spot_img
Homeຂ່າວພາຍ​ໃນຄ່າໄຟຟ້າປັບໃໝ່ ເລີ່ມມີຜົນແຕ່ນີ້ຮອດທ້າຍປີໜ້າ

ຄ່າໄຟຟ້າປັບໃໝ່ ເລີ່ມມີຜົນແຕ່ນີ້ຮອດທ້າຍປີໜ້າ

Published on

ຈາກ​ການ​ປັບ​ຂຶ້ນ​ຄ່າ​ໄຟ­ຟ້າ​ໃນ​ໄລ­ຍະ​ຜ່ານມາ​ເຮັດ​ໃຫ້​ປະ­ຊາ­ຊົນ​ຈຳ­ນວນ​ບໍ່​ໜ້ອຍ​ໄດ້​ຮັບ​ຜົນກະ­ທົບ ຊຶ່ງ​ສະ­ພາບ​ການ​ດັ່ງ­ກ່າວ​ແມ່ນ​ໄດ້​ຮັບການ​ແກ້​ໄຂ​ແລ້ວ​ໃນ​ເບື້ອງ​ຕົ້ນແຕ່​ເພື່ອ​ເຮັດ​ໃຫ້ປະ­ຊາ­ຊົນ​ຜູ້​ຊົມ­ໃຊ້​ໄຟ­ຟ້າ​ໃນ​ທົ່ວ​ປະ­ເທດ​ໄດ້​ນຳໃຊ້​ໄຟ​ທີ່​ມີ​ລາ­ຄາ​ເໝາະ​ສົມ​ລັດ​ຈິ່ງ​ໄດ້​ປັບ­ປຸງ​ຫົວໜ່ວຍ​ລາ­ຄາ​ໄຟ­ຟ້າ​ປະ­ເພດ​ທີ່­ຢູ່​ອາ­ໄສ​ໃໝ່​ໃຫ້​ເປັນ 6 ຂັ້ນ ຈາກ​ໄລ­ຍະ​ຜ່ານ​ມາ​ມີ​ພຽງ 3 ຂັ້ນ.

ເມື່ອ​ວັນ​ທີ 7 ກໍ­ລະ­ກົດ​ຜ່ານ​ມາທ່ານ ຄຳ​ມະ­ນີ ອິນ​ທິ​ລາດ ລັດ­ຖະ­ມົນ­ຕີ​ກະ­ຊວງ​ພະ­ລັງ­ງານ ແລະບໍ່​ແຮ່ ໄດ້​ມີ​ແຈ້ງ​ການ​ສະ­ບັບ​ເລກ​ທີ 1182/ພບ ລົງ​ວັນ​ທີ 7 ກໍ­ລະ­ກົດ 2016 ເຖິງ​ທ່ານ​ຜູ້­ອຳ­ນວຍ­ການ​ໃຫຍ່​ລັດ​ວິ​ສາຫະ​ກິດ​ໄຟ­ຟ້າ​ລາວ​ເລື່ອງ​ການ​ປັບ­ປຸງ​ຫົວ­ໜ່ວຍ​ລາ­ຄາ​ໄຟ­ຟ້າ​ປະ­ເພດ​ທີ່­ຢູ່​ອາ­ໄສ​ໃໝ່ ໂດຍ​ກະ­ຊວງ​ພະ­ລັງ­ງານ ແລະ​ບໍ່​ແຮ່​ເຫັນດີ​ໃຫ້​ປັບ­ປຸງ​ລາ­ຄາ​ໄຟ­ຟ້າ​ຊົມ­ໃຊ້​ປະ­ເພດຄົວ​ເຮືອນ ຫຼື ທີ່­ຢູ່​ອາ­ໄສ​ພາຍ​ໃນ​ປະ­ເທດ ໃນ​ລະ­ບົບ​ຕາ​ຂ່າຍ​ຂອງ​ລັດ​ວິ​ສາ​ຫະ​ກິດ ໄຟ­ຟ້າ​ລາວ.

ຊຶ່ງ​ລາ­ຄາ​ໄຟ­ຟ້າ​ປະ­ເພດ​ຄົວ​ເຮືອນ ຫຼື ທີ່­ຢູ່​ອາ­ໄສ​ໃນ​ເມື່ອ​ກ່ອນ​ແມ່ນ​ຄິດ­ໄລ່​ຕາມຂັ້ນ­ໄດ 3 ຂັ້ນ​ຄື: ໜຶ່ງ​ລາ­ຄາ​ແຕ່ 0-25 ກິ ໂລ​ວັດ​ໂມງ(kwh) ແມ່ນ 348 ກີບ​ຕໍ່​ກິໂລ​ວັດ ໂມງ, ສອງ​ແຕ່ 26-150 ກິ​ໂລວັດ​ໂມງ 414 ກີບ​ຕໍ່​ກິ​ໂລ​ວັດ​ໂມງ ແລະຂັ້ນ​ທີ​ສາມ​ແຕ່ 151 ຂຶ້ນ​ໄປ​ແມ່ນ 999 ກີບ​ຕໍ່​ກິ​ໂລ​ວັດ​ໂມງ ໂດຍ​ປັບ​ຈາກ 3 ຂັ້ນ​ໃນ​ການ​ຄິດ­ໄລ່ມາ​ເປັນ 6 ຂັ້ນ ຊຶ່ງ​ຂັ້ນ​ທຳ​ອິດ​ແມ່ນ 0-25 ກິ​ໂລ​ວັດ​ໂມງລາ­ຄາ 348 ກີບ​ຕໍ່​ກິ​ໂລ​ວັດໂມງ, ຂັ້ນ​ທີ​ສອງ 26-150 ກິ​ໂລ​ວັດ ໂມງ 414 ກີບ​ຕໍ່​ກິ​ໂລ​ວັດ​ໂມງ, ສາມ 151-300 ກິ​ໂລ​ວັດ​ໂມງ 799 ກີບ​ຕໍ່​ກິ​ໂລ​ວັດໂມງ, ສີ່ 301-400 ກິ​ໂລ​ວັດ​ໂມງ 880 ກີບ​ຕໍ່​ກິ​ໂລ​ວັດ​ໂມງ, ຫ້າ 401-500 ກິ​ໂລວັດ​ໂມງ 965 ກີບ​ຕໍ່​ກິ​ໂລ​ວັດ​ໂມງ ແລະຂັ້ນ​ສຸດ​ທ້າຍ 500 ກິ​ໂລ​ວັດ​ໂມງ​ຂຶ້ນ​ໄປ ແມ່ນ​ລາ­ຄາ 999 ກີບ​ຕໍ່​ກິ​ໂລ​ວັດ​ໂມງ ໂດຍ​ລາ­ຄາ​ດັ່ງ­ກ່າວ​ແມ່ນ​ເລີ່ມ​ຈັດ​ຕັ້ງ​ປະຕິ​ບັດ​ແຕ່​ເດືອນ​ກໍ­ລະ­ກົດ 2016 ຫາ​ເດືອນທັນ­ວາ 2017, ສ່ວນ​ອັດ­ຕາ​ລາ­ຄາ​ໄຟ­ຟ້າປະ­ເພດ​ອື່ນ​ທີ່​ບໍ່​ແມ່ນ​ທີ່­ຢູ່​ອາ­ໄສ​ໃຫ້​ຈັດຕັ້ງ​ປະ­ຕິ­ບັດ​ຄື­ເກົ່າ​ຕາມ​ແຈ້ງ​ການ​ສະ­ບັບເລກ​ທີ 0325/ພບ ລົງ​ວັນ​ທີ 9 ມີ­ນາ 2012.

ປະ­ຈຸ​ບັນ​ທົ່ວ​ປະ­ເທດ​ມີ​ເຂື່ອນ ແລະໂຮງ​ຜະ­ລິດ​ໄຟ­ຟ້າ​ທັງ​ໝົດ 46 ແຫ່ງ ລວມມີ​ກຳ­ລັງ​ຕິດ​ຕັ້ງ​ທັງໝົດ 6.306 ເມ​ກາວັດ ຊຶ່ງ​ບໍ­ລິ­ສັດ​ເອ­ກະ​ຊົນ​ສົ່ງ​ອອກ​ໂດຍ​ກົງ IPPO 4.410 ເມ​ກາ​ວັດ ແລະ​ສົ່ງ​ອອກພາຍ​ໃນ​ປະ­ເທດ IPPd 1.267 ເມ​ກາ​ວັດ, ບໍ­ລິ­ສັດ​ຜະ­ລິດ​ໄຟ­ຟ້າ​ມະ­ຫາ­ຊົນ 630 ເມກາ​ວັດ, ເຂື່ອນ​ຂະ­ໜາດ​ນ້ອຍ SPP 46,75 ເມ​ກາ​ວັດ ໂດຍ​ກຳ­ລັງ​ດຳ­ເນີນ​ການ​ກໍ່­ສ້າງມີ 35 ແຫ່ງ ມີ​ກຳ­ລັງ​ຕິດ​ຕັ້ງ​ທັງ​ໝົດ 4.471 ເມ​ກາ​ວັດ ໃນ​ນັ້ນ ປະ­ເທດ​ເຮົາ​ມີ​ທ່າ­ແຮງ​ທີ່​ສາ­ມາດ​ພັດ­ທະ­ນາ​ໄດ້​ທັງ​ໝົດ 26 ພັນ​ເມ​ກາ​ວັດ ແລະ​ໃນ​ປະ­ຈຸ​ບັນ​ທົ່ວ​ປະ­ເທດ​ມີ​ຈຳ­ນວນ​ຜູ້​ຊົມ­ໃຊ້​ໄຟ­ຟ້າ​ທັງ​ໝົດ 1,24 ລ້ານ​ກວ່າ​ໜ່ວຍກວມ​ຫຼາຍ​ກວ່າ 91% ຂອງ​ຈຳ­ນວນ​ຄົວ​ເຮືອນ​ທີ່​ໄດ້​ຊົມໃຊ້​ໄຟ­ຟ້າ​ເປັນ​ປົກ­ກະ­ຕິ​ໃນ​ທົ່ວ​ປະ­ເທດ.

ທີ່ມາ: ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...