spot_img
Homeຂ່າວຕ່າງປະເທດຄວາມຂັດແຍ້ງລະຫວ່າງສະຫະລັດ-ອີຫລ່ານເຮັດໃຫ້ລາຄານ້ຳມັນໂລກສູງສຸດໃນຮອບ 3ປີ

ຄວາມຂັດແຍ້ງລະຫວ່າງສະຫະລັດ-ອີຫລ່ານເຮັດໃຫ້ລາຄານ້ຳມັນໂລກສູງສຸດໃນຮອບ 3ປີ

Published on

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງ ວໍຊິງຕັນ ປະເທດສະຫະລັດອາເມລິກາ ເມື່ອວັນທີ 7 ພຶດສະພາ 2018  ວ່າ ສັນຍາຊື້-ຂາຍ ນ້ຳມັນດິບລ່ວງໜ້າເວສເທກຊັສ ອິນເຕີມີເດຍ ຫຼື ໄລຕ໌ສວີດຄຣູ ງວດສົ່ງ-ມອບໃນເດືອນມີນານີ້ ປິດຕະຫຼາດເມື່ອວັນຈັນທີ່ລາຄາ 70.73 ໂດລາຕໍ່ບາຣ໌ເຣລ ເພີ່ມຂຶ້ນ 1.01 ໂດລາຕໍ່ບຣາເຣລຈາກລາຄາເມື່ອວັນສຸກທີ່ຜ່ານມາ ສ່ວນສັນຍາຊື້-ຂາຍນ້ຳມັນດິບລ່ວງໜ້າເບຣນທະເລເໜືອລອນດອນ ປິດຕະຫຼາດທີ່ລາຄາ 76.17 ໂດລາຕໍ່ບຣາເຣລ ເພີ່ມຂຶ້ນ 1.30 ໂດລາ ຖືເປັນຄັ້ງທຳອິດນັບຕັ້ງແຕ່ເດືອນ ພະຈິກ 2014 ທີ່ລາຄານ້ຳມັນດິບໃນຕະຫຼາດໂລກປດທີ່ລາຄາເກີນ 70 ໂລາສະຫະລັດຕໍ່ບຣາເຣນ

ທັງນີ້ໄດ້ມີການວິເຄາະວ່າປັດໄຈສຳຄັນທີ່ສຸດໃນເວລານີ້ ທີ່ສົ່ງຜົນໃຫ້ນ້ຳດິບລາຄາສູງຂຶ້ນໃນຮອບ 3 ປີ ອາດເປັນຍ້ອນສະຫະລັດຕ້ອງຕັດສິນໃຈພາຍໃນວັນທີ 12 ພຶດສະພາ ນີ້ ໃນການລົງນາມຮັບຮອງ ຫຼື ປະຕິເສດວ່າ ອີຫລ່ານຍັງຄົງປະຕິບັດຂໍ້ຕົກລົງນິວເຄຣຍສະບັບປີ 2015 ທ່ານກາງສຽງຮຽກຮ້ອງຈາກຢຸໂຣບ ເຊິ່ງເຕື່ອນວ່າສະຖານະການອາດບານປາຍເຖິງຂັ້ນເປັນ “ສົງຄາມ” ຫາກລດຖະບານວໍຊິງຕັນຖອນຕົວ ຂະນະທີ່ອິສຣາເອລເດີນໜ້າເພີມແຮງກົດດັນໃຫ້ສະຫະລັດຍົກເລີກຂໍ້ຕົກລົງດັ່ງກ່າວ ເຊິ່ງປະທານາທິບໍດີ ໂດນັລ ທຣັມ ເຜີຍວ່າເຂົາຈະປະກາດຕັດສິນໃຈດ້ວຍຕົວເອງໃນວັນອັງຄານທີ 8 ພຶດສະພານີ້ ໂດຍມີການຄາດການວ່າໃນກໍລະນີທີ່ສະຫະລັດຖອນຕົວຈະສົ່ງຜົນຕໍ່ນ້ຳມັນດິບຂອງອິຫຣ່ານທີ່ກັບມາສົ່ງອອກເປັນວົງກ້ວາງໄດ້ບໍ່ດົນ ຫຼັງໄດ້ຮັບການຜ່ອນຄາຍມາດຕະການຂວ້ຳບາດຕາມຂໍ້ຕົກລົງ.

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...