NASA ເປີດເຜີຍຮູບຖ່າຍດາວພະຫັດ ສະແດງກຸ່ມພາຍຸໝູນຍັກແບບບໍ່ເຄີຍພົບມາກ່ອນ

ເມື່ອວັນທີ 30 ພຶດສະພາ 2017 ເວັບໄຊຂ່າວສານແວດວງວິທະຍາສາດ ຊານຕາໂມນິກາອອບເຊຣີບເວີ ລາຍງານວ່າ ອົງການບໍລິຫານການບິນ ແລະ ອາວະກາດແຫ່ງຊາດສະຫະລັດອາເມລິກາ ຫຼື ນາຊ່າ ໄດ້ເປີດເຜີຍຮູບຖ່າຍຊຸດໃໝ່ຂອງດາວພະຫັດ ເຊິ່ງເປັນຮູບທີ່ໃກ້ທີ່ສຸດເທົ່າທີ່ເຄີຍມີມາ ເປັນມຸມມອງໃໝ່ທີ່ໜ້າຕື່ນຕາຕື່ນໃຈ ແລະ ເປີດ ເຜີຍເຖິງຂໍ້ມູນໃໝ່ໆ ເຊິ່ງເປັນທີ່ໜ້າສົນໃຈຂອງດາວເຄາະຂະໜາດໃຫຍ່ດວງນີ້ ແບບທີ່ເຮົາບໍ່ເຄີຍຄາດຄິດມາກ່ອນ

   ຮູບຖ່າຍນີ້ຖືກຖ່າຍຈາກກ້ອງຍານຈູໂນ ທີ່ໂຄຈອນຢູ່ຮອບດາວພະຫັດ ມັນສະແດງໃຫ້ເຫັນພື້ນທີ່ບໍລິເວນຂົ້ສໂລກໃຕ້ຂອງດາວພະຫັດທີ່ເຕັມໄປດ້ວຍກຸ່ມພາຍຸໝູນ ເຊິ່ງມີຕັ້ງແຕ່ຂະໜາດເສັ້ນຜ່າສູນກາງຢູ່ທີ່ປະມານ 1,000 ກິໂລແມັດ ໄປຈົນຮອດຂະໜາດໃຫຍ່ມະຫາສານເທົ່າກັນໂລກ ໂດຍພາຍຸໝູນແຕ່ລະລູດກໍ່ຕົວບຽດກັນຢ່າງໜາແໜ້ນ ເກືອບຈະຕຳກັນ ນຳໄປສູ່ຂໍ້ສົງໃສຂອງນັກວິທະຍາສາດວ່າ ພາຍຸເຫຼົ່ານີ້ກໍ່ຕົວຂຶ້ນໄດ້ແນວໃດ ແລະ ມີໂຄງສ້າງໝັ້ນຄົງຖາວອນພຽງໃດ