ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງ ວໍຊິງຕັນ ປະເທດສະຫະລັດອາເມລິກາ ເມື່ອວັນທີ 7 ພຶດສະພາ 2018 ວ່າ ສັນຍາຊື້-ຂາຍ ນ້ຳມັນດິບລ່ວງໜ້າເວສເທກຊັສ ອິນເຕີມີເດຍ ຫຼື ໄລຕ໌ສວີດຄຣູ ງວດສົ່ງ-ມອບໃນເດືອນມີນານີ້ ປິດຕະຫຼາດເມື່ອວັນຈັນທີ່ລາຄາ 70.73 ໂດລາຕໍ່ບາຣ໌ເຣລ ເພີ່ມຂຶ້ນ 1.01 ໂດລາຕໍ່ບຣາເຣລຈາກລາຄາເມື່ອວັນສຸກທີ່ຜ່ານມາ ສ່ວນສັນຍາຊື້-ຂາຍນ້ຳມັນດິບລ່ວງໜ້າເບຣນທະເລເໜືອລອນດອນ ປິດຕະຫຼາດທີ່ລາຄາ 76.17 ໂດລາຕໍ່ບຣາເຣລ ເພີ່ມຂຶ້ນ 1.30 ໂດລາ ຖືເປັນຄັ້ງທຳອິດນັບຕັ້ງແຕ່ເດືອນ ພະຈິກ 2014 ທີ່ລາຄານ້ຳມັນດິບໃນຕະຫຼາດໂລກປດທີ່ລາຄາເກີນ 70 ໂລາສະຫະລັດຕໍ່ບຣາເຣນ
ທັງນີ້ໄດ້ມີການວິເຄາະວ່າປັດໄຈສຳຄັນທີ່ສຸດໃນເວລານີ້ ທີ່ສົ່ງຜົນໃຫ້ນ້ຳດິບລາຄາສູງຂຶ້ນໃນຮອບ 3 ປີ ອາດເປັນຍ້ອນສະຫະລັດຕ້ອງຕັດສິນໃຈພາຍໃນວັນທີ 12 ພຶດສະພາ ນີ້ ໃນການລົງນາມຮັບຮອງ ຫຼື ປະຕິເສດວ່າ ອີຫລ່ານຍັງຄົງປະຕິບັດຂໍ້ຕົກລົງນິວເຄຣຍສະບັບປີ 2015 ທ່ານກາງສຽງຮຽກຮ້ອງຈາກຢຸໂຣບ ເຊິ່ງເຕື່ອນວ່າສະຖານະການອາດບານປາຍເຖິງຂັ້ນເປັນ “ສົງຄາມ” ຫາກລດຖະບານວໍຊິງຕັນຖອນຕົວ ຂະນະທີ່ອິສຣາເອລເດີນໜ້າເພີມແຮງກົດດັນໃຫ້ສະຫະລັດຍົກເລີກຂໍ້ຕົກລົງດັ່ງກ່າວ ເຊິ່ງປະທານາທິບໍດີ ໂດນັລ ທຣັມ ເຜີຍວ່າເຂົາຈະປະກາດຕັດສິນໃຈດ້ວຍຕົວເອງໃນວັນອັງຄານທີ 8 ພຶດສະພານີ້ ໂດຍມີການຄາດການວ່າໃນກໍລະນີທີ່ສະຫະລັດຖອນຕົວຈະສົ່ງຜົນຕໍ່ນ້ຳມັນດິບຂອງອິຫຣ່ານທີ່ກັບມາສົ່ງອອກເປັນວົງກ້ວາງໄດ້ບໍ່ດົນ ຫຼັງໄດ້ຮັບການຜ່ອນຄາຍມາດຕະການຂວ້ຳບາດຕາມຂໍ້ຕົກລົງ.