Mona Lisa ຮູບແຕ້ມທີ່ມີມູນຄ່າມະຫາສານ

ທຸກຄົນຮູ້ດີວ່າງານສີລະປະມີລາຄາແພງ ແຕ່ຄຳຖາມທີ່ທຸກຄົນຢາກຮູ້ນັ້ນກໍ່ຄືວ່າມັນແພງເທົ່າໃດ? ມູນຄ່າຂອງງານສີລະປະແມ່ນຂຶ້ນກັບຊ່ວງໄລຍະເວລາ ແລະ ຄຸນນະພາບຂອງຮູບແຕ້ມນັ້ນອາດເປັນຮູບທີ່ຄຸນນະພາບດີີທີ່ສຸດ ຫຼື ເປັນຮູບແຕ້ມງາມທີ່ສຸດ ແລະ ທ່ານອາດຈະສັງເກດວ່າຮູບແຕ້ມຈິດຕະກຳທີ່ຂາຍໃນ 1-2 ທົດສະວັດທີ່ຜ່ານມາ ແນ່ນອນເລີຍວ່າ ຕ້ອງມີຮູບແຕ້ມ Mona Lisa (La Gioconda) ທີ່ແຕ້ມໂດຍຈິດຕະກອນທີ່ມີຊື່ສຽງຢ່າງ Leonardo da Vinci (1452-1519) ເຊິ່ງແຕ້ມຂຶ້ນໃນປີ 1503–1507 ປັດຈຸບັນຮູບນີ້ກາຍເປັນສົມບັດຂອງລັດຖະບານຝຣັ່ງ ຈັດສະແດງໃນພິພິດທະພັນ Muse du Louvre ໃນນະຄອນຫຼວງປາຣີສ ເປັນຮູບແຕ້ມທີ່ບໍ່ມີວັນນຳອອກມາປະມູນຂາຍໄດ້ ແລະ ມັນກໍ່ເປັນຮູບແຕ້ມທີ່ມີການປະກັນໄພສູງທີ່ສຸດໃນປະຫວັດສາດ ໃນວັນທີ 14 ທັນວາ 1962 ຮູບນີ້ໄດ້ເຮັດປະກັນໄພສູງເຖິງ 100 ລ້ານໂດລາ ກ່ອນທີ່ຈະນຳອອກໄປຈັດສະແດງທີ່ສະຫະລັດອາເມລິກາເປັນເວລາຫຼາຍເດືອນ ແລະ ໃນປີ 2006 ຮູບນີ້ມີມູນຄ່າສູງເຖິງ 670 ລ້ານໂດລາ ຖືວ່າເປັນຮູບແຕ້ມທີ່ແພງທີ່ສຸດໃນໂລກ.

22-3

ຂໍ້ມູນຈາກ: http://board.postjung.com

ຕິດຕາມPictpost ຮູບພາບລາວໂພສຕ໌ ກົດໄລຄ໌ເລີຍ!