spot_img
Homeຂ່າວຕ່າງປະເທດກຸ່ມຕາລີບານຂຽນຈົດໝາຍຮ້ອງຂໍເຂົ້າຮ່ວມກອງປະຊຸມຂອງ UN

ກຸ່ມຕາລີບານຂຽນຈົດໝາຍຮ້ອງຂໍເຂົ້າຮ່ວມກອງປະຊຸມຂອງ UN

Published on

ໂຄສົກປະຈໍາອົງການສະຫະປະຊາຊາດໄດ້ບອກກັບນັກຂ່າວວ່າ ທ່ານ ອັນໂຕນິໂອ ກູເຕີເຣສ ເລຂາທິການຂອງອົງການສະຫະປະຊາຊາດໄດ້ຮັບຈົດໝາຍຂໍເຂົ້າຮ່ວມການປະຊຸມລະດັບສູງຂອງອົງການສະຫະປະຊາຊາດ ທີ່ຖືກສົ່ງມາຈາກ ລັດຖະມົນຕີການຕ່າງປະເທດຂອງປະເທດອັພການິດສະຖານ ແລະ ໃນຈົດໝາຍຍັງລະບຸວ່າ ກຸ່ມຕາລີບານໄດ້ແຕ່ງຕັ້ງໃຫ້ ທ້າວ ຊູຮາອິລ ຊາຮິນ ໂຄສົກຂອງຕາລີບານເປັນຜູ້ແທນຖາວອນຂອງອັພການິດສະຖານປະຈໍາອົງການສະຫະປະຊາຊາາດ.

ນອກຈາກນີ້, ໂຄສົກປະຈໍາອົງການສະຫະປະຊາຊາດຍັງໄດ້ບອກຕື່ມອີກວ່າຕອນນີ້ທາງເລຂາຂອງອົງການສະຫະປະຊາຊາດໄດ້ຮັບຈົດໝາຍອີກສະບັບໜຶ່ງທີ່ມີລາຍຊື່ສະມາຊິກຜູ້ແທນຂອງອັພການິດສະຖານທີ່ຂໍເຂົ້າຮ່ວມການປະຊຸມສະມັດຊາໃຫຍ່ແຫ່ງອົງການສະຫະປະຊາຊາດນໍາອີກດ້ວຍ. ທັງນີ້ຄະນະກໍາມະການຂອງສະຫະປະຊາຊາດກໍາລັງພິຈາລະນາເລື່ອງດັ່ງກ່າວ.

ແຫຼ່ງຂ່າວ: Thainews

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...