spot_img
Homeຂ່າວຕ່າງປະເທດNYT ຢືນຢັນ! ອິດສະຣາແອນສັງຫານນັກວິທະຍາສາດນິວເຄຼຍຊາວອີຣານດ້ວຍຫຸ່ນຍົນ

NYT ຢືນຢັນ! ອິດສະຣາແອນສັງຫານນັກວິທະຍາສາດນິວເຄຼຍຊາວອີຣານດ້ວຍຫຸ່ນຍົນ

Published on

ແຫຼ່ງຂ່າວ New York Times ລາຍງານວ່າ: ທ່ານ ໂມເຊນ ຟາຄຣິຊາເດ (Mohsen Fakhrizadeh) ນັກວິທະຍາສາດດ້ານນິວເຄຼຍລະດັບແນວໜ້າຂອງອີຣານ ຖືກລອບສັງຫານດ້ວຍປືນໄຣເຟິນດັກຍິງດ້ວຍລະບົບຫຸ່ນຍົນທີ່ຄວບຄຸມຈາກໄລຍະໄກໂດຍເຈົ້າໜ້າທີ່ອິດສະຣາແອນ.

ລາຍງານດັ່ງກ່າວສອດຄ່ອງກັບບັນຊີຂອງກອງກຳລັງປະຕິວັດອີຣານ ກ່ຽວກັບເຫດການໃນວັນທີ 27 ພະຈິກ 2020 ເມື່ອພວກເຂົາອ້າງວ່າ ປືນກົນອັດສະລິຍະທີ່ຄວບຄຸມດ້ວຍດາວທຽມ ໄດ້ສັງຫານນັກວິທະຍາສາດຜູ້ເຄາະຮ້າຍ ຂະນະກຳລັງຂັບລົດພ້ອມພັນລະຍາມຸ່ງໜ້າກັບບ້ານທີ່ທາງພາກຕາເວັນອອກຂອງເຕຫະຣານ ເຊິ່ງທ່ານ ຟາຄຣິຊາເດ ຖືກຍິງດ້ວຍປືນໄຣເຟິນອັດສະລິຍະປະມານ 4 ນັດເຮັດໃຫ້ເສຍຊີວິດຄາທີ່ ສ່ວນຜູ້ເປັນເມຍໄດ້ຮັບບາດເຈັບສົມຄວນ.

ໜ່ວຍງານທີ່ກ່ຽວຂ້ອງຂອງອີຣານເຄີຍກ່າວເຕືອນນັກວິທະຍາສາດຄົນດັ່ງກ່າວກ່ຽວກັບແຜນການລອບສັງຫານທີ່ເຫັນວ່າຈະເປັນໄປໄດ້ ເນື່ອງຈາກເຊື່ອໝັ້ນວ່າ ທ່ານ ຟາຄຣິຊາເດ ເປັນຜູ້ນຳແຫ່ງຄວາມພະຍາຍາມຂອງອີຣານໃນການສ້າງລະເບີດນິວເຄຼຍ ເຮັດໃຫ້ອິດສະຣາແອນຕ້ອງການກຳຈັດຜູ້ເປັນຫົວຕໍ່ສຳຄັນນີ້.

ປືນອັດສະລິຍະທີ່ໃຊ້ໃນການລອບສັງຫານ ພ້ອມເຄື່ອງມືຫຸ່ນຍົນຂັ້ນສູງ ມີນໍ້າໜັກປະມານໜຶ່ງໂຕນ ເຊິ່ງ NYT ລາຍງານວ່າ ເຈົ້າໜ້າທີ່ອິດສະຣາແອນໄດ້ລັກລອບເອົາສິ້ນສ່ວນອາວຸດດັ່ງກ່າວເຂົ້າໄປໃນອີຣານ ກ່ອນຈະປະກອບເຂົ້າກັນ ພ້ອມບັນຈຸລະເບີດຫຼາຍກິໂລໄວ້ໃນລົດ ເພື່ອໃຊ້ກຽມການລະເບີດຫຼັກຖານພາຍຫຼັງສຳເລັດພາລະກິດລອບສັງຫານ.

ບົດຄວາມຫຼ້າສຸດ

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...