spot_img
Homeຂ່າວເຫດການກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ 10 ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ 10 ໄຂຂຶ້ນຢ່າງເປັນທາງການ

Published on

ຂປລ.​ ເພື່ອຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ເຂົ້າສູ່ການຈັດຕັ້ງປະຕິບັດຕົວຈິງ ໃນແຕ່ລະຂະແໜງການແລະ ທ້ອງຖິ່ນເວົ້າລວມ, ​ເວົ້າສະເພາະການຈັດຕັ້ງປະຕິບັດ ວຽກງານຈັດຕັ້ງ, ການກໍ່ສ້າງພັກພະນັກງານ ໃນເງື່ອນ​​ໄຂໃໝ່ ກອງປະຊຸມວຽກງານ​ຈັດຕັ້ງທົ່ວປະເທດ ຄັ້ງທີ 10 ​ໄຂຂຶ້ນ ຢ່າງເປັນທາງການ ໃນວັນທີ 22 ສິງຫາ 2016 ນີ້ ຢູ່ຫ້ອງວ່າການສູນກາງພັກ ​​ໂດຍການເປັນປະທານຂອງ ສະຫາຍ ບຸນຍັງ ວໍລະຈິດເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງ​ ພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ; ສະຫາຍ ພັນຄໍາ ວິພາວັນ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ​​; ມີບັນດາສະຫາຍກົມການເມືອງສູນກາງພັກ, ​ຄະນະເລຂາທິການສູນກາງພັກ, ມີບັນດາຫົວໜ້າຄະນະຈັດຕັ້ງ ຈາກບັນດາແຂວງແລະ ກະຊວງ, ພ້ອມດ້ວຍພະນັກງານກ່ຽວຂ້ອງເຂົ້າຮ່ວມ.

ສະຫາຍ ຈັນສີໂພສີຄໍາ ກຳມະການກົມການເມືອງສູນກາງພັກ, ​ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ຂຶ້ນລາຍງານ ບົດລາຍງານການເມືອງ ໃນໄລຍະ 5 ປີແລະ ທິດທາງແຜນການໃນຕໍ່ໜ້າ ເຊິ່ງຕະຫລອດໄລຍະ 5 ປີຜ່ານມາ ວຽກງານຈັດຕັ້ງ ໄດ້ຮັບການປັບປຸງແກ້ໄຂ, ວຽກງານກໍ່ສ້າງພັກພະນັກງານແລະ ວຽກງານປັບປຸງກົງຈັກການຈັດຕັ້ງ​​ ໄດ້ມີຜົນສໍາເລັດ ໃນແຕ່ລະດ້ານ ​​​ເຮັດໃຫ້ຈໍານວນສະມາຊິກພັກເພີ່ມຂຶ້ນ, ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍ, ​ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ໄດ້ຮັບການປັບປຸງ ເປັນກ້າວໆ.

ຈາກ​ນັ້ນ, ບັນດາກະຊວງອົງການ ​​ໄດ້ປະກອບຄໍາຄິດຄໍາເຫັນ ຕໍ່ທິດທາງ, ໜ້າທີ່ວຽກງານ ໃນການປັບປຸງແນວທາງການຈັດຕັ້ງ ຂອງພັກ 5 ປີຕໍ່ໜ້າໃນດ້ານຕ່າງໆ ເປັນຕົ້ນແມ່ນວຽກງານກໍ່ສ້າງພັກປອດ​​ໃສ, ​ເຂັ້ມແຂງແລະ ໜັກແໜ້ນ, ​ແຜນຍຸດທະສາດ ວຽກງານພັກ​-ພະນັກງານ ແຕ່ນີ້ຮອດປີ 2020, ຄົ້ນຄ້ວາແລະ ປັບປຸງໃໝ່ບັນດານິຕິກໍາ ກ່ຽວກັບວຽກງານຈັດຕັ້ງ.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...