spot_img
Homeຂ່າວພາຍ​ໃນຄວາມຄືບໜ້າໂຄງການກໍ່ສ້າງຈຸດສະຖານີໂດຍສານລົດໄຟລາວ-ຈີນ

ຄວາມຄືບໜ້າໂຄງການກໍ່ສ້າງຈຸດສະຖານີໂດຍສານລົດໄຟລາວ-ຈີນ

Published on

ອີງຕາມການລາຍງານ ຂອງແຟນເພສ ປະຊາຊົນ, ໃນວັນທີ 10 ມິຖຸນາ 2021 ນີ້ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ມີລັດຖະມົນຕີ, ຮອງລັດຖະມົນຕີ, ເຈົ້າຄອງ, ຫົວໜ້າກົມ-ຮອງກົມ ໄດ້ລົງເຄື່ອນໄຫວຕິດຕາມກວດກາ ພ້ອມດ້ວຍເບິ່ງຄວາມຄືບໜ້າໂຄງການກໍ່ສ້າງຈຸດສະຖານີໂດຍສານລົດໄຟລາວ-ຈີນນະຄອນຫຼວງວຽງຈັນ ບ້ານໂຄກສະອາດ ເມືອງໄຊທານີ ຊຶ່ງເປັນຈຸດເຊື່ອມຕໍ່ໃສ່ທາງດ່ວນວຽງຈັນ ໝາຍເລກ 1 (ໄປຕາມເສັ້ນທາງເລກທີ 13 ໃຕ້) ຊຶ່ງໃຫ້ການຕ້ອນຮັບ ຂອງທ່ານ ສ່ຽວ ຊ່ຽນເຫວີນ ຜູ້ອຳນວຍການໃຫຍ່ບໍລິສັດທາງລົດໄຟລາວ-ຈີນ.

ທ່ານ ສ່ຽວ ຊ່ຽນເຫວີນ ໄດ້ລາຍງານໂດຍຫຍໍ້: ປັດຈຸບັນການກໍ່ສ້າງສະຖານີດັ່ງກ່າວສໍາເລັດແລ້ວ 70% ແລະ ກໍາລັງຢູ່ໃນໄລຍະການຕົບແຕ່ງພາຍໃນ ຄາດວ່າຈະໃຫ້ສໍາເລັດໃນເດືອນກັນຍາ 2021 ນີ້, ແຕ່ທາງໂຄງການຍັງພົບຄວາມຫຍຸ້ງຍາກເປັນ ຕົ້ນການນໍາເຂົ້າວິຊາການຕົບແຕ່ງພາຍໃນ ແລະ ນໍາເຂົ້າວັດສະດຸກົນຈັກຮັບໃຊ້ໃຫ້ແກ່ໂຄງການຍັງຊັກຊ້າ ເນື່ອງຈາກໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ເຖິງຢ່າງໃດກໍຕາມ ບໍລິສັດກໍໄດ້ເອົາໃຈໃສ່ສຸມທຸກກໍາລັງເພື່ອເຮັດໃຫ້ໂຄງການສໍາເລັດຕາມແຜນການທີ່ວາງໄວ້, ສະຖານີດັ່ງກ່າວມີເນື້ອທີ່ທັງໝົດ 15.000 ຕາແມັດ, ໄດ້ລົງມືກໍ່ສ້າງໃນເດືອນກໍລະກົດ ປີ 2020 ເປັນຕົ້ນມາ ຮູບແບບການກໍ່ສ້າງເປັນໂຄງເຫຼັກທີ່ມີນໍ້າໜັກ 700 ກວ່າໂຕນ ໄດ້ມີການຈັດສັນເປັນແຕ່ລະໂຊນເພື່ອອໍານວຍຄວາມສະດວກໃຫ້ແກ່ລູກຄ້າທີ່ມາໃຊ້ບໍລິການ ໂດຍສະເພາະສະຖານທີ່ຈອດລົດໄດ້ແບ່ງເປັນ 2 ເຂດຄື: ສະຖານທີ່ຈອດລົດເມຈອດໄດ້ 20 ຄັນ ແລະ ບ່ອນຈອດລົດທົ່ວໄປຈອດໄດ້ 40 ຄັນ ຊຶ່ງມີກຳມະກອນເຮັດວຽກທັງໝົດ 1.200 ຄົນ, ໃນນັ້ນກຳມະກອນຄົນລາວ 700-800 ຄົນ, ໂອກາດນີ້ ທ່ານ ສອນໄຊ ສີພັນດອນ ໄດ້ໃຫ້ທິດຊີ້ນໍາໃຫ້ບໍລິສັດເອົາໃຈໃສ່ສືບຕໍ່ການກໍ່ສ້າງໃຫ້ສໍາເລັດຕາມແຜນໃຫ້ທັນເປີດການນໍາໃຊ້ ວັນທີ 2 ທັນວາ 2021 ພ້ອມຍັງເນັ້ນໃຫ້ຂະຫຍາຍສະຖານທີ່ຈອດລົດເພີ່ມຕື່ມ ໂດຍໃຫ້ອອກແບບໃຫ້ມີຄວາມກົມກືນກັບສະພາບແວດລ້ອມມີຄວາມເປັນລະບຽບຮຽບຮ້ອຍຈົບງາມ.

ຈາກນັ້ນ, ທ່ານ ສອນໄຊ ສີພັນດອນ ພ້ອມດ້ວຍຄະນະໄດ້ລົງໄປຢ້ຽມຢາມສະຖານີສິນຄ້າວຽງຈັນໃຕ້ເຊື່ອມຕໍ່ລາງ 1.435 ແມັດ ແລະ ລາງ 1 ແມັດ ທ່ານາແລ້ງ ແລະ ເຂດໂລຊິດສະຕິກ ຊຶ່ງສະຖານທີ່ດັ່ງກ່າວມີຈຸດທີ່ຕັ້ງແຍກອອກຈາກກັນເປັນ 3 ຈຸດຄື: ສະຖານີພັກສິນຄ້າ, ສູນເຕັກນິກ ແລະ ສ້ອມແປງ ແລະ ຈຸດຄ່ຽນຖ່າຍສິນຄ້າ ປັດຈຸບັນກໍາລັງເລັ່ງກໍ່ສ້າງເພື່ອຮອງຮັບໃຫ້ແກ່ເສັ້ນທາງລົດໄຟລາວ-ຈີນ ທີ່ຈະເປີດນໍາໃຊ້ໃນມໍ່ໆນີ້, ນອກນີ້ຍັງໄດ້ຢ້ຽມຢາມເບິ່ງຄວາມຄືບໜ້າໂຄງການກໍ່ສ້າງສະຖານີລົດໄຟລາວ-ໄທ ທ່ານາແລ້ງ ຫາສະຖານີວຽງຈັນ ບ້ານຄຳສະຫວາດ ຍາວ 7,5 ກິໂລແມັດ ມີມູນຄ່າທັງໝົດ 994,6 ລ້ານບາດ ໂດຍໄດ້ເລີ່ມຈັດຕັ້ງປະຕິບັດການກໍ່ສ້າງແຕ່ວັນທີ 1 ຕຸລາ 2019 ມາຮອດປັດຈຸບັນສໍາເລັດວຽກທັງໝົດ 70% ຕາມແຜນການສໍາເລັດເດືອນທັນວາ 2021 ກໍານົດເວລາ 27 ເດືອນ.

ບົດຄວາມຫຼ້າສຸດ

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...