spot_img
Home​ຂ່າວບັນເທິງsong hye kyo vs kim tae hee 2 ນາງເອກແຖວໜ້າແຫ່ງເກົາຫຼີໃຕ້ ທີ່ກະແສດີບໍ່ມີຕົກ

song hye kyo vs kim tae hee 2 ນາງເອກແຖວໜ້າແຫ່ງເກົາຫຼີໃຕ້ ທີ່ກະແສດີບໍ່ມີຕົກ

Published on

ວັນເທີງຕ່າງວັນນີ້ ເຮົາຈະມາຕາມກະແສທາງເກົາຫຼີໃຕ້ ກັນແນ່ຈັກໜ່ອຍ ເພາະປັດຈຸບັນນີ້ມີກະແສຄວາມ Hot ຂອງຊີຣີ້ເກົາຫຼີໃຕ້ທັງສອງເລື່ອງ ບໍ່ວ່າຈະເປັນ ເລື່ອງ “ຮັກນີ້ເພື່ອຊາດ ຫົວໃຈເພື່ອເຈົ້າ” ທີ່ໄດ້ພະເອກເບີໜຶ່ງຂອງເກົາຫຼີໃຕ້ໃນຕອນນີ້ຢ່າງ ຊົງຈຸງກິ ມາສະແດງຄູ່ກັບ ນາງເອກແຖວໜ້າຂອງເກົາຫຼີໃຕ້ ຢ່າງ ຊອງເຮຄຽວ ແລະ ອີກຊີຣີ້ເລື່ອງໜຶ່ງທີ່ຖືວ່າຕອນນີ້ແມ່ນມາແຮງຫຼາຍ ແລະ ໃກ້ຈະເຖິງຕອນອາວະສານແລ້ວ ຢ່າງເລື່ອງ “ຈາງອົກຈອງ ຕຳນານຮັກຄູ່ບັນລັງ” ເຊິ່ງໄດ້ພະເອກຂັວນໃຈສາວເກົາຫຼີໃຕ້ ຢ່າງ ຢູອາອິນ ມາສະແດງຄູ່ກັບ ນາງເອກແຖວໜ້າສາຍາ ນາງຟ້າແຫ່ງເກົາຫຼີ ຢ່າງ ຄິມແທຮີ

123091-r-1461730093984

434_3_jang_ok_jung_03

ເລື່ອງ ຈາງອົກຈອງ ຕຳນານຮັກຄູ່ບັນລັງ ທີ່ຈິງເປັນເລື່ອງທີ່ສ້າງ ແລະ ສາຍແລ້ວແຕ່ປີ 2013 ໃນທາງຊ່ອງໂທລະພາບຂອງເກົາຫຼີໃຕ້ ແຕ່ທາງໂທລະພາບຊ່ອງ 3 ໄດ້ນຳເອົາມາສາຍຄືນອີກຄັ້ງ ຈິ່ງເຮັດໃຫ້ເລື່ອງນີ້ເກີດກະແສຮືຮາດັງຂຶ້ນເປັນຮອບທີສອງ ແລະ ແນ່ນອນວ່າບັນດາຕິ່ງແຟນຄລັບຂອງທັງສອງຊີຣີ້ ໄດ້ມີການນຳເອົາຕົວລະຄອນທັງສອງເລື່ອງນັ້ນໂດຍສະເພາະນາງເອກ ຢ່າງ ຊອງເຮຄຽວ ແລະ ຄິມແທຮີ ມາປຽບທຽບກັນຫຼາຍໆດ້ານບໍ່ວ່າຈະເປັນຄວາມງາມ, ຄວາມສາມາດໃນສະແດງ ແລະ ລະດັບຄວາມດັງຂອງທາງສອງນາງ ເອົາເປັນວ່າເຮົາກໍ່ບໍ່ລໍຊ້າ ເຮົາມາເບິ່ງ ແລະ ຕັດສິນໃຈເອົາເອງວ່າໃຜ…ກວ່າໃຜ ສ່ວນແອັດມິນນິເລືອກບໍ່ໄດ້ເລີຍ ເພາະເປັນແຟນຄລັບ ແລະ ເຊຍທັງສອງນາງມາຕະຫຼອດ

m1 kimvs shg 10-ngoi-sao-duoc-cac-dao-dien-han-chon-mat-gui-vang4 songkim1 maxresdefault 6-persamaan-song-hye-kyo-dan-kim-tae-hee-sHf

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...