spot_img
Homeຂ່າວທ້ອງຖິ່ນຂົວຂ້າມນໍ້າຂອງລາວ-ໄທ ແຫ່ງທີ 5 ເຊື່ອມຕໍ່ບໍລິຄຳໄຊ-ບຶງການ ເລີ່ມສ້າງແລ້ວ

ຂົວຂ້າມນໍ້າຂອງລາວ-ໄທ ແຫ່ງທີ 5 ເຊື່ອມຕໍ່ບໍລິຄຳໄຊ-ບຶງການ ເລີ່ມສ້າງແລ້ວ

Published on

ສຳນັກຂ່າວຊິນຫົວ ລາຍງານ ເມື່ອວັນທີ 6 ມັງກອນ 2021 ວ່າ ໂຄງການກໍ່ສ້າງຂົວຂ້າມແມ່ນໍ້າຂອງແຫ່ງທີ 5 ເຊື່ອມຕໍ່ລະຫວ່າງລາວ ແລະ ໄທ ເລີ່ມຕົ້ນຂຶ້ນແລ້ວຫຼັງມີການລົງນາມຂໍ້ຕົກລົງການກໍ່ສ້າງເມື່ອເດືອນທັນວາ 2020 ທີ່ຜ່ານມາ. ຂົວດັ່ງກ່າວ ຈະໃຊ້ເວລາກໍ່ສ້າງ 36 ເດືອນ ຈະເຊື່ອມລະຫວ່າງແຂວງບໍລິຄຳໄຊ ກັບ ຈັງຫວັດບຶງການ.

ໜັງສືພິມວຽງຈັນທາມ ລາຍງານວ່າ ທ່ານ ເລທອງ ພົມມາວົງ ຜູ້ອຳນວຍການໂຄງການໄດ້ກ່າວວ່າ ປະຈຸບັນໂຄງການກໍ່ສ້າງດັ່ງກ່າວແມ່ນສຸມໃສ່ບໍລິເວນອ້ອມແອ້ມພື້ນທີ່ທີ່ຈະມີການກໍ່ສ້າງຂົວ ແລະ ຄົນເຂົ້າເມືອງ “ ພວກເຮົາກຳລັງເຮັດການບຸກເບີກພື້ນທີ່ 50 ເຮັກຕາ, ກ່ອນການກໍ່ສ້າງຈະເລີ່ມຕົ້ນ ແລະ ດຽວນີ້ວຽກນັ້ນສຳເລັດແລ້ວ 80 ເປີເຊັນ”.

ມູນຄ່າການກໍ່ສ້າງທັງໝົດ ປະມານ 130,3 ລ້ານໂດລາສະຫະລັດ ປະເທດລາວຮັບຜິດຊອບປະມານ 46.13 ລ້ານໂດລາສະຫະລັດ ໂດຍຜ່ານການໃຫ້ທຶນຈາກອົງການຮ່ວມມືພັດທະນາເສດຖະກິດຂອງປະເທດເພື່ອນບ້ານ (NEDA) ຂອງໄທ.

ຫຼັງສ້າງສຳເລັດໃນປີ 2023 ຂົວດັ່ງກ່າວຈະຊ່ວຍໃຫ້ແຂວງບໍລິຄຳໄຊກາຍເປັນສູນການຄ້າພາກພື້ນອີກແຫ່ງໜຶ່ງ ແລະ ເປັນເສັ້ນທາງຂົນສົ່ງ ສຳລັບລາວ, ໄທ ແລະ ຫວຽດນາມ ໃນໄລຍະທາງພຽງແຕ່ 150 ກິໂລແມັດເຊິ່ງຈະເປັນເສັ້ນທາງເຊື່ອມຕໍ່ທີ່ສັ້ນທີ່ສຸດລະຫວ່າງ 3 ປະເທດ.

ຂົວດັ່ງກ່າວແມ່ນສ່ວນໜຶ່ງ ຂອງເຂດພາກພື້ນແມ່ນໍ້າຂອງ (GMS) ແລະ ຍຸດທະສາດການຮ່ວມມືດ້ານເສດຖະກິດອິນໂດ – ໄຊຍະບູລີ (ACMECS) ລະຫວ່າງລາວ, ກໍາປູເຈຍ, ມຽນມາ, ຫວຽດນາມ ແລະໄທ.

ທ່ານ ເລກອງ ກ່າວວ່າປະເທດລາວຈະໄດ້ຮັບຜົນປະໂຫຍດຈາກການຂົນສົ່ງສາທາລະນະ ພ້ອມທັງດຶງດູດການຄ້າ ແລະ ການລົງທືນໃຫ້ຫຼາຍຂື້ນ ມັນຍັງອາດຈະໄດ້ຮັບຜົນປະໂຫຍດຈາກອຸດສະຫະກຳ ການທ່ອງທ່ຽວທີ່ກຳລັງເຕີບໃຫຍ່ຂະຫຍາຍຕົວຫຼັງຈາກຂົວສຳເລັດ. ພະແນກຕ່າງໆ ຕ້ອງການສະໜອງ ສິ່ງ ອຳນວຍຄວາມສະດວກເພີ່ມເຕີມ ແລະ ປັບປຸງການບໍລິການ ເພື່ອຕອບສະໜອງຄວາມຕ້ອງການຂອງນັກທ່ອງທ່ຽວ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...