spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມກິນອາຫານຫຼາຍປານໃດກໍບໍ່ຕຸ້ຍ ສັນຍານເຕືອນພະຍາດ

ກິນອາຫານຫຼາຍປານໃດກໍບໍ່ຕຸ້ຍ ສັນຍານເຕືອນພະຍາດ

Published on

ບາງຄົນຢາກຫຼຸດນໍ້າໜັກ ແຕ່ບາງຄົນກໍບໍ່ຫຼຸດໄດ້ງ່າຍໆ ແຕ່ກົງກັນຂ້າມບາງຄົນຢາກໃຫ້ຕຸ້ຍ ດ້ວຍການກິນໃຫ້ຫຼາຍໆ ແຕ່ຜົນປາກົດວ່າ ກິນຫຼາຍປານໃດກໍບໍ່ຕຸ້ຍ ບາງຄັ້ງອາດເປັນສັນຍານເຕືອນພະຍາດບາງຊະນິດໄດ້

  1. ມີແມ່ທ້ອງຫຼາຍ: ຫາກວ່າຮ່າງກາຍເຮົາຫາກມີແມ່ທ້ອງຫຼາຍເກີນໄປ ຈະເຮັດໃຫ້ແມ່ທ້ອງໃນຮ່າງກາຍນັ້ນກິນອາຫານທີ່ເຮົາກິນເຂົ້າໄປຈົນໝົດ, ໂດຍການສັງເກດເບິ່ງຕົນເອງໂດຍການມັກເຈັບທ້ອງຕະຫຼອດ, ກິນອາຫານຫຼາຍກໍບໍ່ຕຸ້ຍ
  2. ຂາດສານອາຫານ: ບາງຄົນອາດຈະຫຼຸດຫຸ່ນໂດຍສ່ວນຫຼາຍກິນອາຫານປະເພດຜັກ ແລະໝາກໄມ້, ບໍ່ກິນແປ້ງ ຫຼືຊີ້ນສັດ ກໍອາດເຮັດໃຫ້ຮ່າງກາຍຂາດສານອາຫານ ທີ່ຈຳເປັນບາງຊະນິດ ໂດຍສະເພາະປະເພດຄາໂບໄຮເດດ, ໂປຣຕີນ ແລະໄຂມັນຈາກຊີ້ນສັດ
  3. ພະຍາດເບົາຫວານ: ໃນໄລຍະເລີ່ມຕົ້ນ ອາດສັງເກດໄດ້ວ່າ ຜູ້ເປັນເບົາຫວານຈະກິນອາຫານໄດ້ຫຼາຍແຕ່ບໍ່ຕຸ້ຍ ເຊິ່ງອາດສັງເກດຈາກການຖ່າຍເບົາຫຼາຍຂຶ້ນ ແລະນໍ້າໜັກຫຼຸດລົງຢ່າງໄວ
  4. ພະຍາດວັນນະໂລກ: ເປັນສາເຫດໃຫ້ຜູ້ທີ່ກິນເທົ່າໃດກໍບໍ່ຕຸ້ຍ, ດັ່ງນັ້ນ ຫາກມີອາການໄອຕະຫຼອດ, ໄອມີເລືອດປົນມານຳ ແລະມັກເປັນໄຂ້ເຫື່ອອອກເວລາກາງຄືນ
  5. ພະຍາດລຳໄສ້ອັກເສບ: ຖ້າກິນຫຼາຍກໍຍັງບໍ່ຕຸ້ຍ ກິນແລ້ວກໍມັກຈະໄປຖ່າຍ ອາການແບບນີ້ອາດເປັນພະຍາດລຳໄສ້ອັກເສບ ເຊິ່ງຜູ້ເປັນພະຍາດນີ້ຈະເຮັດໃຫ້ນໍ້າໜັກຫຼຸດລົງ
  6. ພະຍາດມະເຮັງ: ພະຍາດມະເຮັງບາງຊະນິດອາດເຮັດໃຫ້ຮ່າງກາຍສະສົມແຄວຊຽມໄວ້ສູງ ຈົນຜິດປົກກະຕິ ຫຼືອາດເກີດພາວະໄທລອຍເຮັດວຽກໜັກເກີນໄປ ສົ່ງຜົນເຮັດໃຫ້ລະບົບເຜົາຜານເຮັດວຽກໄວ ຈົນກິນອາຫານຫຼາຍເທົ່າໃດກໍບໍ່ຕຸ້ຍ ເຮັດໃຫ້ຈ່ອຍຊູບລົງໄດ້

ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!

ifram FB ວິທະຍາສຶກສາ

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...