spot_img
Homeປ່ອງຢ້ຽມດວງດາວຂ່າວຕ່າງປະເທດໄດ້ເປີດເຜີຍ​ພາ​ບວັດ​ຖຸ​ລຶກລັບ​ເທິງ​ດາວ​ອັງ​ຄານ ຄ້າຍຜູ້​ຍິງໃສ່​ຊຸດ​ດຳ

ຂ່າວຕ່າງປະເທດໄດ້ເປີດເຜີຍ​ພາ​ບວັດ​ຖຸ​ລຶກລັບ​ເທິງ​ດາວ​ອັງ​ຄານ ຄ້າຍຜູ້​ຍິງໃສ່​ຊຸດ​ດຳ

Published on

ฮือฮา!พบวัตถุปริศนาคล้ายหญิงชุดดำบนดาวอังคาร

ເມື່ອ​ວັນທີ່ 6 ສິງ​ຫາ ຕາມຂ່າວ​ຕ່າງ​ປະເທດ​ຫລາຍ​ສຳ​ນັກງານ​​ຕ່າງກໍ່ໄດ້​ລາຍ​ງານ​ເລື່ອງ​​ທີ່​ສ້າງ​ຄວາມ​ຮື​ຮາ ເມື່ອ​ຍານ​ສຳ​ຫລວດ​ຄິວ​ລຽດ​ຊິ​ຕີ (Curiosity) ຂອງ​ອົງ​ການ​ບໍລິຫານ​ການ​ບິນ​ແລະ​ອາວະ​ກາດ​ແຫ່ງ​ສະ​ຫາຣັດ (NASA) ໄດ້​ບັນ​ທຶກ​ພາບ​ໜຶ່ງໄວ້​ຂະນະ​ກຳ​ລັງ​ສຳ​ຫລວດ​ບໍລິເວນ​​ປ່ອງ​ພູເຂົາ​ໄຟ​ເທິງ​ດາວ​ອັງ​ຄານ ແລະ​ພົບ​ວ່າ​ມີ​ວັດ​ຖຸ​ລຶກລັບບາງຢ່າງ​ທີ່​ມີ​ຮູບ​ຮ່າງ​ຄ້າຍ​ສິ່ງ​ມີ​ຊີວິດ

ເວັບ​ໄຊຕ໌ UFO Sightings Daily ໄດ້​ລະ​ບຸ​ວ່າ ວັດ​ຖຸ​ດັ່ງ​ກ່າວ​ມີ​ຄວາມ​ສູງ​ພຽງແຕ່ 8-10 ຊັງຕິແມັດ ລັກສະນະ​ຄ້າຍ​ຜູ້​ຍິງ​ນຸ່ງ​ຊຸດສີ​ດຳ ໂດຍ​ຈະ​ເຫັນ​ຮູບ​ຊົງ​ໜ້າ​ເອິກ​ໄດ້​ຊັດເຈນ ຍັງ​ຈະ​ເຫັນ​​ເງົາແສງ​ເທິງ​ທ່ອນ​ແຂນ​ສອງ​ຂ້າງ​ທີ່​ມີ​ສີ​ອ່ອນ​ກວ່າ ແລະ​ຫົວ​ທີ່​ຄ້າຍ​ວ່າ​ມີ​ຜົມ​ຍາວ​ນຳອີກ

“ເປັນ​ເລື່ອງ​ຍາກ​ທີ່​ຈະ​ລະ​ບຸ​ແຈ້ງ​ວ່າ​ເປັນ​ສິ່ງ​ມີ​ຊີວິດ​ຫລື​ຮູບ​ປັ້ນ​ຫິນ ຢ່າງໃດ​ກໍ​ຕາມ​ຫາກ​ເປັນ​ຮູບ​ປັ້ນ​ທີ່​ມີ​ຂະໜາດ​ນ້ອຍ​ຊ່ຳ​ນັ້ນ​ກໍ​ໜ້າ​ຈະ​ຜຸພັງໄປ​ແຕ່ດົນ​ແລ້ວ” ເວັບ​ໄຊຕ໌​ລະ​ບຸ

​ເມື່ອ​ບໍ່​ຈັກ​ມື້ມານີ້ ຊາວ​ໂລກ​ໂຊ​ຊ່ຽວ​ມີ​ເດຍ​ກໍ​ໄດ້​ສັງເກດ​ພົບ​ວັດ​ຖຸ​ຄ້າຍ​ປູ​ຫລື​ແມງ​ມຸມ​ຈາກ​ພາບ​ຖ່າຍ​ດາວ​ອັງ​ຄານ​ທີ່​ທາງ​ນາ​ຊ່າ​ໄດ້​ເຜີຍແຜ່​ເທິງ​ເພສເຟສບຸກເຕີ່ມອີກ

http://www.posttoday.com/media/content/2015/08/06/

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...