spot_img
HomeມູມໄອທີລາວNokia ເປີດສຶກທ້າ Sony ດວນສຸດຍອດກ້ອງມືຖື #CameraDuel ອີກຮອບໜຶ່ງ

Nokia ເປີດສຶກທ້າ Sony ດວນສຸດຍອດກ້ອງມືຖື #CameraDuel ອີກຮອບໜຶ່ງ

Published on

<ignore_js_op>

ຊ່ວງນີ້ຝ່າຍກິດຈະການໂທລະສັບຂອງ Sony ຄົງກຳລັງວຸ້ນວາຍກັບການກຽມແຜນໂປຣໂໝດສິນຄ້າໃໝ່ຂອງບໍລິສັດແບບ XPERIA Z2 ທີ່ຫາກ່ອນເປີດໂຕໄປເມື່ອທ້າຍເດືອນກຸມພາທີ່ຜ່ານມາ ເຊິ່ງເຄື່ອງໂທລະສັບນີ້ມາພ້ອມກັບ Exmor RS ຄວາມລະອຽດ 20.7 ລ້ານພິກເຊວ ເປັນເຊັນເຊີ້ກ້ອງຂະໜາດໃຫຍ່ 1/2.3 ນິ້ວ ທີ່ດັດແປງມາຈາກເຊັນເຊີ້ຂອງກ້ອງຄອມແພັກ CyberShot ເຊິ່ງຂະໜາດດັ່ງກ່າວໃຫຍ່ເປັນອັນດັບທີໜຶ່ງຂອງທາງຝັ່ງ Android ແຕ່ເປັນອັນດັບສອງຂອງຕະຫຼາດຮອງຈາກ Lumia 1020 ທີ່ມີຂະໜາດເຊັນເຊີ້ 1/1.5 ນິ້ວ

ເຊິ່ງເລື່ອງຂອງເລື່ອງກໍມີຢູ່ວ່າ Sony ສາຂາປະເທດອັງກິດໄດ້ໃຊ້ຊ່ອງທາງເຄື່ອຂ່າຍອອນລາຍທະວີດເຕີໃນການໂປຣໂໝດເຄື່ອງ XPERIA Z2 ດ້ວຍຄຳເວົ້າທີ່ວ່າ “Award-Winning Camera Technology” ເຊິ່ງທາງ Nokia ທີ່ເປັນອັນດັບໜຶ່ງດ້ານກ້ອງມືຖືເລີຍອອກມາປັ່ນປ່ວນທ້າດວນກັບ Sony ມາເປີດສຶກດວນກ້ອງ #CameraDuel ກັນໃຫ້ຮູ້ວ່າຂອງໃຜດີກວ່າກັນດ້ວຍຄຳເວົ້າທີ່ວ່າເມືອງນີ້ (ອຸດສາຫະກຳກ້ອງມືຖື) ນີ້ບໍ່ໃຫຍ່ພໍສຳລັບເຮົາສອງຄົນດອກ ຫຼັງຈາກທີ່ເປີດໂຕເຄື່ອງ XPERIA Z2 ໃໝ່ໆກໍຖືກສະກິດ ກັນໄປແລ້ວຮອບໜຶ່ງ

 

ບົດຄວາມຫຼ້າສຸດ

ຕຳກາງອາກາດ ເຫດລົດບິນຕໍາກັນກາງອາກາດຢູ່ເມືອງສາງຊຸນ ສປ.ຈີນ ໃນລະຫວ່າງຊ້ອມການສະແດງເປີດໂຕລົດບິນໄດ້

ໃນວັນທີ 18/09/2025 ມີລາຍງານຈາກສຳນັກຂ່າວປະເທດຈີນ ເກີດອຸບປະຕິເຫດ ລົດບິນຕໍາກັນລະຫວ່າງຊ້ອມການສະແດງ ທີ່ເມືອງສາງຊຸນ ຂອງປະເທດຈີນ ລາຍງານມີຜູ້ບາດເຈັບ 1 ຄົນ. ອຸບບັດຕິເຫດດັ່ງກ່າວໄດ້ເກີດຂຶ້ນໃນຕອນທີ່ບໍລິສັດ Xpeng ຂອງປະເທດຈີນ ໄດ້ຈັດງານສະແດງເປີດໂຕລົດບິນ. ສະແດງເຖິງເຕັກໂລໂນຊີທີ່ທັນສະໄໝ...

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...