spot_img
HomeມູມໄອທີລາວSamsung ຕຽມນຳເອົາ Tizen ໄປໃຊ້ກັບຕູ້ເຢັນ

Samsung ຕຽມນຳເອົາ Tizen ໄປໃຊ້ກັບຕູ້ເຢັນ

Published on

070143w8pmrxgg7gbtcjb8

Samsung ຕຽມນຳເອົາ Tizen ໄປໃຊ້ກັບຕູ້ເຢັນ

ຫຼັງຈາກທີ່ມີຂ່າວເປີດເຜີຍວ່າກ້ອງ NX3000 ນັ້ນໃຊ້ລະບົບປະຕິບັດການ Tizen OS ເປັນຫຼັກ (ແຕ່ກັບບໍ່ເອົາມາໃຊ້ໃນໂທລະສັບຈັກເທື່ອ) ຫຼ້າສຸດນີ້ກໍມີສິນຄ້າກຸ່ມໃໝ໋ ທີ່ບໍ່ມີເຈົ້າຕະຫຼາດແບບ Android ຫຼື iOS ແລະນັ້ນກໍຄື…. ຕູ້ເຢັນອັດສະລິຍະ

ຖືກຕ້ອງແລ້ວ! ຕູ້ເຢັນອັດສະລິຍະ ໂດຍຕູ້ເຢັນນີ້ຈະມີໜ້າຈໍຂະໜ!ດໃຫຍ່ໃນຕົວ ມາພ້ອມກັບ RAM 256 – 512 MB ແລະຮອງຮັບການເຊື່ອມຕໍ່ກັບ WiFi ແລະມີຄວາມຈຳໃນຕົວໜ້ອຍໜຶ່ງ ເຖິງວ່າຈະຍັງບໍ່ຮູ້ວ່າຕູ້ເຢັນສະຫຼາດນີ້ເຮັດຫຍງໄດ້ແນ່ ແຕ່ກໍເດົາວ່າໜ້າຈະມີລູກຫຼິ້ນພື້ນໆ ແບບຕວດສອບສິ່ງຂອງໃນຕູ້ເຢັນວ່າມີຫຍັງແນ່ ຫຼືອາດຈະຫາສູດເຮັດອາຫານອອນລາຍໃຫ້ ແລະຕັ້ງເວລາເຕືອນສິ່ງຂອງໝົດອາຍຸ

ນອກຈາກນີ້ກໍໜ້າຈະມີລູກຫຼິ້ນທີ່ເຮົາ ຍັງຄິດບໍ່ອອກວ່າເປັນຫຍັງເຮົາຕ້ອງໃຊ້ຕູ້ເຢັນອັດສະລິຍະນັ້ນເອງ ແນ່ນອນວ່າລາຄາຍັງບໍ່ເປັນທີ່ເປີດເຜີຍ ແລະກຳນົດມື້ວາງຈຳໜ່າຍນັ້ນຍັງບໍ່ລະບຸຕາຍຕົວ ເນື່ອງຈາກວ່າຍັງຢູ່ໃນຊ່ວງຂອງການພັດທະນານັ້ນເອງ 

ທີ່ມາ:www.deklao.com

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...