spot_img
Homeຂ່າວພາຍ​ໃນPizza Hut ອອກພິດຊ່າໜ້າງູທີ່ວາງຂາຍໃນຮົງກົງ

Pizza Hut ອອກພິດຊ່າໜ້າງູທີ່ວາງຂາຍໃນຮົງກົງ

Published on

ພິດຊ່າຮັດ (Pizza Hut) ຮ້ານພິດຊ່າສັນຊາດອາເມຣິກາໄດ້ຮ່ວມມືກັບຮ້ານອາຫານຮົງກົງເກົ່າແກ່ ເຊີ ຫວາງ ເຟິ່ນ (Ser Wong Fun) ທີ່ມີຊື່ສຽງເລື່ອງການເຮັດອາຫານຈາກຊີ້ນງູໃນຮົງກົງ ທີ່ມີຕົ້ນກຳເນີດແຕ່ປີ 1895 ເພື່ອນຳສະເໜີເມນູໃໝ່ ພິຊ່າໜ້າງູ ໂດຍວາງຈຳໜ່າຍຈົນເຖິງວັນທີ 22 ພະຈິກ 2023 ນີ້.

ຜະລິດຕະພັນໃໝ່ນີ້ ປະກອບໄປດ້ວຍຊີ້ນງູ ເຫັດກຳ ແລະ ແຮັມແຫ້ງ ນີ້ເປັນແຜນການຕະຫຼາດຂອງພິດຊ່າຮັດເພື່ອສ້າງກະແສໃນໂລກອອນລາຍ.

ທັ້ງນີ້ ປະຊາຊົນທາງພາກໃຕ້ຂອງປະເທດຈີນໄດ້ກິນງູມາດົນແລ້ວ ໂດຍສະເພາະໃນຊ່ວງເດືອນທີ່ມີອາກາດໜາວເຢັນ ຕາມສຸພາສິດໃນພາສາກວາງຕຸ້ງທ້ອງຖິ່ນກ່າວວ່າ “ເວລາທີ່ດີທີ່ສຸດໃນການກິນງູຄື ເມື່ອລົມລະດູໃບໄມ້ລົ່ນເລີ່ມພັດ” ເຊິ່ງເປັນເວລາທີ່ພວກມັນກິນອາຫານເພື່ອກຽມພ້ອມສຳລັບການຈຳສິນຂອງງູ ຫຼາຍຄົນເຊື່ອວ່າຊີ້ນງູມີຄຸນສົມບັດເປັນຢາ ຊ່ວຍປັບປຸງສະພາບຜິວ ແລະ ເຮັດໃຫ້ຮ່າງກາຍອົບອຸ່ນ ນອກຈາກນັ້ນ ວັດທະນະທຳການເຮັດອາຫານໂດຍໃຊ້ງູ ສາມາດພົບໄດ້ທົ່ວໄປໃນສ່ວນອື່ນໆຂອງອາຊີຕາເວັນອອກສຽງໃຕ້ເຊັ່ນ ຫວຽດນາມ ໄທ ແລະ ລາວ ເປັນຕົ້ນ.

ພິດຊ່າຮັດຮົງກົງ ໄດ້ກ່າວກ່ອນທີ່ເມນູນີ້ຈະວາງຈຳໜ່າຍໃນອາທິດກ່ອນ ວ່າ: ເມື່ອຈັບຄູ່ກັບຊີດ ແລະ ໄກ່ ຊີ້ນງູກໍຈະມີລົດຊາດທີ່ເຂັ້ມຂົ້ນຍິ່ງຂຶ້ນ, ພ້ອມກ່າວອີກວ່າ ຊີ້ນງູ ຈະຊ່ວຍໃນການໄຫຼວຽນຂອງເລືອດໄດ້ດີ ເຊິ່ງເປັນຄວາມເຊື່ອໃນທາງການແພດແຜນຈີນ ແລະ ກ່າວຕື່ມອີກວ່າ ເມນູນີ້ຖືເປັນຄວາມກ້າວໜ້າຈາກແນວຄິດການຮັກສາສຸຂະພາບ ແລະ ຄວາມທ້າທ້າຍຕໍ່ຕ່ອມຮັບລົດຊາດ.

ຜູ້ຈັດການທົ່ວໄປຂອງຮ້ານພິດຊ່າຮັດຮົງກົງ ແລະ ມາເກົ້າ ກ່າວວ່າ ບໍລິສັດໄດ້ໃຊ້ຄວາມຊ່ຽວຊານຂອງຮ້ານ ເຊີ ຫວາງ ເຟິ່ນ ເພື່ອກຽມເມນູນີ້ ໂດຍໃຊ້ຊີ້ນງູສິງ ງູສາມຫຼ່ຽມລາຍ ແລະ ງູແຖບຂາວ.

ແຫຼ່ງຂ່າວ CNN

ບົດຄວາມຫຼ້າສຸດ

ຜູ້ນຳສະຫະລັດ ບັນລຸຂໍ້ຕົກລົງກັບຫວຽດນາມ ຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20%

ໂດນັລ ທຣຳ ຜູ້ນຳສະຫະລັດເປີດເຜີຍວ່າ ໄດ້ບັນລຸຂໍ້ຕົກລົງກັບຫວຽດນາມແລ້ວ ໂດຍສະຫະລັດຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20% ຂະນະທີ່ສິນຄ້າຈາກປະເທດທີ 3 ສົ່ງຜ່ານຫວຽດນາມຈະຖືກເກັບພາສີ 40% ສຳນັກຂ່າວບີບີຊີລາຍງານໃນວັນທີ 3 ກໍລະກົດ 2025 ນີ້ວ່າ:...

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...