spot_img
Homeຂ່າວພາຍ​ໃນການລັກຊັບໃນນະຄອນຫຼວງວຽງຈັນຍັງເປັນບັນຫາທີ່ພົ້ນເດັ່ນ

ການລັກຊັບໃນນະຄອນຫຼວງວຽງຈັນຍັງເປັນບັນຫາທີ່ພົ້ນເດັ່ນ

Published on

ປັດຈຸບັນ, ການລັກຊັບພົນລະເມືອງໃນນະຄອນຫຼວງວຽງຈັນ ຍັງເປັນບັນຫາທີ່ພົ້ນເດັ່ນ ແລະ ເກີດຂຶ້ນໃນແຕ່ລະວັນຈໍານວນຫຼາຍຄັ້ງ ເປັນຕົ້ນແມ່ນບັນຫາການລັກລົດຈັກ ເຊິ່ງກຸ່ມຄົນບໍ່ດີດັ່ງກ່າວໄດ້ກໍ່ເຫດເຄື່ອນໄຫວກະທໍາຜິດແບບຕ່ອງໂສ້, ເປັນກຸ່ມແກ້ງ ຫຼື ບຸກຄົນ ພາໃຫ້ສັງຄົມບໍ່ມີຄວາມສະຫງົບ-ປອດໄພ ແລະ ສ້າງຄວາມເສຍຫາຍຫຼາຍສົມຄວນ.

ໃນວັນທີ 23 ພະຈິກ 2022ພັອ ອຸບົນ ຈຸນລະມະນີ ຮອງຫົວໜ້າກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ຫົວໜ້າຫ້ອງຕໍາຫຼວດ ໃຫ້ສາພາດວ່າ: ປັດຈຸບັນສະພາບປະກົດການຫຍໍ້ທໍ້ທີ່ເກີດຂື້ນຢູ່ນະຄອນຫຼວງວຽງຈັນ ຍັງເປັນບັນຫາທີ່ພົ້ນເດັ່ນ ໂດຍສະເພາະການປຸ້ນຊັບ-ຊີງຊັບ, ງັດແງະ-ລັກຊັບ ພົ້ນເດັ່ນແມ່ນການລັກລົດຈັກເກີດຂຶ້ນເປັນລາຍວັນ ເຫັນວ່າມີລັກສະນະເພີ່ມຂຶ້ນ ຫຼື ຫຼຸດລົງໃນບາງຄັ້ງຄາວ ຍ້ອນກຸ່ມຄົນບໍ່ດີຈຳນວນໜຶ່ງຍັງສືບຕໍ່ເຄື່ອນໄຫວສ້າງຄວາມບໍ່ສະຫງົບ, ຄວາມບໍ່ເປັນລະບຽບຮຽບຮ້ອຍ ດ້ວຍຫຼາຍຮູບແບບຫຼາຍວິທີການ, ຫຼາຍເລ້ລ່ຽມເລີກແລບແນບນຽນ ແລະ ມີການເຄື່ອນໄຫວກໍ່ການກະທຳຜິດເປັນຕ່ອງໂສ້, ເປັນກຸ່ມແກ້ງ ຫຼື ເປັນລາຍບຸກຄົນ ໃນນີ້້, ບາງກຸ່ມຍັງໄດ້ນໍາໃຊ້ພາຫານະເຄື່ອງມືອຸປະກອນ-ອາວຸດປະເພດລົດຈັກບໍ່ຕິດປ້າຍທະບຽນ ຫຼືປ້າຍປອມຂີ່ຊ້ອນກັນ ແລ້ວຊອກຫາເຍື່ອເມື່ອພວກເຂົາມີໂອກາດ, ຊ່ອງຫວ່າງກໍ່ລົງມືກໍ່ເຫດປຸ້ນຊັບ-ຊີງຊັບຂອງບຸກຄົນ ນັບທັງຄົນລາວ ຫຼື ຄົນຕ່າງປະເທດ ແລະ ລັກເອົາລົດຈັກຂອງພົນລະເມືອງທີ່ຈອດໄວ້ສະຖານທີ່ຕ່າງໆ ຫຼື ໃຊ້ອາວຸດນາບຂູ່ໃຊ້ຄວາມຮຸນແຮງເພື່ອຍາດຊີງເອົາຊັບ ແລະ ຈຳນວນໜຶ່ງກໍນຳໃຊ້ເຄື່ອງມືອຸປະກອນເຂົ້າງັດເເງະລັກຊັບຕາມບໍລິສັດ, ສໍານັກງານອົງການ ແລະ ເຮືອນປະຊາຊົນ ເມື່ອສຳເລັດແລ້ວກໍເອົາໂຕຫຼົບໜີໄປລີ້ຊ່ອນຢູ່ຕ່າງເມືອງ, ຕ່າງແຂວງເພື່ອຫຼີກລ້ຽງການຈັບກຸມຂອງເຈົ້າໜ້າທີ່.

ຕໍ່ກັບສະພາບການດັ່ງກ່າວ, ເຈົ້າໜ້າທີ່ຫ້ອງຕຳຫຼວດ ປກສ ນະຄອນຫຼວງວຽງຈັນ ໄດ້ສຸມໃສ່ແກ້ໄຂຕາມຄຳສັ່ງວ່າດ້ວຍການເພີ່ມທະວີວຽກງານສະກັດກັ້ນ ແລະ ແກ້ໄຂສະພາບປະກົດການຫຍໍ້ທໍ້ໃນສັງຄົມ ໂດຍສົມທົບກັບກອງບັນຊາການ ປກສ 9 ເມືອງ, ປກສ ກຸ່ມ ແລະ ພະນັກງານກໍ່ສ້າງຮາກຖານ ເພື່ອສ້າງແຜນມ້າງ ແລະ ແກ້ໄຂສະພາບປະກົດການຫຍໍ້ທໍ້ ໂດຍອອກເຄື່ອນໄຫວກວດກາລາດຕາເວນຕາມຈຸດຫຼໍ່ແຫຼມ, ເສັ້ນທາງສ່ຽງ ນອກນັ້ນ, ຍັງໄດ້ຂຶ້ນບັນຊີເປົ້າໝາຍ, ໄລ່ຊອກໄລ່ຈັບ ພ້ອມທັງກວດກາຄົນພັກເຊົາ, ຄົນເຂົ້າ-ອອກຕາມສະຖານທີ່ອື່ນໆເພື່ອຮັບປະກັນ ແລະ ຫຼຸດຜ່ອນບັນດາປະກົດການຫຍໍ້ທໍ້ທີ່ເກີດຂຶ້ນໃຫ້ນັບມື້ຫຼຸດໜ້ອຍຖອຍລົງຕາມລໍາດັບ.

ແຫຼ່ງຂ່າວ ຄວາມສະຫງົບ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...