spot_img
Homeຂ່າວເຫດການຂໍ້ຫ້າມຕ່າງໆໃນງານບຸນອອກພັນສາ ແລະ ຊ່ວງເຮືອປະເພນີ 2014

ຂໍ້ຫ້າມຕ່າງໆໃນງານບຸນອອກພັນສາ ແລະ ຊ່ວງເຮືອປະເພນີ 2014

Published on

 

​ເມື່ອ​ມໍ່ໆ​ມາ​ນີ້ ຫ້ອງວ່າການນະຄອນຫລວງວຽງຈັນ ໄດ້ອອກແຈ້ງການເຖິງອຳນາດການ​ປົກຄອງ​ທຸກ​ຂັ້ນ ແລະ ປະຊາຊົນ

ຊາວຄ້າຂາຍບັນດາຫ້າງຮ້ານຫົວໜ່ວຍທຸລະກິດຕ່າງໆ ທີ່ຢູ່ໃກ້ບໍລິເວນທ່າວັດຈັນ ແລະ ບໍລິເວນໃກ້ຄຽງເພື່ອການຈັດຕັ້ງ

ສະເຫລີມສະຫລອງງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີປະຈຳປີ 2014 ທີ່ທ່າວັດຈັນ ທີ່ຈະມາເຖິງນີ້

ໃຫ້ດຳເນີນໄປດ້ວຍຄວາມສະຫງົບປອດ​ໄພ ແລະ ບັນຍາກາດ​ເບີກບານມ່ວນຊື່ນ, ດ້ວຍເຫດນັ້ນ ຈຶ່ງໄດ້ອອກຂໍ້ຫ້າມຕ່າງໆ

ຄື:

 

(1). ຫ້າມບໍ່​ໃຫ້ມີການໂຄສະນາທຸກຮູບແບບທີ່ຜິດກົດໝາຍຂອງ ສປປ ລາວ;

(2). ຫ້າມຂາຍ ຫລື ນຳເອົາອາວຸດທຸກປະເພດລວມທັງງ້າວ, ໜ້າ, ກະຖຸນ, ສະໜັບມື, ໂຄມໄຟລອຍໄປໃນງານໂດຍເດັດ

ຂາດ ເວັ້ນເສຍແຕ່ເຈົ້າໜ້າທີ່ທີ່ໄດ້ຮັບອະນຸຍາດ;

(3). ຫ້າມຂາຍ ແລະ ນຳເອົາສິ່ງເສບຕິດ, ທາດເບື່ອ, ສານເຄມີທີ່ອອກລິດຕໍ່ລະບົບປະສາດທຸກໆຊະນິດ ສິ່ງທີ່ເກີດສຽງດັງ

ເກີນຂອບເຂດຄື: ບັ້ງກະໂພກ ເຂົ້າມາວາງສະແດງ ​ແລະ ຂາຍພາຍໃນງານຢ່າງເດັດຂາດ;

(4). ຫ້າມນຳເອົາຜະລິດຕະພັນທີ່ຮຽນແບບຜ້າສິນລາວ ນຳເຂົ້າມາວາງຂາຍໃນງານຢ່າງເດັດຂາດ;

(5). ຫ້າມວາງຂາຍເຄື່ອງເກີນຂອບເຂດອອກມາໜ້າຮ້ານ ທີ່ຄະນະກຳມະການຈັດງານຕະຫລາດນັດກຳນົດໄວ້;

(6). ຫ້າມຂາຍ ແລະ ນຳເອົາຜະລິດຕະພັນວັດທະນະທຳທີ່ລາມົກ ແລະ ເສື່ອມຊາມຕ່າງໆເຂົ້າມາໃນງານຢ່າງເດັດຂາດ;

(7). ຫ້າມຫລິ້ນການພະນັນທຸກປະເພດ;

(8). ຫ້າມຂາຍເຄື່ອງຊະຊາຍໂດຍ ບໍ່ໄດ້ຮັບອະນຸຍາດຈາກຄະນະກຳມະການຈັດງານຕະຫລາດນັດຢ່າງເດັດຂາດ;

(9). ຫ້າມອາລະວາດຕີກັນໃນງານຢ່າງເດັດຂາດ;

(10). ຫ້າມດື່ມສິ່ງມຶນເມົາເກີນຂອບເຂດ ຖ້າຫາກຜູ້ໃດລະເມີດຈະຖືກເຈົ້າໜ້າທີ່ກ່າວເຕືອນ ຫລື ນຳຕົວໄປພັກຜ່ອນ;

(11). ຫ້າມບຸກຄົນ, ວັດ, ສຳນັກງານອົງການ, ອຳນາດການປົກຄອງບ້ານ ກີດຂວາງການຈັດສັນສະຖານທີ່ວາງສະແດງ

ຂາຍສິນຄ້າ ຂອງຄະນະກຳມະການຈັດງານຕະຫລາດນັດ;

(12). ຫ້າມຕອກເຫລັກ ຫລື ສິ່ງຂອງຕ່າງໆໃສ່ພື້ນຢ່າງເດັດຂາດ;

(13). ຫ້າມຈຳໜ່າຍ ​ແລະ ໄຫລເຮືອໄຟທີເຮັດຈາກໂຟມ ຫລື ວັດສະດຸທີ່ບໍ່ສາມາດຍ່ອຍສະຫລາຍໂດຍທຳມະຊາດລົງ​ນ້ຳ

ຂອງ​ຢ່າງເດັດຂາດ.

 

ສຳລັບຂໍ້ຫ້າມຕ່າງໆທີ່ລະບຸໄວ້ຂ້າງເທິງນີ້ ຖ້າຝ່າຝືນ ຫລື ກວດພົບເຫັນຈະຖືກກ່າວເຕືອນ, ສຶກສາອົບຮົມ ແລະ ດຳເນີນ

ຄະດີຕາມລະບຽບກົດໝາຍຢ່າງເຂັ້ມງວດ. ດັ່ງນັ້ນ, ຈຶ່ງແຈ້ງມາຍັງທຸກພາກສ່ວນການຈັດຕັ້ງທີ່ກ່ຽວຂ້ອງຈົ່ງຮັບຊາບ

ແລະ ນຳເອົາແຈ້ງການແນະນຳສະບັບນີ້ ໄປຈັດຕັ້ງເຜີຍແຜ່ໃຫ້ທົ່ວເຖິງ ແລະ ພ້ອມກັນປະຕິບັດໃຫ້ຖືກຕ້ອງ ແລະ ເຂັ້ມ

ງວດ.

 

ແຫລ່ງຂ່າວ: ລາວພັດທະນາ

 

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...