spot_img
Homeຂ່າວພາຍ​ໃນການຄ້າ ນ.ວ ແຈ້ງ! ປີ​ໃໝ່​ນີ້ ຫ້າມ​ສວຍໂອກາດຂຶ້ນລາຄາສິນຄ້າ!

ການຄ້າ ນ.ວ ແຈ້ງ! ປີ​ໃໝ່​ນີ້ ຫ້າມ​ສວຍໂອກາດຂຶ້ນລາຄາສິນຄ້າ!

Published on

b2dc14dae85df29cd63d0a43248533f9

 

ເພື່ອ​ສ້າງ​ລາ­ຄາ​ຍຸ­ຕິ​ທຳ​ບົນ​ພື້ນຖານ​ກົນ​ໄກ​ຕະ­ຫຼາດ​ຫຼີກ­ເວັ້ນ​ການ​ ເອົາລັດ​ເອົາ​ປຽບ​ກັນ​ລະ­ຫວ່າງ​ຜູ້​ຊື້ ແລະ ຜູ້ຂາຍ​ທັງ​

ຮັບ­ປະ­ກັນ​ໃຫ້​ສັງ­ຄົມ​ມີ​ຄວາມສະ­ຫງົບ​ບໍ່​ດົນ​ມາ​ນີ້​ ພະ​ແນກ​ອຸດ​ສາ​ຫະກຳ ແລະ ການ​ຄ້າ​ນະ­ຄອນ­ຫຼວງ​ວຽງ​ຈັນ ໄດ້​ອອກ

​ແຈ້ງ​ການ​ຫ້າມ​ສວຍ­ໂອ­ກາດຂຶ້ນ​ລາ­ຄາ​ສິນ­ຄ້າ ແລະ ໃຫ້​ຕິດ​ລາ­ຄາ​ສິນ­ຄ້າ​ເປັນ​ເງິນ​ກີບ​ໃນ​ໄລ­ຍະປີ​ໃໜ່​ສາ­ກົນ​ປີ 2015.

 

ໃນ​ແຈ້ງ​ການ​ສະ­ບັບ​ດັ່ງ­ກ່າວ​ໄດ້​ລະບຸ​ວ່າ: ເພື່ອ​ເຮັດ​ໃຫ້​ບັນ­ຍາ­ກາດ​ສະ­ເຫຼີມສະ­ຫຼອງ​ສົ່ງ​ທ້າຍ​ປີ​ເກົ່າ 2014 ແລະ ຕ້ອນຮັບ​

ປີ​ໃໝ່ 2015 ທີ່​ຈະ​ມາ​ເຖິງ​ໃຫ້​ມີ​ບັນຍາ​ກາດ​ເບີກ­ບານ​ມ່ວນ­ຊື່ນ​ປະ­ຊາ­ຊົນ​ມີຄວາມ​ອຸ່ນ ​ອຽງ​ທຸ່ນ​ທ່ຽງ​ເຈົ້າ​ໜ້າ­ທີ່​ກ່ຽວຂ້ອງ​

ໃນ 9 ຕົວ​ເມືອງ​ຂອງ​ນະ­ຄອນ­ຫຼວງວຽງ​ຈັນ​ໃຫ້​ເອົາ­ໃຈ­ໃສ່​ລົງ​ຕິດ­ຕາມ​ກວດ ກາ​ສິນ­ຄ້າ​ທີ່​ມີ​ຜົນ​ກະ­ທົບ​ໄວ​ຕໍ່​ຊິ­ວິດ​ການ

ເປັນ​ຢູ່​ຂອງ​ປະ­ຊາ­ຊົນ ໂດຍ​ສະ­ເພາະແມ່ນ​ສິນ­ຄ້າ​ທີ່​ລັດ​ຄຸ້ມ​ຄອງ​ບໍ່​ໃຫ້​ມີ​ປາ­ກົດການ​ສິນ­ຄ້າ​ ຂາດ­ຕະ­ຫຼາດ, ການ​ສວຍໂອ­

ກາດ​ກັກ​ຕຸນ​ຂຶ້ນ​ລາ­ຄາ​ສິນ­ຄ້າ​ຈາກ​ບຸກຄົນ ຫຼື ກຸ່ມ​ຄົນ​ທີ່​ບໍ່​ຫວັງ​ດີ ໂດຍ​ພາ­ລະການ​ເດັດ­ຂາດ ແລະ ໃຫ້​ຜູ້​ປະ­ກອບ​ການ

ທຸ­ລະ​ກິດ, ຊາວ​ຄ້າ­ຂາຍ​ນຳ​ສິນ­ຄ້າ​ຂອງຕົນ​ອອກ​ຈຳ­ໜ່າຍ​ເປັນ​ປົກ­ກະ­ຕິ, ຫ້າມກັກ​ຕຸນ​ສິນ­ຄ້າ ຫຼື ສວຍ­ໂອ­ກາດ​ຂຶ້ນ​ລາ­

ຄາຕາມ­ໃຈ.

 

ນອກ­ຈາກ​ນັ້ນ​ ຍັງ​ໃຫ້​ຫົວ­ໜ່ວຍ​ທຸ­ລະກິດ​ຈຳ­ໜ່າຍ: ເຂົ້າ, ຊິ້ນ (ໝູ, ງົວ, ຄວາຍ) ປາ, ໄກ່, ໄຂ່ ແລະ ອື່ນໆ​ຕ້ອງ​ຕິດລາ­ຄາ

​ເປັນ​ເງິນ​ກີບ ແລະ ການ​ຕິດ​ລາ­ຄາ ສິນ­ຄ້າ​ປະ­ເພດ​ດັ່ງ­ກ່າວ​ແມ່ນ​ໃຫ້​ຕິດ­ຕາມ ລາ­ຄາ​ຊື້-ຂາຍ​ຕົວ​ຈິງ​ໃນ​ແຕ່​ລະ​ວັນ ພ້ອມ

ທັງ​ຮັບ­ປະ­ກັນ​ໃຫ້​ລູກ​ຄ້າ​ສາ­ມາດ​ເຫັນ​ໄດ້ສະ­ດວກ, ມີ​ຄວາມ​ຊັດ​ເຈນ, ການ​ຕິດລາ­ຄາ​ດັ່ງ­ກ່າວ​ແມ່ນ​ໃຫ້​ຈັດ​ຕັ້ງ​ປະ­ຕິ­ບັດ

ເປັນ​ປົກ­ກະ­ຕິ​ຕໍ່​ ເນື່ອງ ແລະ ອີງ​ຕາມ​ສະພາບ​ການ​ຕົວ​ຈິງ​ຂອງ​ການ​ເໜັງ​ຕີງ​ລາຄາ​ຕາມ​ກົນ​ໄກ​ຕະ­ຫຼາດ ແລະ ຫ້າມ​

ຕິດລາ­ຄາ​ຂາຍ​ໃນ​ລາ­ຄາ​ສູງ​ເກີນ​ລາ­ຄາ​ທີ່ທາງ​ການ​ກຳ­ນົດ​ອອກ​ໃນ​ແຕ່​ລະ​ໄລ­ຍະ.

 

ໂດຍ​ຂອດ​ຈັດ​ຕັ້ງ​ປະ­ຕິ­ບັດ​ແມ່ນ​ມອບໃຫ້​ຂະ­ແໜງ­ການ​ຄ້າ​ພາຍ​ໃນ ແລະ ຫ້ອງການ​ອຸດ­ສາ­ຫະ­ກຳ ແລະ ການ​ຄ້າ​ເມືອງ

ແຕ່ງ­ຕັ້ງ​ພະ­ນັກ­ງານຂອງ​ຕົນ​ລົງ​ຕິດ­ຕາມ​ສະ­ພາບ​ການ​ຈຳໝ່າຍ, ການ​ເໜັງ​ຕີງ​ຂອງ​ລາ­ຄາ​ສິນ­ຄ້າ ແລະ ການ​ຕິດ­ຕາມ

​ການ​ຕິດ​ລາ­ຄາ​ສິນ­ຄ້າ ຢ່າງ​ໃກ້­ຊິດ ແລະ ລາຍ​ງານ​ໃຫ້​ຄະ­ນະ​ພະແນກ​ອຸດ­ສາ­ຫະ­ກຳ ແລະ ການ​ຄ້າ ​ນະຄອນ​ຫຼວງ​ວຽງ​ຈັນ​

ເປັນ​ແຕ່​ລະ​ໄລ­ຍະ.

 

ແຫລ່ງຂ່າວ: ເສດຖະກິດ – ສັງຄົມ

 

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...