spot_img
Homeຂ່າວຕ່າງປະເທດການເມືອງບຣາຊິນລະອຸ! ສະພາຜູ້ແທນຯ ລົງມະຕິຖອດຖອນ ປະທານາທິບໍດີ ດິນມາ ຣຸດເຊບ ອອກຈາກຕຳແໜ່ງ!

ການເມືອງບຣາຊິນລະອຸ! ສະພາຜູ້ແທນຯ ລົງມະຕິຖອດຖອນ ປະທານາທິບໍດີ ດິນມາ ຣຸດເຊບ ອອກຈາກຕຳແໜ່ງ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 19 ເມສານີ້ວ່າ ເມື່ອວັນທີ 18 ເມສາ 2016 ຜ່ານມານີ້ ສະມາຊິກສະພາຜູ້ແທນປະຊາຊົນບຣາຊິນ ໄດ້ມີມະຕິດ້ວຍຄະແນນສຽງສ່ວນຫລາຍ 367 ສຽງ ຕໍ່ 167 ສຽງ ໃຫ້ມີການດຳເນີນຂະບວນການຖອດຖອນ ນາງ ດິນມາ ຣຸດເຊບ ປະທານາທິບໍດີບຣາຊິນ ອອກຈາກຕຳແໜ່ງ ດ້ວຍຂໍ້ກ່າວຫາວ່າ ທ່ານ ນາງ ຣຸດເຊບ ດັດແປງຕົວເລກງົບປະມານຂອງລັດ ເພື່ອຫວັງຜົນທາງດ້ານການເມືອງ ຈົນເຮັດໃຫ້ຊະນະການເລືອກຕັ້ງ ເປັນປະທານາທິບໍດີສະໄໝທີ 2 ຕິດຕໍ່ກັນ ເມື່ອປີ 2014 ຜ່ານມາ ຊຶ່ງທ່ານເອງ ໄດ້ປະຕິເສດຂໍ້ກ່າວຫາດັ່ງກ່າວມາໂດຍຕະຫລອດ ພ້ອມທັງກ່າວຫາຄືນວ່າ ທ່ານ ມິເຊວ ເທເມີ ຮອງປະທານາທິບໍດີບຣາຊິນ ພ້ອມດ້ວຍພັກພວກ ໄດ້ສົມຄົບຄິດກັນຫວັງໂຄ່ນລົ້ມອຳນາດຂອງນາງ, ດ້ານທ່ານ ເທເມີ ກໍໄດ້ອອກມາປະຕິເສດຄືນອີກເຊັ່ນດຽວກັນ.

ການປະຊຸມເພື່ອລົງມະຕິດັ່ງກ່າວ ຂອງສະພາຜູ້ແທນປະຊາຊົນບຣາຊິນ ໄດ້ດຳເນີນໄປທ່າມກາງປວງຊົນຊາວບຣາຊິນ ປະມານ 25,000 ຄົນ ຊຶ່ງມີທັງຝ່າຍສະໜັບສະໜູນຂະບວນການຖອດຖອນ ແລະ ຝ່າຍຕໍ່ຕ້ານ ອອກມາໂຮມຊຸມນຸມ ຕໍ່ໜ້າອາຄານລັດຖະສະພາ ພາຍໃຕ້ການຄວບຄຸມຮັກສາຄວາມສະຫງົບ ຂອງເຈົ້າໜ້າທີ່ຢ່າງເຂັ້ມງວດ.

ແນວໃດກໍຕາມ ຂະບວນການຖອດຖອນດັ່ງກ່າວນີ້ ແມ່ນຍັງຈະຕ້ອງໄດ້ຜ່ານການລົງມະຕິ ຈາກວຸດທິສະພາ ຫລື ສະພາສູງຂອງບຣາຊິນອີກເສຍກ່ອນ ຊຶ່ງພັກແຮງງານບຣາຊິນ ຊຶ່ງເປັນພັກຝ່າຍລັດຖະບານ ໄດ້ອອກມາປະກາດວ່າ ຈະຕໍ່ສູ້ຢ່າງສຸດຂີດ ເພື່ອປົກປ້ອງປະທານາທິບໍດີ ຣຸດເຊບ ບໍ່ວ່າດ້ວຍວິທີການໃນ ຫລື ນອກສະພາກໍຕາມ.

 

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...