spot_img
Homeຂ່າວຕ່າງປະເທດOlympics 2020 ທີໂຕກຽວຈະຖືກເລື່ອນໄປຮອດປີ 2021

Olympics 2020 ທີໂຕກຽວຈະຖືກເລື່ອນໄປຮອດປີ 2021

Published on

ອີງຕາມລາຍງານຈາກສຳນັກຂ່າວ BBC ສະມາຊິກຄະນະກຳມະການໂອແລມປິກສາກົນ (International Olympic Committee) ທ່ານ Dick Pound ໄດ້ກ່າວໄວ້ວ່າງານແຂ່ງຂັນກິລາລະດັບໂລກໂອແລມປິກ 2020 ທີຈະຈັດຂຶ້ນທີກຸງໂຕກຽວ, ປະເທດຢີ່ປຸ່ນ ແມ່ນຈະໄດ້ຖືກເລື່ອນໄປເຖິງປີ 2021 ຍ້ອນການແຜ່ລະບາດຂອງພະຍາດໄວຣັສໂຄວິດ-19. ກ່ອນໜ້ານີ້ປະເທດການາດາ,ອົດສະຕາລີແລະອັງກິດໄດ້ປະຕິເສດການສົ່ງນັກກິລາຂອງຕົນລົງແຂ່ງຂັນໂອແລມປິກປີນີ້.

ພ້ອມກັນນີ້ປະທານສະຫະພັນນັກກິລານາໆຊາດ ທ່ານ Lord Coe ໄດ້ສົ່ງຈົດໝາຍຫາປະທານຄະນະກຳມະການໂອແລມປິກສາກົນ Thomas Bach ເນື້ອໃນຫຼັກໆແມ່ນວ່າການຈັດງານປີນີ້ມີຄວາມຍາກລຳບາກແລະບໍ່ເໝາະສົມຍ້ອນການແຜ່ລະບາດຂອງໄວຣັສໂຄວິດ-19 ພ້ອມຍົກ3ເຫດຜົນຫຼັກໆເພື່ອເລື່ອນງານໂອແລມປິກຄື: ເພື່ອການແຂ່ງຂັນທີ່ເປັນທຳ, ເພື່ອບໍ່ໃຫ້ນັກກິລາສ່ຽງຈາກການບາດເຈັບແລະເພື່ອສະພາບຈິດໃຈຂອງນັກກິລາ.

ຮຽບຮຽງໂດຍ ວະນິດາ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...