spot_img
Homeຂ່າວຕ່າງປະເທດການາດາ ຂໍນານາຊາດຊ່ວຍ 2 ພົນລະເມືອງທີ່ຖືກຈີນຈັບຕົວໄປ

ການາດາ ຂໍນານາຊາດຊ່ວຍ 2 ພົນລະເມືອງທີ່ຖືກຈີນຈັບຕົວໄປ

Published on

ສຳນັກຂ່າວຣອຍເຕີລາຍງານວ່າ ເມື່ອວັນທີ 22 ທັນວາ 2018 ທີ່ຜ່ານມາ ທ່ານ ນາງ ຄຣິສເທຍ ຟຣີແລນ ລັດຖະມົນຕີກະຊວງການຕ່າງປະເທດການາດາ ອອກມາເປີດເຜີຍວ່າ ໃນອີກບໍ່ພໍເທົ່າໃດມື້ຕໍ່ໜ້າການາດາຈະເດີນໜ້າຂໍແຮງສະໜັບສະໜູນຈາກບັນດາພັນທະມິດ ໃນການກົດດັນໃຫ້ຈີນປ່ອຍຕົວຊາວການາດາ 2 ຄົນທີ່ຖືກຈັບໄປ ຫຼັງຈາກທີ່ສະຫະລັດອອກມາສະແດງພະລັງສະໜັບສະໜູນການາດາ ໃນການຮຽກຮ້ອງໃຫ້ຈີນປ່ອຍຕົວຊາວການາດາ 2 ຄົນ ຄື: ທ່ານ ໄມເຄິລ ໂຄຣິກ ອະດີດນັກການທູດການາດາປະຈໍາສປ ຈີນ ແລະ ທ່ານ ໄມເຄິລ ສປາວໍ ນັກທຸລະກິດຊາວການາດາ ທີ່ເຊື່ອວ່າຖືກຈີນຈັບກຸມຕົວເພື່ອຕອບໂຕ້ກໍລະນີທີ່ການາດາຈັບກຸມຕົວລູກສາວປະທານບໍລິສັດ ຫົວເວີ່ຍ.

ໂດຍນອກຈາກທີ່ສະຫະລັດອອກມາສະໜັບສະໜູນການາດາແລ້ວຍັງມີອັງກິດ ແລະ ສະຫະພາບເອີຣົບ (ອີຢູ) ເຊິ່ງທ່ານ ນາງ ຟຣີແລນ ກ່າວກັບຜູ້ສື່ຂ່າວໃນລະຫວ່າງການຖະແຫຼງຂ່າວທາງໄກວ່າ “ໃນອີກບໍ່ພໍເທົ່າໃດມື້ຕໍ່ໜ້າຕົນພ້ອມກັບເອກອັກຄະຣາຊທູດການາດາທົ່ວໂລກ ຈະລົມກັບນານາປະເທດໃນເລື່ອງດັ່ງກ່າວ ແລະ ເຖິງແມ່ນວ່າທາງການຈີນຈະປະຕິເສດວ່າການຄວບຄຸມຕົວຊາວການາດາ 2 ຄົນ ບໍ່ໄດ້ເຊື່ອມໂຍງກັບການທີ່ການາດາຈັບກຸມຕົວທ່ານ ນາງ ເມິ່ງ ເມື່ອວັນທີ 1 ທັນວາ ຢ່າງໃດກໍຕາມ”.

 

 

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ ແລະ ຮູບປະກອບ: matichon.co.th

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...