spot_img
Home​ຂ່າວທ່ອງທ່ຽວ"ຄວາຍ" ສັດເອກະລັກ (Logo) ຂອງດອນເດດ ອີກໜຶ່ງສີສັດການທ່ອງທ່ຽວແຂວງຈຳປາສັກ

“ຄວາຍ” ສັດເອກະລັກ (Logo) ຂອງດອນເດດ ອີກໜຶ່ງສີສັດການທ່ອງທ່ຽວແຂວງຈຳປາສັກ

Published on

ຖ້າໃຜໄດ້ໄປທ່ຽວທີ່ດອນເດດ ຕ້ອງໄດ້ພົບສັດເຈົ້າຖິ່ນ ທີ່ປຽບເໝືອນ (Logo) ການທ່ອງທ່ຽວໃນເຂດນັ້ນ ເຊິ່ງສັດທີ່ວ່ານັ້ນກໍ່ຄື “ຄວາຍ”…ອຶ່ມ!…. ອ່ານບໍ່ຜິດດອກແຟນເພສ ເພາະມັນແມ່ນຄວາຍອີຫຼີ

ຄວາຍ ເປັນສັດຄູ່ຊາວນາມາແຕ່ສະໃໝ່ສະບູຮານ ແຕ່ຍ້ອນການເວລາໄດ້ປ່ຽນ ປັດຈຸບັນມີເຄື່ອງຈັກທັນສະໃໝ່ທີ່ເຂົ້າມາເຮັດນາແທນຄວາຍ ແລະ ຄວາຍກໍ່ເລີຍຖືກຂາຍເຂົ້າໂຮງງານຂ້າສັດ ຈົນເຮັດໃຫ້ປັດຈຸບັນນີ້ແຖບຈະບໍ່ເຫັນຊາວນາໃຊ້ຄວາຍໄຖນາເລີຍ

1564

ເຊິ່ງຄວາຍທີ່ອາໃສຢູ່ດອນເດດ ປັດຈຸບັນໄດ້ຮັບຄວາມສົນໃຈຫຼາຍຈາກນັກທ່ອງທ່ຽວຊາວຕ່າງຊາດ ເພາະຄວາຍບ່ອນນັ້ນ ເປັນຄວາຍທີ່ໃຈດີ ຜູ້ຄົນເຂົ້າໃກ້ຈັບບາຍໄດ້ງ່າຍ ແລະ ທີ່ສຳຄັນມັກນອນອາບແດດອີກຕາງຫາກ ເຊິ່ງເຮົາກໍ່ຈະເຫັນພາບນັກທ່ອງທ່ຽວນອນອາບແດດກັບຄວາຍ, ນອນອາບນ້ຳ ແລະ ຖ່າຍຮູບກັບຄວາຍຢ່າງມີຄວາມສຸກ ອຶ້ມ… ເມື່ອເຫັນແບບນີ້ແລ້ວກໍ່ເປັນພາບທີ່ໜ້າຮັກ ແລະ ກໍ່ແປກໄປອີກແບບ ເພາະປົກກະຕິແລ້ວ ເຮົາກໍ່ຈະເຫັນແຕ່ຊ້າງ ຫຼື ສັດປະເພດອື່ນ ທີ່ຢູ່ໃນສະຖານທີ່ທ່ອງທ່ຽວ ແຕ່ນີ້ຄືຄວາຍ ແລະ ມີສິ່ງໜຶ່ງທີ່ແອັດມິນຄິດໄດ້ວ່າ ຄວາຍກໍ່ສາມາດນຳມາເປັນຈຸດຂາຍໃນການທ່ອງທ່ຽວໄດ້ເຊັ່ນດຽວກັນ ຍົກຕົວຢ່າງເຊັ່ນ: ຂີ່ຄວາຍຊົມເມືອງ, ຈັດການແຂ່ງຂັນຄວາຍແລ່ນແຂ່ງກັນ ແລະ ອື່ນໆ (ແອັດຄິດຫຼິ້ນໆເດີ້) ເພາະນອກຈາກຈະສ້າງສີສັນໃຫ້ກັບສະຖານທີ່ທ່ອງທ່ຽວແລ້ວ ຍັງເປັນການອະນຸລັກຄວາຍລາວໄວ້ອີກດ້ວຍ.

2988

356 257

ຮູບພາບປະກອບຈາກ: ທ່ອງທ່ຽວລາວ Laos Travelling

ຕິດຕາມເລື່ອງດີດີເພຈຊີວິດແລະຄວາມຮັກ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...