spot_img
Homeຂ່າວຕ່າງປະເທດການລະບາດໂຄວິດ-19 ເຮັດໃຫ້ນັກທ່ອງທ່ຽວທົ່ວໂລກປີນີ້ຫຼຸດລົງເກືອບ 60%

ການລະບາດໂຄວິດ-19 ເຮັດໃຫ້ນັກທ່ອງທ່ຽວທົ່ວໂລກປີນີ້ຫຼຸດລົງເກືອບ 60%

Published on

ເວັບໄຊ bangkokbiznews ລາຍງານໂດຍອ້າງແຫຼ່ງຂ່າວຈາກ ອອກຟັອດ ອີໂຄໂນມິກ ບໍລິສັດວິໄຈຈາກອັງກິດເປີດເຜີຍວ່າ ຄວາມຕ້ອງການທ່ອງທ່ຽວຕ່າງປະເທດທົ່ວໂລກ ຈະຫຼຸດລົງ 57% ໃນປີ 2020 ເນື່ອງຈາກ ມາດຕະການຄວບຄຸມການເດີນທາງລະຫວ່າງປະເທດ ແລະ ການກັກຕົວທີ່ເຂັ້ມງວດເພື່ອຄວບຄຸມ ການແຜ່ລະບາດຂອງໂຄວິດ-19.

ລາຍງານລະບຸວ່າ ຄວາມຕ້ອງການທ່ອງທ່ຽວຕ່າງປະເທດທົ່ວໂລກຈະບໍ່ກັບເຂົ້າສູ່ລະດັບປີ 2019 ຈົນກວ່າຈະເຖິງປີ 2024 ສະທ້ອນໃຫ້ເຫັນເຖິງຜົນກະທົບທາງເສດຖະກິດທີ່ເກີດຈາກການແຜ່ລະບາດຂອງໂຣກ ແລະ ຄວາມເຊື່ອໝັ້ນທີ່ຫຼຸດລົງຕໍ່ການທ່ອງທ່ຽວລະຫວ່າງປະເທດ ລວມເຖິງຜົນກະທົບຕໍ່ການທ່ອງທ່ຽວທັງເພື່ອທຸລະກິດ ແລະ ເພື່ອການພັກຜ່ອນ.

ນອກຈາກນີ້, ເຖິງແມ່ນວ່າຫຼາຍປະເທດຈະເລີ່ມເປີດປະເທດອີກຄັ້ງ ແຕ່ຍັງມີຄວາມລຳບາກຫຼາຍໃນການຫາຈຸດສົມດຸນລະຫວ່າງການຄວບຄຸມໂຄວິດ-19 ແລະ ການຟື້ນຟູການທ່ອງທ່ຽວ.

ລາຍງານຍັງລະບຸອີກວ່າ ທຸກພາກພື້ນມີແນວໂນ້ມຈະມີນັກທ່ອງທ່ຽວຫຼຸດລົງ ໂດຍທະວີບອາເມລິກາເໜືອຈະໄດ້ຮັບຜົນກະທົບໜັກທີ່ສຸດ ຄາດວ່ານັກທ່ອງທ່ຽວຈະຫຼຸດລົງໜັກເຖິງ 70%, ອາຊີປາຊີຟິກຫຼຸດລົງ 57% ແລະ ເອີຣົບປັບຕົວລົງທີ່ 56%.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...