spot_img
Homeພາສາລາວກິນ​ອີ່ມ​ກິນ​ເຕັມ

ກິນ​ອີ່ມ​ກິນ​ເຕັມ

Published on

ຄຳ​ສຳ­ນວນ​ກ່ຽວ​ກັບ​ພຶດ­ຕິ​ກຳ ຫຼື ກິ​ລິຍາ​ອາ­ການ ກ່ຽວ​ກັບ​ການ​ກິນ​ຂອງ​ຄົນເຮົາ ແປ​ວ່າ ກິນ​ຈົນ​ອີ່ມ, ກິນ​ຈົນ​ພໍ. ສຳ­ນວນ​ນີ້​ມີ​ຄຳ​ກິ­ລິ­ຍາ ກິນ ເປັນ​ຄຳຫຼັກ​ແລ້ວ​ເວົ້າ​ຊ້ຳ ກິນ…ກິນ… ຈຶ່ງ​ກາຍ­ເປັນ​ໂຄງ​ສ້າງ​ສຳ­ນວນລາວ​ທີ່​ມີ​ສຽງ​ເກາະ​ກ່າຍ​ ຟັງ​ແລ້ວ​ຄ່ອງຫູ​ດີ. ລັກ­ສະ­ນະ​ເດັ່ນຂອງ​ສຳ­ນວນ​ແມ່ນ​ການ​ສຳ­ຜັດ, ເປັນ­ຈັງ​ຫວະ, ປຽບ­ທຽບ​ສະແດງ​ຄວາມ​ເປັນ​ໄນ​ເລິກ­ເຊິ່ງ, ພາ­ໃຫ້​ເກີດ​ຄວາມ​ຮູ້­ສຶກ ແລະ ບອກ​ເຖິງ​ຄວາມ​ສຳ­ພັນ​ກັນ​ໄດ້​ດີ. ໃນ​ຊີ­ວິດ​ປະ­ຈຳ​ວັນ, ຄົນ ລາວ ຫຼື ຊົນ­ເຜົ່າ​ຕະ­ກຸນ​ໄຕ​ມັກ​ໃຊ້​ສຳ­ນວນ​ກ່ຽວ​ກັບ​ກິ­ລິ­ຍາ​ອາ­ການຫຼາຍ.

ຕົວ­ຢ່າງ: – ພວກ​ແຂກ​ດີ­ໃຈ​ເພາະ​ໄດ້​ກິນ​ອີ່ມ​ກິນ​ເຕັມ​ຈາກ​ການຕ້ອນ­ຮັບ

– ໃຫ້​ພາ­ກັນ​ກິນ​ອີ່ມ​ກິນ​ເຕັມ​ເດີ, ຢ່າ​ເກງ​ໃຈ!

– ເມື່ອ​ກິນ​ອີ່ມ​ກິນ​ເຕັມ​ແລ້ວ ກໍ​ພາ­ກັນ​ອອກ​ເດີນ­ທາງ!

– ກິນ​ອີ່ມ​ກິນ​ເຕັມ​ແລ້ວ ກໍ​ພາ­ກັນ​ພັກ­ຜ່ອນ​ເອົາ​ແຮງ.

ໃນ​ທາງ​ພາ­ສາ​ສາດ, ກິນ​ອີ່ມ​ກິນ​ເຕັມ ຖື​ເປັນ​ໜ່ວຍ​ຄຳ​ໜຶ່ງ​ມີ​ສີ່​ພະຍາງ​ສຽງ​ເກາະ​ກ່າຍ​ກັນ. ຖ້າ​ແຍກ​ອອກ​ເປັນ​ແຕ່​ລະ​ໜ່ວຍ​ຄຳ​ເພື່ອອະ­ທິ­ບາຍ ກໍ່​ເຮັດ​ໄດ້ ເພາະ​ຄວາມ​ໝາຍ​ຂອງ​ທຸກ​ຄຳ​ຍັງ​ກ່ຽວ​ພັນກັນ​ຢູ່.

ທີ່ມາ: ໜັງສືພິມວຽງຈັນໃໝ່

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...