໃນການສະແດງຄວາມເປັນຫ່ວງເປັນໄຍຕໍ່ຜູ້ທີ່ຕິດເຊື້ອ ແລະ ອາໄລຕໍ່ຜູ້ທີ່ເສຍຊີວິດຍ້ອນພະຍາດເອດສ໌.

ຄຳຂັວນຂອງວັນສາກົນຕ້ານເອດສ໌ ສຳລັບປີນີ້ແມ່ນ ຍົກມືຂຶ້ນຮ່ວມໃຈກັນຕ້ານໄພເອດສ໌  ອີງຕາມການລາຍງານຂອງອົງການສະຫະປະຊາຊາດຕ້ານເອດສ໌ ຫຼື ອົງການ UNAIDS ໃນທ້າຍປີ 2015 ຍັງມີຜູ້ຕິດເຊື້ອເອັຈໄອວີ ທີ່ຍັງມີຊີວິດຢູ່ໃນທົ່ວໂລກຈຳນວນ ປະມານ 36,7 ລ້ານຄົນ ເພີ່ມຂຶ້ນຈາກ 33,3 ລ້ານຄົນ ໃນປີ 2010 ທີ່ເປັນຜົນເນື່ອງມາຈາກຍັງສືບຕໍ່ມີກໍລະນີໃໝ່ຂອງຜູ້ຕິດເຊື້ອ ແລະ ຜູ້ທີ່ຕິດເຊື້ອຢູ່ກ່ອນແລ້ວມີອາຍຸຍືນຍາວກວ່າເກົ່າ ແລະ ການເພີ່ມຂຶ້ນຂອງປະຊາກອນ ເຊິ່ງໃນປີ 2015 ມີຜູ້ເສຍຊີວິດ ຍ້ອນພະຍາດເອດສ໌ ຈໍານວນ 1,1 ລ້ານຄົນໃນທົ່ວໂລກ ຫຼຸດລົງ 27% ເມື່ອທຽບໃສ່ ປີ 2010 ສາເຫດທີ່ມີການຕາຍຫຼຸດລົງ ເນື່ອງຈາກການບໍລິການໃຫ້ການປິ່ນປົວດ້ວຍຢາຕ້ານຕໍ່ເຊື້ອເອັຈໄອວີ ເພີ່ມຂຶ້ນ ໃນປັດຈຸບັນ ເຊື້ອເອັຈໄອວີ ເປັນສາເຫດຕົ້ນຕໍຂອງການເສຍຊີວິດໃນທົ່ວໂລກ ແລະ ເປັນສາເຫດຂອງການເສຍຊີວິດອັນດັບນຶ່ງໃນທະວີບອາຟຣິກາ ເຊິ່ງສາເຫດຂອງການຕິດເຊື້ອເອັຈໄອວີ ແມ່ນມີຄວາມແຕກຕ່າງກັນໃນແຕ່ລະປະເທດ ສ່ວນຫຼາຍມາຈາກການຮ່ວມເພດທີ່ບໍ່ປອດໄພ ລະຫວ່າງຊາຍກັບຍິງ ແລະ ໃນກຸ່ມຊາຍທີ່ມີເພດສຳພັນກັບຊາຍ ໂຮມທັງຜູ້ທີ່ສັກຢາເສບຕິດເຂົ້າທາງເສັ້ນເລືອດ ແລະ ຜູ້ທີ່ຂາຍບໍລິການທາງເພດ.

ສຳລັບ ສປປ.ລາວ ແຕ່ປີ 1990 ຮອດທ້າຍເດືອນມິຖຸນາ 2016 ມີຈໍານວນທີ່ຕິດເຊື້ອຈາກການລາຍງານທັງໝົດ 8.776 ກໍລະນີ ເປັນພະຍາດເອດສ໌ 4.909 ຄົນ ແລະ ເສຍຊີວິດແລ້ວ 1.843 ຄົນ ເຊິ່ງຄາດຄະເນຈໍານວນຜູ້ຕິດເຊື້ອເອັຈໄອວີທີ່ຍັງມີຊິວິດຢູ່ໃນທົ່ວປະເທດກໍມີປະມານ 11.500 ຄົນ ໃນນັ້ນ 88% ຂອງການຕິດເຊື້ອແມ່ນທາງເພດສໍາພັນທີ່ບໍ່ປອດໄພ ລະຫວ່າງຊາຍກັບຍິງ 4,8 % ຈາກແມ່ຫາລູກ 2,9% ຈາກການມີເພດສໍາພັນລະຫວ່າງຊາຍກັບຊາຍ ເຖິງຢ່າງໃດກໍຕາມ ສປປ.ລາວ ກໍຍັງຖືກຈັດເຂົ້າຢູ່ໃນບັນດາປະເທດທີ່ມີອັດຕາການຕິດເຊື້ອເອັຈໄອວີຕໍ່າໃນກຸ່ມປະຊາກອນທົ່ວໄປ ອາຍຸ 15 ປີຫາ 49 ປີ ຄືຢູ່ໃນລະຫວ່າງ 0,3% ເປັນເວລາເກືອບ 10 ປີ ທັງຍັງສາມາດບັນລຸໄດ້ເປົ້າໝາຍແຫ່ງຊາດ ຄື ອັດຕາການຕິດເຊື້ອບໍ່ເກີນ 1% ຮອດທ້າຍປີ 2015  ສຳລັບການເຄື່ອນໄຫວວຽກງານຕ້ານເອດສ໌ ທີ່ ສປປ.ລາວ ໄດ້ມີນະໂຍບາຍ ແລະ ກົດໝາຍວ່າດ້ວຍການສະກັດກັ້ນ ແລະ ຕ້ານເຊື້ອເອັຈໄອວີ ນັບຕັ້ງແຕ່ປີ 2010 ເປັນຕົ້ນມາ ມີຄະນະກຳມະການແຫ່ງຊາດຕ້ານເອດສ໌ໃນຂັ້ນສູນກາງ ຂັ້ນແຂວງ ຂັ້ນເມືອງ ອີກທັງມີແຜນຍຸດທະສາດ ແລະ ແຜນງານແຫ່ງຊາດຕ້ານເອດສ໌ 2011- 2015 ສ່ວນແຜນການເຄື່ອນໄຫວສົກປີ 2016-2020 ມີເປົ້າໝາຍເພື່ອຍຸດຕິການແຜ່ລະບາດຂອງເຊື້ອເອັຈໄອວີ ແລະ ຫຼຸດຜ່ອນຜົນກະທົບຈາກເຊື້ອເອັຈໄອວີ ແລະ ພະຍາດເອດສ໌ ໃນ ສປປ.ລາວ ແລະ ມີ 3 ຈຸດປະສົງໃຫຽ່ຄື (1) ເພື່ອສ້າງສະພາບແວດລ້ອມທີ່ເອື້ອອຳນວຍໃນການຕອບໂຕ້ຕໍ່ເຊື້ອເອັຈໄອວີ ແລະ ພະຍາດເອດສ໌ ທີ່ມີປະສິດທິຜົນ (2) ເພື່ອປ້ອງກັນ ແລະ ຫຼຸດຜ່ອນການຕິດເຊື້ອເອັຈໄອວີ ແລະ (3) ເພື່ອເພີ່ມການປົກຄຸມ ແລະ ຮັບປະກັນຄຸນະພາບໃນການບໍລິການຂອງການປິ່ນປົວ ການເບິ່ງແຍງສຸຂະພາບ ແລະ ຊ່ອຍເຫຼືອຜູ້ທີ່ຕິດເຊື້ອເອັຈໄອວີ.

ປັດຈຸບັນ ຢູ່ ສປປ.ລາວ ມີສະຖານທີ່ໃຫ້ຄຳປຶກສາ ແລະ ກວດເລືອດຫາການຕິດເຊື້ອເອັຈໄອວີ ໂດຍບໍ່ໄດ້ເສຍຄ່າຈຳນວນ 168 ແຫ່ງໃນຂອບເຂດທົ່ວປະເທດ ໃນນັ້ນ 54 ແຫ່ງຢູ່ສູນກາງ ແລະ ຂັ້ນແຂວງ 98 ແຫ່ງ ແລະ ຢູ່ໃນຂັ້ນເມືອງ 16 ແຫ່ງ ຢູ່ສຸກສາລາບ້ານ ມີສູນເຮືອນໃໝ່ສໍາລັບໃຫ້ການບໍລິການແກ່ສາວບໍລິການຈຳນວນ 9 ແຫ່ງ ຢູ່ 6 ແຂວງ ແລະ ເຄືອຂ່າຍຜູ້ຕິດເຊື້ອທັງໝົດ 14 ກຸ່ມ ຢູ່ 12 ແຂວງ ເຊິ່ງມີສະມາຊິກ ຈໍານວນ 707 ຄົນ ມີສະຖານທີ່ປິ່ນປົວຜູ້ຕິດເຊື້ອເອັຈໄອວີ ແລະ ເປັນພະຍາດເອດສ໌ ດ້ວຍຢາຕ້ານຕໍ່ເຊື້ອເອັຈໄອວີແລ້ວ 11 ແຫ່ງ ຢູ່ 8 ແຂວງ ຄື ຫຼວງນໍ້າທາ ບໍ່ແກ້ວ ຫົວພັນ ຫຼວງພະບາງ ນະຄອນຫຼວງວຽງຈັນ ຄໍາມ່ວນ ສະຫວັນນະເຂດ ແລະ ຈຳປາສັກ ໃນປີ 2015 ຜ່ານມາ ມີຜູ້ມາຮັບການກວດເລືອດ ຊອກຫາການຕິດເຊື້ອເອັຈໄອວີ ມີຈຳນວນທັງໝົດ 85.703 ຄົນ ໃນນັ້ນພົບຜົນກວດເລືອດບວກ 1,3% ເມື່ອທຽບໃສ່ໝົດປີ 2014 ມີຜູ້ມາຮັບການກວດເລືອດທັງໝົດພຽງແຕ່ 58.475 ຄົນ ແລະ ພົບຜົນກວດເລືອດບວກ 17% ປັດຈຸບັນ ມີຜູ້ທີ່ພວມຮັບຢາຕ້ານຕໍ່ເຊື້ອເອັຈໄອວີ ຈຳນວນ 3.879 ຄົນ.

ອີງໃສ່ສະພາບຂອງການແຜ່ລະບາດຂອງເຊື້ອເອັຈໄອວີ ດັ່ງກ່າວ ຈິ່ງມີຄວາມຈໍາເປັນຕ້ອງສືບຕໍ່ຂະຫຽາຍວຽກງານຕ້ານເອດສ໌ ເພື່ອໃຫ້ບັນລຸເປົ້າໝາຍໃໝ່ຂອງອົງການສະຫະປະຊາຊາດຕ້ານເອດສ໌ ຄື ຍຸດຕິການລະບາດຂອງເຊື້ອເອັຈໄອວີ ພາຍໃນປີ 2030 ນອກຈາກນັ້ນກໍຕ້ອງບັນລຸເປົ້າໝາຍໃໝ່ໃນການປິ່ນປົວພາຍໃນປີ 2020 ຄື 90-90-90 ເຊິ່ງໝາຍຄວາມວ່າໃຫ້ໄດ້ 90% ຂອງຜູ້ຕິດເຊື້ອເອັຈໄອວີ ຮັບການກວດເລືອດຊອກຫາການຕິດເຊື້ອເອັຈໄອວີ ແລະ ຮູ້ຜົນຂອງການກວດເລືອດ ຖ້າການບົ່ງມະຕິພົບວ່າຕິດເຊື້ອເອັຈໄອວີແລ້ວ 90% ກໍຕ້ອງໄດ້ຮັບຢາຕ້ານຕໍ່ເຊື້ອເອັຈໄອວີ ແລະ 90% ຂອງຜູ້ໄດ້ຮັບຢາຕ້ອງມີບໍລິມາດຂອງເຊື້ອເອັຈໄອວີ ໃນເລືອດຫຼຸດລົງ ໂດຍເປົ້າໝາຍດັ່ງກ່າວ ແມ່ນເປົ້າໝາຍແບບເລັ່ງລັດ ຫຼື Fast Tract ເຊິ່ງປັດຈຸບັນ ສປປ.ລາວ ພວກເຮົາ ບັນລຸໄດ້ປະມານ 56%-34% ແລະ 81% ເພື່ອບັນລຸໄດ້ເປົ້າໝາຍແບບເລັ່ງລັດດັ່ງກ່າວ ພວກເຮົາຕ້ອງໄດ້ອອກແຮງຢ່າງໃຫຽ່ຫຼວງໃນວຽກງານໂຄສະນາເຜີຍແຜ່ວຽກງານຕ້ານເອດສ໌ ໂດຍການປະກອບສ່ວນຈາກຫຼາຍພາກສ່ວນທັງພາກລັດ ອົງການຈັດຕັ້ງມະຫາຊົນ ອົງການຈັດຕັ້ງຊຸມຊົນ ພາກສ່ວນເອກະຊົນ ຜູ້ຕິດເຊື້ອ ແລະ ຜູ້ທີ່ມີຄວາມສ່ຽງສູງ ແລະ ຜູ້ທີ່ໄດ້ຮັບຜົນກະທົບອື່ນໆ ໂຮມທັງອົງການຈັກຕັ້ງທັງພາຍໃນ – ຕ່າງປະເທດ ແລະ ຄູ່ຮ່ວມມືອຶ່ນໆ ກໍຕ້ອງຊຸກຍູ້ໃຫ້ແຕ່ລະຄົນ ໂດຍສະເພາະຜູ້ທີ່ມີຄວາມສ່ຽງສູງໃຫ້ມາກວດເລືອດເພື່ອຮູ້ສະພາບຂອງການຕິດເຊື້ອຂອງຕົນເອງປີໜຶ່ງຕໍ່ນຶ່ງຄັ້ງ ຖ້າຫາກວ່າພົບຜົນການກວດເລືອດບວກກໍຈະໄດ້ກິນຢາຕ້ານຕໍ່ເຊື້ອເອັຈໄອວີແຕ່ຫົວທີ່ ເຊິ່ງຈະເຮັດໃຫ້ບໍ່ມີການສົ່ງເຊື້ອໃຫ້ແກ່ຄົນອຶ່ນ ນອກຈາກນີ້ ຜູ້ທີ່ກິນຢາຕ້່ານຕໍ່ເຊື້ອເອັຈໄອວີ ຍັງຈະມີພູມຕ້ານທານ ເຮັດໃຫ້ບໍ່ມີການຕິດເຊື້ອພະຍາດແຊກຊ້ອນໄດ້ງ່າຍ ເຮັດໃຫ້ການເສຍຊີວິດໜ້ອຍລົງ ສ່ວນຜູ້ທີ່ມີຜົນການກວດເລືອດລົບ ກໍຈະຕ້ອງສືບຕໍ່ເຮັດການປ້ອງກັນຕົນເອງໃຫ້ດີທີ່ສຸດເພື່ອບໍ່ໃຫ້ຕິດເຊື້ອ.

ຂ່າວ/ພາບ: ເທບພະວົງ

ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສຕລ ປະກາດລາຍຊື່ນັກກິລາທີມຊາດລາວ ຍູ 23 ເຂົ້າຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ.

ປະກາດ 23 ລາຍຊື່ນັກກິລາທີມຊາດລາວ ຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ. ໃນວັນທີ 11 ກໍລະກົດ 2025 ສະຫະພັນບານເຕະແຫ່ງຊາດລາວ (ສຕລ)...

ດາວດວງໃໝ່! ສາຍແສງໃນເວທີສາກົນ ອອດສະກ້າ ນັກກິລາໜຸ່ມນ້ອຍລາວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ

ນ້ອງ ອອດສະກ້າ ອາຍຸ 11 ປີ ໜຸ່ມນ້ອຍແຄ່ງລູກເຂົ້າໜຽວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ ທີ່ປະເທດແອັດສະປາຍ. ກາຍເປັນອີກຂ່າວດີຂອງວົງການກິລາບານເຕະເຍົາວະຊົນລາວ ອີກໜຶ່ງຜົນງານໃນເວທີສາກົນ ທ້າວ ສີນໄຊ ຫຼວງບຸນເຮືອງ ຫຼື...

ເຈົ້າໜ້າທີ່ຕຳຫຼວດໄທຈັບກຸມ ໜຸ່ມຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຫາເງິນຊື້ອາຫາານໃຫ້ໝາ-ແມວ

ໜຸ່ມໄທຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຊື້ອາຫານມາລ້ຽງໝາ-ແມວ 30 ກວ່າໂຕ ສຳນັກຂ່າວໄທລັດລາຍງານໃນວັນທີ 9 ກໍລະກົດ 2025 ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດໄທ ຮ່ວມກັບພາກສ່ວນກ່ຽວຂ້ອງໄດ້ລົງພຶ້ນທີ່ເພື່ອແກ້ໄຂບັນຫາຢາເສບຕິດ ຕາມການລາຍງານຂອງພົນລະເມືອງດີວ່າມີກຸ່ມຄົນຄ້າຂາຍຢາເສບຕິດໃນຊຸມຊົນແຫ່ງໜຶ່ງໃນ ຈັງຫວັດ ສຣະແກ້ວ ປະເທດໄທ. ຕາມການລົງພຶ້ນທີ່ຕົວຈິງຂອງເຈົ້າໜ້າທີ່ໄທສາມາດຈັບຕົວຜູ້ຖືກຫາໄດ້ໜຶ່ງຄົນ...

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຢ່າງເປັນທາງການ

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ. ພິທີເຊັນບົດບັກທຶກ ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ຈາກກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຈັດຂຶ້ນໃນວັນທີ 8 ກໍລະກົດ 2025,...